Homeຊີວິດແລະຄວາມຮັກເຄັດລັບການໃຊ້ຊີວິດຄູ່ໃຫ້ຍືນຍາວ

ເຄັດລັບການໃຊ້ຊີວິດຄູ່ໃຫ້ຍືນຍາວ

Published on

ການໃຊ້ຊີວິດຄູ່ໃຫ້ຍືນຍາວ ຄຳໆນີ້ຫຼາຍໆຄົນ ແລະຫຼາຍໆຄູ່ອາດຈະຕັ້ງຄຳຖາມ ແລະຄິດວ່າມັນຄວນເປັນໃນຮູບແບບໃດກັນແທ້.

ການແຕ່ງງານອາດຈະເປັນພຽງຈຸດເລີ່ມຕົ້ນຂອງການໃຊ້ຊີວິດຄູ່ ເພາະຖ້າຕ້ອງການໃຫ້ຊີວິດຄູ່ໃຫ້ຍືນຍາວແລ້ວ ຫຼັງຈາກແຕ່ງງານຕ້ອງຊ່ວຍກັນປະຄັບປະຄອງຊີວິດຄູ່ນຳກັນທັງສອງຄົນ ແລ້ວຮູ້ກັນບໍວ່າຊີວິດຄູ່ທີ່ຢູ່ກັນແບບຍືນຍາວມີເຄັດລັບໃນການໃຊ້ຊີວິດຮ່ວມກັນແນວໃດແນ່ ສຳລັບໃຜທີ່ກຳລັງທີ່ຈະເລີ່ມຕົ້ນຊີວິດຄູ່ ຫຼື ເລີ່ມຕົ້ນມາໄດ້ໄລຍະໜື່ງແລ້ວ ແຕ່ອາດຈະຍັງບໍ່ແນ່ໃຈວ່າຈະປະຄັບປະຄອງໄປໄດ້ຕະຫຼອດຮອດຝັ່ງ ຫຼື ບໍ່ນັ້ນເຮົາລອງມາເບີ່ງເຄັດລັບດີໆຈາກງາມ 108 ກັນດີກວ່າເພື່ອໃຫ້ຊີວິດຄູ່ຍືນຍາວຕະຫຼອດໄປ

ແຕ່ງງານ

  1. ການປັບຕົວເຂົ້າຫາກັນ

ນີ້ເປັນເລື່ອງສຳຄັນການທີ່ສອງຄົນມາຈາກຄົນລະທີ່ແລະບາງທີ່ອາດຈະມີພື້ນຖານການໃຊ້ຊີວິດທີ່ແຕກຕ່າງກັນເມື່ອຕ້ອງມາຢູ່ຮ່ວມກັນໃນຊ່ວງທຳອິດອາດຈະບໍ່ມີປັນຫາຫຍັງຫຼາຍ ແຕ່ເມື່ອເວລາຜ່ານໄປຈັກໄລຍະຄວາມສະໜິດເລີ່ມຫຼາຍຂື້ນແລະຕ້ອງເຈີກັນທຸກມື້ນິໄສທີ່ບໍ່ດີທີ່ເຮົາເກັບໄວ້ກໍ່ຈະຄ່ອຍໆ ທະຍອຍສະແດງກັນອອກມາ ເພາະຄົນເຮົາທຸກຄົນຈະມີທັງດ້ານດີແລະດ້ານບໍ່ດີນຳກັນທັງນັ້ນ ຢູ່ທີ່ວ່າໃຜຈະມີຫຼາຍຫຼືນ້ອຍ. ດັ່ງນັ້ນ, ການປັບຕົວແລະສະແດງດ້ານທີ່ບໍ່ດີຫຼືດ້ານທີ່ຄູ່ຂອງເຮົາບໍ່ມັກໃຫ້ນ້ອຍທີ່ສຸດຈື່ງເປັນເລື່ອງສຳຄັນ ຖ້າເຮົາບໍ່ມັກຫຍັງຂອງອີກຝ່າຍຄວນນັ່ງລົມກັນ, ບອກກັນປັບປ່ຽນແຕ່ທຳອິດບໍ່ຄວນປ່ອຍໃຫ້ມັນຍືດຍາວ ເພາະວ່າມື້ໜື່ງອາດຈະເຖີງຈຸດທີ່ທົນບໍ່ໄດ້ແລ້ວອາດຈະເກີດເຫດການຮຸນແຮງກວ່າທີ່ຄວນເປັນ

  1. ເລື່ອງເທິງຕຽງ

ເລື່ອງນີ້ກໍ່ເປັນອີກເລື່ອງທີ່ສຳຄັນບໍ່ນ້ອຍ ແມ່ຍິງອາດຈະບໍ່ໃຫ້ຄວາມສຳຄັນໃນເລື່ອງນີ້ຫຼາຍເທົ່າໃດ ແຕ່ຜູ້ຊາຍຈະຖືເອົາເລື່ອງນີ້ເປັນເລື່ອງສຳຄັນອັນດັບທຳອິດ. ດັ່ງນັ້ນ, ຖ້າບໍ່ຢາກໃຫ້ຊີວິດຄູ່ເຈົ້າຈືດຈາງລົງ ແມ່ຍິງຄວນຫັນມາໃສ່ໃຈເລື່ອງນີ້ນຳແນ່

  1. ເລື່ອງເງິນ

ປັດຈຸບັນເງິນເປັນປັດໄຈສຳຄັນ ເພາະທຸກຢ່າງຈະຈົບລົງໄດ້ງ່າຍໆດ້ວຍເງິນ ດັ່ງນັ້ນ ຈຶ່ງຄວນວ່າງແຜນການໃຊ້ເງິນໃຫ້ດີ ຫຼັງຈາກແຕ່ງງານຫຼາຍຄູ່ອາດຈະໃຊ້ກະເປົ່າເງິນອັນດຽວກັນ ຫຼື ບາງຄູ່ອາດຈະໃຊ້ເງິນຄົນລະກະເປົ່າແຕ່ແບ່ງແຍກໃນເລື່ອງຄ່າໃຊ້ຈ່າຍອອກເປັນສັດສ່ວນຖືວ່າເປັນເລື່ອງທີ່ດີ ການວາງແຜນການໃຊ້ເງິນໃຫ້ພໍໃຊ້ໃນແຕ່ລະເດືອນຈະເຮັດໃຫ້ເຈົ້າບໍ່ຕ້ອງມາຜິດທ່ຽງກັນໃນເລື່ອງນີ້

ເຫັນບໍ່ວ່າບໍ່ມີຫຍັງຫຼາຍພຽງແຕ່ເຮົາຢູ່ນຳກັນດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈໃນເລື່ອງຂອງກັນແລະກັນ ແລະໃຜທີ່ຢາກມີຊີວິດຄູ່ທີ່ຍືນຍາວຢ່າລືມຄຳນຳຕ່າງໆ ເຫຼົ່ານີ້ໄປຮັບໃຊ້ໃນຊີວິດຄູ່ຮັບຮອງໄດ້ເລີຍວ່າຈະເປັນວິທີ ທີ່ສາມາດຊ່ວຍໃຫ້ຮັກຂອງທ່ານທັງສອງບໍ່ຈືດຈາງລົງແນ່ນອນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...