spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກິ່ນເໝັນໃນອະໄວຍະວະເພດຂອງແມ່ຍິງ! ຈະຮັກສາໄດ້ແນວໃດ?

ກິ່ນເໝັນໃນອະໄວຍະວະເພດຂອງແມ່ຍິງ! ຈະຮັກສາໄດ້ແນວໃດ?

Published on

ການມີກິ່ນບໍ່ເພິ່ງປະສົງຢູ່ທີ່ອະໄວຍະວະເພດຍິງ ມີສິດເກີດຂຶ້ນໄດ້ທຸກຄົນຕັ້ງແຕ່ເດັກນ້ອຍໄປຈົນຮອດຜູ້ເຖົ້າ ສາເຫດຫຼັກໆກໍແມ່ນເປັນເພາະຊ່ອງຄອດມີເຊື້ອລາ ຫຼື ແບັກທີເຣຍ ຈິ່ງເຮັດໃຫ້ເກີດມີອາການລົງຂາວ ແລະ ມີກິ່ນຄາວ, ກິ່ນຄືປາເຄັມ, ກິ່ນຄືນ້ຳປາ, ກິ່ນສາລະພັດ ແຕ່ທີ່ສຳຄັນກິ່ນເຫຼົ່ານັ້ນເຮັດໃຫ້ສາວໆເສຍຄວາມໝັ້ນໃຈສຸດໆ

ແລ້ວເຊື້ອລາເກີດມາຈາກໃສ?

  • ສຳລັບຜູ້ທີ່ເຄີຍມີເພດສຳພັນ ຫຼືແຕ່ງງານແລ້ວແມ່ນເພາະອະໄວຍະວະເພດຊາຍຄູ່ນອນນັ້ນບໍ່ສະອາດ ຫຼືບາງຄົນທີ່ອໍລັສເຊັກ (ໃຊ້ປາກ make love) ແຕ່ປາກບໍ່ສະອາດກໍເປັນອີກໜຶ່ງຊ່ອງທາງໃນການສ້າງເຊື້ອ
  • ມັກນຸ່ງສະລີບ ຫຼືໂສ້ງຮັດໆຈົນອັບເອົ້າ, ໃຊ້ຜ້າອະນາໄມແລ້ວບໍ່ໝັ່ນປ່ຽນ ເກີດການໝັກໝົ່ມຂອງແບັກທີເລຍ.

ນອກຈາກນັ້ນ, ສາເຫດຂອງການມີກິ່ນອື່ນໆກໍຄືການກິນອາຫານ ເຊັ່ນ: ຂອງດອງ, ເຄື່ອງເທດກິ່ນແຮງ,…. ເຮັດໃຫ້ເມືອກໃນຊ່ອງຄອດມີກິ່ນທີ່ບໍ່ເພິ່ງປະສົງເຊັ່ນດຽວກັບກິ່ນໂຕນັ້ນເອງ.

ຖ້າຫາກເກີດອາການນີ້ຂຶ້ນມາຢ່າງຮຸນແຮງຕິດຕໍ່ກັນຫຼາຍວັນໃຫ້ຮີບໄປພົບໝໍພະຍາດຍິງເລີຍດີກວ່າ ເພິ່ນຈະມີຢາສອດຂ້າເຊື້ອລາ ແລະຢາກິນ. ຢ່າໄດ້ອາຍ ຫຼືພະຍາຍາມປິ່ນປົວເອງແບບສຸມສີ່ສຸມຫ້າ. ຢ່າເດັດຂາດ! ຢ່າສີດນ້ຳຫອມໃສ່ອະໄວຍະວະເພດ ຫຼືລ້າງດ້ວຍສະບູແຫຼວເລື່ອຍໆເພື່ອຊຳລະກິ່ນ ເພາະນັ້ນເປັນວິທີທີ່ຜິດພາດ ທັງສົ່ງຜົນສະທ້ອນໃນໄລຍະຍາວ.

ຄຳແນະນຳຈາກໝໍພະຍາດຍິງ:

  1. ຢ່າໃຊ້ສະບູແຫຼວລ້າງອະໄວຍະວະເພດ ຫຼືສະບູຫອມອີ່ຫຍັງກໍຕາມລ້າງເພາະມັນຈະທຳລາຍຄ່າຄວາມເປັນກົດ-ດ່າງທີ່ສົມດຸນຕາມທຳມະຊາດ, ຍິ່ງອຸປະກອນສວນລ້າງຊ່ອງຄອດຍິ່ງບໍ່ຈຳເປັນເລີຍ.
  2. ໃຊ້ນ້ຳສະອາດລ້າງກໍພຽງພໍແລ້ວ ເພາະຊ່ອງຄອດມີແບັກທີເລຍທີ່ເປັນປະໂຫຍດທຳຄວາມສະອາດດ້ວຍໂຕເອງ ຖ້າຫາກເຮົາໄປໃຊ້ນ້ຳຢາຈະທຳຮ້າຍແບັກທີເລຍທີ່ເປັນປະໂຫຍດອອກໄປຈົນໝົດເຮັດໃຫ້ຊ່ອງຄອດບອບບາງ.
  3. ຢ່າໃສ່ໂສ້ງຮັດ, ເລືອກໃສ່ສະລິບທີ່ເປັນຜ້າຝ້າຍ ແລະບໍ່ຄັບເກີນໄປ ເພື່ອໃຫ້ນ້ອງສາວໄດ້ຫາຍໃຈສະດວກ
  4. ແຜ່ນອະນາໄມລາຍວັນບໍ່ຈຳເປັນດອກ! ສິ້ນເປື້ອງ ແລະ ສ້າງຄວາມອັບຊຸ່ມລ້າໆ
  5. ຖ້າເປັນປະຈຳເດືອນໃຫ້ໝັ່ນປ່ຽນຜ້າອະນາໄມທຸກໆ 2-3ຊົ່ວໂມງ ຢ່າປ່ອຍໃຫ້ເລືອດລົ້ນຄ່ອຍໄປປ່ຽນ.
  6. ຮັກສາຄວາມສະອາດໃນຂະນະມີເພດສຳພັນ ທັງຕົນເອງ ແລະ ຄູ່ນອນ.
  7. ກິນໂຢເກິດ ແລະ ໝາກນັດເປັນປະຈຳ ເພາະຈະຊ່ວຍສ້າງແບັກທີເລຍທີ່ເປັນປະໂຫຍດໃຫ້ແກ່ຊ່ອງຄອດ ທັງກຳຈັດກິ່ນອັນບໍ່ເພິ່ງປະສົງ.
  8. ຖ້າຍິງຄົນໃດທີ່ເຄີຍມີເພດສຳພັນແລ້ວ ຄວນໄປກວດພາຍໃນຢ່າງຕ່ຳປີລະສອງຄັ້ງ ເພື່ອປ້ອງກັນມະເຮັງປາກມົດລູກ  ໂລກຍອດຮິດທີ່ສັງຫານຊີວິດຂອງແມ່ຍິງເປັນອັນດັບຕົ້ນໆ.

 

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...