Homeຂ່າວຕ່າງປະເທດລັດຖະບານອິນໂດຯ ກວາດລ້າງແຫລ່ງຄ້າໂສເພນີ ຕັ້ງເປົ້າສັ່ງປິດໃຫ້ໝົດ ພາຍໃນປີ 2019!

ລັດຖະບານອິນໂດຯ ກວາດລ້າງແຫລ່ງຄ້າໂສເພນີ ຕັ້ງເປົ້າສັ່ງປິດໃຫ້ໝົດ ພາຍໃນປີ 2019!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ກຸມພາຜ່ານມານີ້ວ່າ ທາງການນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ໄດ້ດຳເນີນການຮື້ຖອນອາຄານ ແຫລ່ງຮ້ານຂາຍບໍລິການທາງເພດ ຫລາຍຮ້ອຍຫລັງ ຢູ່ບໍລິເວນເຂດຄາລິໂດໂຈ ຊຶ່ງການເຄື່ອນໄຫວດັ່ງກ່າວນີ້ ມີຂຶ້ນຫລັງຈາກທີ່ທາງການອິນໂດເນເຊຍ ປະກາດກວາດລ້າງການຄ້າໂສເພນີ ໂດຍໃນນັ້ນໄດ້ສັ່ງປິດໄປແລ້ວເກືອບ 70 ແຫ່ງ ທົ່ວປະເທດ ແລະ ວາງເປົ້າຈະສັ່ງປິດສ່ວນທີ່ຍັງເຫລືອ ອີກກວ່າ 100 ແຫ່ງ ໃຫ້ໄດ້ພາຍໃນປີ 2019.

ທັງນີ້ ເນື່ອງຈາກການຄ້າໂສເພນີ ແມ່ນຖືເປັນສິ່ງທີ່ຜິດກົດໝາຍ ໃນປະເທດອິນໂດເນເຊຍ ຊຶ່ງປະຊາກອນສ່ວນໃຫຍ່ ນັບຖືສາສະໜາອິດສະລາມ ໂດຍການຮື້ຖອນຮ້ານຄ້າໂສເພນີ ເຂດຄາລິໂດໂຈ ດັ່ງກ່າວນີ້ ທາງການນະຄອນຫລວງຈາກາຕາ ມີແຜນຈະສ້າງເປັນສວນສາທາລະນະໃສ່ແທນ ຊຶ່ງປະຊາຊົນທີ່ຖືກຍົກຍ້າຍ ອອກຈາກເຂດດັ່ງກ່າວ ປະມານ 3,000 ກວ່າຄົນ ໄດ້ຖືກຈັດສັນໃຫ້ເຂົ້າອາໄສ ຢູ່ໃນຫ້ອງແຖວທີ່ລັດຖະບານຈັດໄວ້ໃຫ້, ສ່ວນຜູ້ທີ່ເຮັດອາຊີບຂາຍບໍລິການທາງເພດ ນອກຈາກຈະຖືກໄລ່ອອກ ຈາກບໍລິເວນດັ່ງກ່າວແລ້ວ ຍັງຈະໄດ້ຮັບການເຝິກອົບຮົມ ສອນອາຊີບທີ່ໝັ້ນຄົງໃຫ້ອີກດ້ວຍ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...