HomeມູມໄອທີລາວMicrosoft ອອກອັບເດດ Excel, Word, PowerPoint ແລະ Sway ເທິງ Windows 10

Microsoft ອອກອັບເດດ Excel, Word, PowerPoint ແລະ Sway ເທິງ Windows 10

Published on

Microsoft ບໍລິສັດຍັກໃຫຍ່ໃນວົງການໄອທີໄດ້ປ່ອຍອັັບເດດໃຫ້ກັບ Excel, PowerPoint, Word ແລະ Sway. ເຊິ່ງທັງໝົດລ້ວນແຕ່ເປັນແອັບທີ່ສາມາດໃຊ້ຮ່ວມກັັນກັບສະມາດໂຟນ ຫຼື ແມ້ແຕ່ແທັບເລັດໄດ້ດີ, ເພາະເປັນແອັບທີ່ສາມາດໃຊ້ເປັນເຄື່ອງມືຈັດການຫຼືແກ້ໄຂໄຟລເອກກະສານຕ່າງໆໄດ້.

ເຊິ່ງລາຍລະອຽດອັບເດດຕ່າງໆຕອນນີ້ຍັງບໍ່ຊັດເຈນເທື່ອແຕ່ກໍມີການປັບປຸງແກ້ໄຂຕ່າງໆໄປຫຼາຍໆສ່ວນ ສຳລັບເວີຊັ່ນຫຼ້າສຸດທີ່ປ່ອຍໃຫ້ກັບ Excel, Word ແລະ PowerPoint ເທິງມືຖືແມ່ນ 17.6326.10211.0. ໃຜທີ່ມີແອັບດັ່ງກ່າວຕິດຕັ້ງໄວ້ໃນເຄື່ອງຢູ່ກໍເຂົ້າໄປກວດສອບໃນຮ້ານຄ້າໄດ້ເລີຍຫຼືກົດທີ່ລິ້ງດ້ານລຸ່ມນີ້ກໍໄດ້:
*ໝາຍເຫດ: ສະເພາະ Windows 10 Mobile ເທົົ່ານັ້ນ , ສ່ວນແອັບ Sway ແມ່ນສະເພາະຄອມພິວເຕີ

– Download Excel Mobile

– Download PowerPoint Mobile

– Download Word Mobile

– Download Sway for Windows 10

ທີ່ມາ:windowscentral

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...