Homeຊີວິດແລະຄວາມຮັກວິທີມັດໃຈຊາຍເຈົ້າຊູ້ ທີ່ສາວໆຄວນຮູ້!!!

ວິທີມັດໃຈຊາຍເຈົ້າຊູ້ ທີ່ສາວໆຄວນຮູ້!!!

Published on

“ຜູ້ຊາຍບໍ່ເຈົ້າຊູ້ດັ່ງງູບໍ່ມີຜິດ” ຖ້າທ່ານເປັນອີກຄົນໜຶ່ງທີ່ສົງໃສວ່າແຟນທ່ານກຳລັງນອກໃຈ ແຕ່ປາກເຂົາຍັງຢືນຢັນວ່າມີແຕ່ທ່ານພຽງຄົນດຽວເທົ່ານັ້ນ ຫາກຄິດຈະປາບຜູ້ຊາຍເຈົ້າຊູ້ແບບເອົານ່ຳເຢັນລູບໃຈ ລອງອ້ານຄຳແນະນຳຂອງເຮົາເບິ່ງ ເພື່ອວ່າທ່ານຈະໄດ້ຮູ້ວິທີຈັດການແຟນໜຸ່ມຈອມເຈົ້າຊູ້ຂອງທ່ານໃຫ້ຢູ່ມື.

1. ທຳຄວາມເຂົ້າໃຈນິໄສຂອງຜູ້ຊາຍ.

ຜູ້ຊາຍເປັນເພດທີ່ມັກສະແດງອອກເຖິງພາວະຄວາມເປັນຜູ້ນຳ ສັງເກດໄດ້ວ່າຜູ້ຊາຍມັກມີຄວາມພໍໃຈທຸກຄັ້ງເມື່ອເຂົາໄດ້ເຂົ້າໄປມີສ່ວນຮ່ວມໃນການຕັດສິນໃຈ, ວາງແຜນ, ແກ້ໄຂ ແລະ ສະແດງຄວາມຄິດເຫັນໃນເລື່ອງຕ່າງໆ ໂດຍສະເພາະຜູ້ຊາຍເຈົ້າຊູ້ ເຊິ່ງອາດມີພຶດຕິກຳຮຽກຮ້ອງຄວາມສົນໃຈຈາກເພດກົງກັນຂ້າມຫຼາຍເປັນພິເສດ ດັ່ງນັ້ໜທ່ານຈຳເປັນຕ້ອງຍອມເຂົາແນ່ບາງເລື່ອງ ເພື່ອແລກກັບຄວາມພູມໃຈຂອງເຂົາກັບຄືນມາ.

2. ຍົກເລີຍແຜນການແກ້ແຄ້ນ.

ຜູ້ຍິງຄົນໃດທີ່ຄິດຈະແກ້ແຄ້ນດ້ວຍການເຈົ້າຊູ້ຄືນ ບອກເລີຍວ່າທ່ານຄິດຜິດ! ເພາະການກະທຳແບບນັ້ນຍິ່ງເຮັດໃຫ້ເຂົາຕີຕົວອອກຫ່າງທ່ານຫຼາຍກ່ວາເດີມ.

3. ເຊື່ອໝັ້ນໃນຄຸນຄ່າຂອງຕົວເອງ

ຄົນເຮົາທຸກຄົນຕ່າງກໍ່ມີຄຸນຄ່າໃນຕົວເອງທັງນັ້ນ ຢູ່ທີ່ວ່າເຮົາຈະເບິ່ງເຫັນມັນຫຼືບໍ່ ຫຼາຍຄັ້ງທີ່ເຮົາມັກລຸດທອນຄຸນຄ່າຂອງຕົວເອງໂດຍບໍ່ຮູ້ຕົວ ໂດຍສະເພາະຢ່າງຍິ່ງແມ່ນການມານັ່ງເສຍເວລາຈັບຜິດອີກຝ່າຍ ພຽງເພື່ອຢາກຮູ້ຄວາມຈິງວ່າເຂົາບໍ່ໄດ້ໍື່ສັດກັບຕົວເອງເທົ່ານັ້ນ ທາງທີ່ດີທ່ານຄວນປ່ຽນມຸມມອງຄວາມສົນໃຈຈາກເດີມຫັນມາສົນໃຈຕົວເອງດີກ່ວາ, ໝັ່ນປັບປຸງ ແລະ ພັດທະນາຂໍ້ບົກຜ່ອງຂອງຕົວເອງທີ່ມີຢູ່ດີກ່ວາ.

4. ຢ່າເຮັດໃຫ້ເຂົາຮູ້ສຶກອຶດອັດ.

ຮ້ອຍທັງຮ້ອຍບໍ່ມີໃຜມັກຄວາມສຳພັນຮູບແບບໃດກໍ່ຕາມທີ່ມີຄວາມອຶດອັດ ເພາະຄວາມອຶດອັດຈະເປັນຊ່ອງຫວ່າງໃຫ້ເຂົາໄປຊອກຫາຄວາມສະບາຍໃຈຈາກທາງອື່ນ.

5. ເປັນຕົວຂອງຕົນເອງ.

ຜູ້ຍິງຈະເປັນຈຸດສົນໃຈ ແລະ ດຶງດູດຜູ້ຊາຍຫຼາຍທີ່ສຸດເມື່ອຕອນທີ່ນາງເປັນຕົວຂອງຕົວເອງ ຈຳໄວ້ວ່າຢ່າໃຊ້ຄວາມພະຍາຍາມຫຼາຍເກີນໄປເພື່ອຈະໄດ້ເຂົາມາຄອບຄອງ ມັນບໍ່ແມ່ນເລື່ອງທີ່ໜ້າພູມໃຈເລີຍທີ່ຕ້ອງສະແດງເປັນຄົນອື່ນ ເພາະໃນທີ່ສຸດແລ້ວ້ຂົາກໍ່ຈະຮູ້ຕົວຕົນທີ່ແທ້ຈິງຂອງທ່ານ ແລະ ອາດຈະຮັບມັນບໍ່ໄດ້.

 

ໂດຍ: ປັອກເລັກ ລາວໂພສຕ໌

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...