ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນກຸມພາ 2016 ຈັດຂຶ້ນລະຫວ່າງວັນທີ 15-16 ກຸມພາ 2016 ທີ່ສະພາແຫ່ງຊາດ ໂດຍເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີບັນດາຄະນະປະຈຳ ຄະນະກຳມາທິການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ພິຈາລະນາຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນ ການສະເໜີແຕ່ງຕັ້ງຕຳແໜ່ງບໍລິຫານປະເພດ 2 ແລະ ການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາສານປະຊາຊົນສູງສູດ ຄວາມຄືບໜ້າກ່ຽວກັບການປຸກສ້າງສະພາແຫ່ງຊາດຫຼັງໃໝ່ ຜົນການຮຽບຮຽງກົດໝາຍທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ຮັບຮອງຄື: ກົດໝາຍວ່າດ້ວຍການປ້ອງກັນຊາດ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ກົດໝາຍວ່າດ້ວຍການລົງທຶນຂອງລັດ ພິຈາລະນາຜົນການຄົ້ນຄວ້າຄຳສະເໜີຂອງລັດຖະບານ ເພື່ອຂໍດັດປັບແຜນການລົງທຶນຂອງລັດ ສົກປີ 2015 -2016 ຢູ່ແຂວງໄຊຍະບູລີ ພາລະບົດບາດ ສິດ ແລະ ໜ້າທີ່ຂອງສະພາປະຊາຊົນຂັ້ນແຂວງ ກ່ຽວກັບການພິຈາລະນາຮັບຮອງເອົາໂຄງການລົງທຶນ ຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ໂຄງການກໍ່ສ້າງຫໍມູນເຊື້ອ ກອງຮ້ອຍລາດຊະວົງ ສະໄໝຜູ້ນຳຮຸ່ນທຳອິດ ຢູ່ຖ້ຳແມລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ພິຈາລະນານຳສົ່ງຮ່າງມະຕິຕົກລົງຂອງສະພາແຫ່ງຊາດ ສຳລັບໂຄງການໄຟຟ້າພະລັງງານນ້ຳອູ ໄລຍະທີ 2 ແລະ ບັນຫາສຳຄັນອື່ນໆອີກຈຳນວນໜຶ່ງ.
ແຫລ່ງຂ່າວ: