Homeຂ່າວການພັດທະນາເປີດແລ້ວ! ສວນມິດຕະພາບຊາກຸລະ ລາວ-ຍີ່ປ່ນ ທີ່ເມືອງວຽງໄຊ ແຂວງຫົວພັນ!

ເປີດແລ້ວ! ສວນມິດຕະພາບຊາກຸລະ ລາວ-ຍີ່ປ່ນ ທີ່ເມືອງວຽງໄຊ ແຂວງຫົວພັນ!

Published on

ຈັດພິທີເປີດສວນມິດຕະພາບຊາກຸລະ ລາວ-ຍີ່ປຸ່ນ ທີ່ເມືອງວຽງໄຊ ແຂວງຫົວພັນ ໄດ້ມີຂຶ້ນໃນວັນທີ 12 ກຸມພານີ້ ໂດຍການເຂົ້າຮ່ວມຂອງ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ແລະ ທ່ານ ເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມຜູ້ຕາງໜ້າ ອົງການຄົນພິການອາຊີ ເພື່ອການພັດທະນາ ແລະ ມວນຊົນຊາວເມືອງວຽງໄຊ ເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານທູດ ເຄຊິ ຮິຄິຮາຣະ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ຜົນສຳເລັດຂອງການຮ່ວມມື ສ້າງສວນຊາກຸລະດັ່ງກ່າວ ແລະ ໃນປີນີ້ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ເຊິ່ງເປັນບາດກ້າວໃໝ່ ແຫ່ງການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ ພາຍໃຕ້ກອບວຽກຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ໄລຍະໃໝ່. ການເປີດສວນຊາກຸລະໃນປີທີ່ສຳຄັນນີ້ ເປັນສັນຍາລັກແຫ່ງສາຍພົວພັນອັນເລິກເຊິ່ງ ລະຫວ່າງ ລາວ-ຍີ່ປຸ່ນ ແລະ ຫວັງຢ່າງຍິ່ງວ່າ ຕົ້ນຊາກຸລະໃນທີ່ນີ້ ຈະຢັ່ງຮາກ ແລະ ອອກດອກເບັ່ງບານຢ່າງສວຍສົດງົດງາມ ຄືກັນກັບສາຍພົວພັນ ແລະ ມິດຕະພາບອັນແໜ້ນແຟ້ນ ຂອງທັງສອງປະເທດ.

ໂຄງການດັ່ງກ່າວເກີດ ຂຶ້ນຈາກການໂອ້ລົມກັນລະຫວ່າງ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີແຫ່ງ ຍີ່ປຸ່ນ ໃນຂະນະທີ່ຜູ້ນຳຂັ້ນສູງຂອງລາວ ເດີນທາງໄປຢ້ຽມຢາມຍີ່ປຸ່ນ ໃນປີ 2013 ເຊິ່ງໄດ້ຮັບທຶນຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ແລະ ໄດ້ເລີ່ມກໍ່ສ້າງ ພາຍຫລັງທີ່ພິທີປູກຕົ້ນຊາກຸລະ ໄດ້ຈັດຂຶ້ນໃນວັນທີ 12 ກຸມພາ 2015.

ໂຄງການປູກຕົ້ນຊາກຸລະ ທີ່ແຂວງຫົວພັນ ແມ່ນໜຶ່ງໃນໂຄງການທີ່ສຳຄັນ ທີ່ຖືກຈັດຕັ້ງປະຕິບັດ ເພື່ອສະເຫລີມ ສະຫລອງວາລະຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຍີ່ປຸ່ນ-ລາວ ໃນປີ 2015 ດ້ວຍການສະໜັບສະໜູນຈາກ ອົງການຄົນພິການອາຊີເພື່ອການພັດທະນາ, ສະມາຄົມມິດຕະພາບ ໄຊຕະມະ-ລາວ ແລະ ອົງການຕ່າງໆຂອງຍີ່ປຸ່ນ ທີ່ເຮັດໃຫ້ຕົ້ນຊະກຸລະ ຈຳນວນ 300 ຕົ້ນ ຖືກປູກຢູ່ສວນສາທາລະນະ ທີ່ໃກ້ກັບ ສວນໄກສອນ ເມືອງວຽງໄຊ ໄດ້ເຕີບໃຫຍ່ ແລະ ສວຍສົດງົດງາມ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...