Homeຂ່າວທ້ອງຖິ່ນເອກະຊົນເຂົ້າສຳຫຼວດ ກຽມພັດທະນາເຂດ ບໍລິການອ່າງຫ້ວຍສຽດ

ເອກະຊົນເຂົ້າສຳຫຼວດ ກຽມພັດທະນາເຂດ ບໍລິການອ່າງຫ້ວຍສຽດ

Published on

   ພະ​ແນກ​ແຜນ­ການ-ການ​ລົງ­ທຶນແຂວງ​ບໍ​ລິ​ຄຳ​ໄຊ ລົງ​ນາມ​ເຊັນ​ສັນ­ຍາ​ອະນຸ​ຍາດ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໂຄງ­ການພັດ­ທະ­ນາ​ກໍ່­ສ້າງ​ເຂດ​ບໍ­ລິ­ການ​ອ່າງ​ຫ້ວຍສຽດ ເມືອງ​ປາກ​ຊັນແກ່​ກຸ່ມ​ບໍ­ລິ­ສັດ ຈົງ ກັງ ເຫີ​ສຽງ (ລາວ) ການ​ລົງ­ທຶນ​ຈຳ­ກັດ ແລະ​ກຸ່ມ​ບໍ­ລິ­ສັດ​ລັດ​ວິ​ສາ​ຫະ​ກິດ​ພັດ​ທະນາ​ຊົນ­ນະ­ບົດ​ໃໝ່.

    ພິ­ທີ​ລົງ​ນາມ​ດັ່ງ­ກ່າວ​ຈັດ​ຂຶ້ນ​ວັນ​ທີ 28 ມັງ­ກອນ​ຜ່ານ​ມາ​ນີ້​ແຂວງ​ບໍ​ລິ​ຄຳ​ໄຊ, ຕາງ­ໜ້າ​ໃຫ້​ແຂວງ ບໍ​ລິ​ຄຳ​ໄຊ ເຊັນ​ໂດຍ ທ່ານ ພອນ​ພິ­ລາດ ສິດ​ສາ­ທອນ ຫົວ­ໜ້າ ພະ​ແນກ​ແຜນ­ການ-ການ​ລົງ­ທຶນ​ແຂວງ, ຕາງ­ໜ້າ​ໃຫ້ ບໍ­ລິ­ສັດ ເຊັນ​ໂດຍ ທ່ານ ສູເຫວີ້ຍ​ມີນ ປະ­ທານ ບໍ​ລິ ສັດ ຈົງ​ກັງ​ເຫີສຽງ (ລາວ) ການ​ລົງ­ທຶນ​ຈຳ­ກັດ ແລະ ທ່ານ ສຸ­ພາ​ມິດ ບູນ​ລາ ກຸ່ມ ບໍ­ລິ­ສັດ​ລັດ​ວິສາ​ຫະ​ກິດ​ພັດ­ທະ­ນາ​ຊົນ­ນະ­ບົດ​ໃໝ່ ໂດຍ ມີ​ຮອງ​ຫົວ­ໜ້າ​ພະ​ແນກ​ຊັບ­ພະ­ຍາ­ກອນ ທຳ​ມະ​ຊາດ ແລະ​ສິ່ງ­ແວ­ດລ້ອມ​ແຂວງແລະ​ເຈົ້າ­ເມືອງໆ​ປາກ​ຊັນ​ເຊັນ​ຮ່ວມ​ເປັນສັກ­ຂີ​ພິ­ຍານໂດຍ​ຊ້ອງ​ໜ້າ​ທ່ານ ບຸນ​ເສັງປະ​ທຳ​ມະ​ວົງ ຮອງ​ເຈົ້າ­ແຂວງ​ຜູ້​ຊີ້​ນຳວຽກ​ງານ​ເສດ­ຖະ­ກິດ​ຂອງ​ແຂວງ, ມີ​ຫົວໜ້າ​ພະ­ແນກ­ການ​ທີ່​ກ່ຽວ­ຂ້ອງ, ພະ­ນັກ ງານ, ວິ­ຊາ​ການ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ໂຄງ­ການ​ສຶກ​ສາ​ສຳ​ຫຼວດ ແລະ​ອອກແບບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ພັດ​ທະນາ​ເຂດ​ບໍ­ລິ­ການ​ອ່າງ​ຫ້ວຍ​ສຽດ ເມືອງ ປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊ ຄາດ​ວ່າ​ຈະ​ສຳ​ຫຼວດ​ໃນ​ຂອບ​ເຂດ​ສວນ​ກຸ ຫຼາບ​ເກົ່າ, ເຂດ​ສະ­ຫງວນ​ອ່າງ​ຫ້ວຍ​ສຽດ,ເຂດ​ໜ້າ­ນ້ຳ ແລະ​ເຂດ​ສະ​ໜາມ​ກ໊ອຟ​ໃນ ເນື້ອ­ທີ່ ໂດຍ​ປະ­ມານ 674,48 ເຮັກ­ຕາໃນ​ໄລ­ຍະ​ຜ່ານ​ມາ​ເຂດ​ດັ່ງ­ກ່າວ​ກໍ່​ໄດ້​ມີ ຫຼາຍ​ບໍ­ລິ­ສັດ ໃຫ້​ຄວາມ​ສົນ­ໃຈ​ໃນ​ການ​ພັດທະ​ນາ ແລະ​ເປັນ​ເຂດ​ໜຶ່ງ​ທີ່​ຄົນ​ທົ່ວ​ໄປ​ຮູ້ ຈັກ​ກັນ​ດີ​ໃນ​ນາມ​ເຂດ​ສວນ​ກຸ­ຫຼາບ ມາຮອດ​ປະ­ຈຸ​ບັນ ໂດຍ​ແມ່ນ​ກຸ່ມ​ບໍ­ລິ­ສັດ ຈົງກັງ ເຫີ​ສຽງ (ລາວ) ການ​ລົງ­ທຶນ ຈຳ­ກັດຮ່ວມ​ກັບ​ກຸ່ມ​ບໍ­ລິ­ສັດ​ລັດ​ວິ​ສາ​ຫະ​ກິດ​ພັດທະ​ນາ​ຊົນ­ນະ­ບົດ​ໃໝ່ ເປັນ​ຜູ້​ລົງ­ທຶນ​ໃນ ການ​ລົງ​ສຳ​ຫຼວດ, ອອກ​ແບບ, ໄລ່​ລຽງ ບົດ​ວິ­ພາກ​ເສດ­ຖະ­ກິດ ແລະ​ບົດ​ປະ​ເມີນ ຜົນ​ກະ­ທົບ​ທາງ​ດ້ານ​ສິ່ງ­ແວ­ດລ້ອມ​ສັງ ຄົມ ເພື່ອ​ຜ່ານ​ພະ­ແນກ­ການ​ກ່ຽວ­ຂ້ອງ ຂອງ​ແຂວງ​ຮັບ­ຮອງ ຖ້າ​ມີ​ຄວາມ​ເປັນ​ໄປ ໄດ້​ທາງ​ແຂວງ ຈິ່ງ​ພິ­ຈາ­ລະ­ນາ​ໃຫ້​ບໍ­ລິ­ສັດ ສືບ­ຕໍ່​ລົງ­ທຶນ​ພັດ­ທະ­ນາ​ການ​ກໍ່­ສ້າງ​ຕໍ່​ໄປ ໄລ­ຍະ​ເວ­ລາ​ຂອງ​ການ­ຈັດ­ຕັ້ງ MOU ກຳ­ນົດ 6 ເດືອນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...