Homeຄວາມງາມເຄັດລັບເອົາໃຈສາວໆຜົມບາງ ກັບວິທີເຮັດໃຫ້ຜົມໜາຂຶ້ນ

ເຄັດລັບເອົາໃຈສາວໆຜົມບາງ ກັບວິທີເຮັດໃຫ້ຜົມໜາຂຶ້ນ

Published on

ບອກເລີຍວ່ານອກຈາກການແຕ່ງໜ້າທີ່ຈຳເປັນກັບສາວໆແລ້ວ ການປ່ຽນຊົງຜົມ ຫຼື ຈັດແຕ່ງຊົງຜົມໃຫ້ເໝາະກັບຕົວເອງກໍ່ປັນປັດໃຈທີ່ສົ່ງຜົນຕໍ່ບຸກຄະລິກ ແລະ ຄວາມໝັ້ນໃຈຂອງສາວໆ ໄດ້ເຊັ່ນກັນ ໂດຍສະເພາະສາວໆທີ່ຜົມບາງ ອາດເປັນກັງວົນ ແລະ ໜັກໃຈເລື່ອງການຈັດຊົງຜົມ ຈະເຮັດຊົງໃດດີ ຈະຍີ່ກໍ່ລຳບາກ ໃສ່ຜົມປອມກໍ່ຢ້ານບໍ່ເປັນທຳມະຊາດ ວັນນີ້ເລີຍມີເຄັດລັບເຮັດແນວໃດໃຫ້ຊົງຜົມທີ່ບາງເບິ່ງຄືໜາຂຶ້ນ.

w9973

ເຄັດລັບງ່າຍໆ ແລະ ວິທີເບິ່ງແຍງເສັ້ນຜົມບາງມີດັ່ງນີ້

1. ເບິ່ງໃຫ້ດີໆ ວ່າຜະລິດຕະພັນທີ່ໃຊ້ມີຄຸນນະພາບຊ່ວຍກຳຈັດສິ່ງອຸດຕັນໃນຮູຂຸມຂົນຫຼືບໍ່?

ໃນຂັ້ນຕອນການສະຜົມ ແຊມພູ ແລະ ຄຣີມນວດຜົມທີ່ໃຊ້ຄວນມີຄຸນສົມບັດຊ່ວຍກຳຈັດຄວາມມັນ ສິ່ງອຸດຕັນໃນຮູຂຸມຂົນ ແລະ ຄວນເລືອກໃຫ້ເໝາະສົມກັບສະພາບຫນັງຫົວ ແລະ ເສັ້ນຜົມໂດຍສະເພາະຜະລິດຕະພັນທີ່ເຮັດມາຈາກສະໝຸນໄພທຳມະຊາດ ຈະມີສ່ວນຊ່ວຍບຳລຸງເສັ້ນຜົມຂອງທ່ານ ເຮັດໃຫ້ຜົມເບິ່ງມີນ້ຳໜັກ ໜາຂຶ້ນ ແລະ ກະຕຸ້ນການເກີດຜົມ ແລະ ເສັ້ນຜົມຂຶ້ນມາໃໝ່.

2. ວິທີເປົ່າຜົມໃຫ້ຟູ

ຫຼັງຈາກສະຜົມແລ້ວ ໃຫ້ເປົ່າດ້ວຍການກົ້ມຫົວລົງ ເປົ່າໃຫ້ແຫ້ງດ້ວຍລົມອ່ອນໆ ທີ່ບໍ່ຮ້ອນຫຼາຍ ຫຼື ຈະໃຊ້ຫວີເປັນຕົວຊ່ວຍຍົກຊ່ວງໂຄນຜົມໃນເວລາເປົ່າ ຈາກນັ້ນໃຊ້ສະເປບຳລຸງຜົມທຸກຄັ້ງຫຼັງຈາກການເປົ່າແລ້ວ ເພື່ອເຮັດໃຫ້ຜົມແຂງແຮງ ແລະ ເສັ້ນຜົມເບິ່ງມີສຸຂພາບດີ.

3. ປ່ຽນຊົງຜົມ 

ການຈົ່ງຜົມຍາວຫຼາຍ ແນ່ນອນວ່າເຮັດໃຫ້ຜົມເບິ່ງຄືລີບແປ ເພາະຜົມຈະຖ່ວງລົງເຮັດໃຫ້ໂຄນຜົມເບິ່ງບໍ່ງາມ (ບໍ່ມີວໍລູມ) ເຮັດຊົງໃດກໍ່ລຳບາກ ແຖມເວລາສະຜົມຍັງເສຍເວລາລໍຖ້າຜົມແຫ້ງອີກ ດັ່ງນັ້ນການປ່ຽນຊົງຜົມເປັນຊອຍສັ້ນ ຫຼື ລະດັບພຽງບ່າ ຫຼື ຈະເພີ່ມການດັດ ຫຼື ມ້ວນເປັນລອນເບົາໆ ກໍ່ເປັນທາງເລືອກທີ່ດີ ແຖມຕອນນີ້ເທຣນຕັດຜົມພຽງບ່າກຳລັງມາແຮງສຸດໆ

 

 

ຂໍ້ມູນຈາກ: http://www.kapook.com/

ຮຽບຮຽງໂດຍ: ປັອກເລັກ ລາວໂພສຕ໌

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...