spot_img
HomeຊີວິດແລະຄວາມຮັກWedding-Sex-loveຮູ້ໄດ້ແນວໃດ? ວ່າເຊັກສ໌ຂອງຜູ້ຊາຍ ໝາຍເຖິງເຂົາຮັກທ່ານແທ້!

ຮູ້ໄດ້ແນວໃດ? ວ່າເຊັກສ໌ຂອງຜູ້ຊາຍ ໝາຍເຖິງເຂົາຮັກທ່ານແທ້!

Published on

ເຖິງສະໝອງຂອງຜູ້ຊາຍຈະແບ່ງແຍກເລື່ອງຂອງເຊັກສ໌ ແລະ ຄວາມຮັກອອກຈາກກັນ ເຮັດໃຫ້ຜູ້ຊາຍສາມາດລະບາຍຄວາມຫື່ນກັບຄົນທີ່ຕົນເອງບໍ່ໄດ້ຮັກໄດ້ຢ່າງງ່າຍດາຍ ແຕ່ກໍ່ບໍ່ໄດ້ແປວ່າສຳລັບຜູ້ຊາຍຄືການລະບາຍຕັນຫາໂດຍການປາສະຈາກຄວາມຮັກສະເໝີໄປ…

1076115-1_l

ເຮົາມາອ່ານກັບເລີຍວ່າເວລາທີ່ຜູ້ມີເຊັກສ໌ກັບຄົນທີ່ເຂົາຮັກນັ້ນເຂົາຈະປະຕິບັດຕໍ່ຍິງທີ່ຮັກແບບແນວໃດ!!!

ເຊັກສ໌ທີ່ບໍ່ເຫັນແກ່ຕົວ

ຫາກເຂົາຮັກທ່ານແທ້ ເຂົາຈະບໍ່ຮີບຮ້ອນໃນການມີເພດສຳພັນກັບທ່ານ ແຕ່ຈະລໍຄອຍໃຫ້ທັງສອງຝ່າຍພ້ອມສຳລັບກິດຈະກຳຢ່າງວ່າ…

ບໍ່ເດີນໜ້າລຸຍລູກດຽວ

ເມື່ອທຸກຢ່າງດຳເນີນໄປຈົນເຖິງຈຸດທີ່ບໍ່ສາມາຍ້ອນກັບໄດ້ ເຂົາຈະບໍ່ເດີນໜ້າລຸຍລູກດຽວ ແຕ່ລະຫວ່າງນັ້ນເຂົາຈະພະຍາຍາມສັງເກດອາການຂອງທ່ານ ແລະ ຮຽນຮູ້ໄປພ້ອມໆກັນກັບທ່ານວ່າທ່ານມັກ ຫຼື ມີຄວາມສຸກກັບຈັງວະໃດທີ່ເຂົາມອບໃຫ້.

ບໍ່ສົນໃຈສະເພາະປາກທາງເຂົ້າ

ບໍ່ວ່າເຂົາຈະຕ້ອງການພະເດັດເສິກຫລາຍພຽງໃດ ເຂົາກໍ່ພ້ອມຈະໃຊ້ເວລາກັບຮ່າງກາຍຂອງທ່ານໃຫ້ຫຼາຍທີ່ສຸດ ເພື່ອສ້າງຄວາມພ້ອມໃຫ້ກັບຕົວເຂົາແລະຕົວທ່ານເອງ ແລະ ເຂົາຈະບໍ່ກະທຳການໃດໆຈົນກ່ວາທ່ານເປັນຝ່າຍຂໍ ແລະ ອອກເດີນທາງໄປສູ່ປະຕູສະຫວັນພ້ອມໆກັນ.

ຮັບຜິດຊອບຕໍ່ໜ້າທີ່

ຢ່າງທີ່ຮູ້ກັນດີວ່າກ່ວາຜູ້ຍິງຈະເຖິງຈຸດສຸດຍອດອາລົມໝາຍນັ້ນ ຝ່າຍຊາຍຕ້ອງໃຊ້ອາລົມປາຖະໜາໃນການຢືດເວລາຈຸດລະເບີດຢ່າງຫຼາຍ ແລະ ແນ່ນອນວ່າມັນບໍ່ແມ່ນທຸກຄົນທີ່ເຮັດໄດ້ ແຕ່ຖ້າເຂົາຮັກທ່ານແທ້ເຂົາຈະບໍ່ຢຸດກ່ອນພຽງເຂົາສະບາຍຕົວແລ້ວ ແຕ່ຍັງຈະຫາຫົນທາງພາທ່ານໄປຂຶ້ນສະຫວັນພ້ອມໆກັນ.

ບໍ່ຟ້າວຫ່າງອອກຈາກກັນ

ເມື່ອທຸກຢ່າງສຳເລັດ ເຂົາຈະບໍ່ຟ້າວຫັນຫຼັງໃຫ້ທ່ານ ແຕ່ຈະກອດຮັດທ່ານໄວ້ປະມານໄລຍະໜຶ່ງຈົນທ່ານຮູ້ສຶກອົບອຸ່ນເຖິງຫົວໃຈ.

ທ່ານລອງຈຳບົດຄວາມຂ້າງເຖິງນີ້ ແລ້ວລອງນຳໄປສັງເກດເບິ່ງຄູ່ນອນຂອງທ່ານວ່າເປັນແບບນີ້ບໍ່ ແລ້ວທ່ານຈະໄດ້ຮັບຄຳຕອບວ່າ ທີ່ເຂົານອນກັບທ່ານເພາະເຂົາຮັກທ່ານແທ້ຈິງ ຫຼື ພຽງ…?

 

ຂໍ້ມູນຈາກ love.spokedark.tv

ແປໂດຍ: ປັອກເລັກ ລາວໂພສຕ໌

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...