ບໍ່ເປັນດັ່ງແຟນບານຄາດຫວັງຫົງຖືກຜີຫັກຄໍຕາຍຄາຮັງ

Football Soccer - Liverpool v Manchester United - Barclays Premier League - Anfield - 17/1/16 Liverpool's Nathaniel Clyne and Manchester United's Wayne Rooney Action Images via Reuters / Carl Recine Livepic EDITORIAL USE ONLY. No use with unauthorized audio, video, data, fixture lists, club/league logos or "live" services. Online in-match use limited to 45 images, no video emulation. No use in betting, games or single club/league/player publications. Please contact your account representative for further details.

ການແຂ່ງຂັນບານເຕະ ພຣີເ​ມຍລີກ ອັງ​ກິດ ນັດ “ແດງ​ເດືອດ” ລິ​ເວີພູ ອັນ​ດັບ 9 ຂອງ​ຕາ​ລາງ ມີ 31 ແຕ້ມ ເປີດ ແອນ​ຟິນດ໌ ຕ້ອນ​ຮັບ​ຄູ່​ແຄ້ນ ແມນ​ເຊສ​ເຕີ ຢູ​ໄນ​ເຕັດ ອັນ​ດັບ 7 ມີ 34 ແຕ້ມ “ຫົງ​ແດງ” ເກມ​ນີ້​ສົ່ງ ອະ​ດຳ ລັນ​ລາ​ນາ ກັບ ໂລ​ແບລ໌​ໂຕ ເຟີລ໌​ມິ​ໂນ ຍືນ​ໜ້າ ສ່ວນ “ຜີ​ແດງ” ໃຊ້ ເວຍນ ລູ​ນີຍ໌ ຍືນ​ເປົ້າ​ແລ້ວ​ໃຫ້ ອອງ​ໂຕນີ ມາກ​ຊິ​ອານ ໄປ​ປັ້ນ​ເກມ​ກາງສະຫ​ນາມ

ໃນເຄີ່ງເວລາທຳອິດຫົງ​ແດງ ຫລິ້ນ​ດີກວ່າ ນາ​ທີ 30 ບານ​ມາ​ເຖິງ​ໜ້າ​ປະ​ຕູ ໂລ​ແບລ໌​ໂຕ ເຟີລ໌​ມິ​ໂນ ສົ່ງ​ຕໍ່​ໃຫ້ ຈໍ​ແດນ ເຮນ​ເດີລ໌​ສັນ ແປ​ລຽບ​ແຕ່​ຫລຸດ​ເສົາ​ສອງ​ກ່ອນ ດ້ານ ແມນຢູ ຖືກ​ບຸກ​ຢູ່​ດົນ​ມີ​ລຸ້ນ​ໃນນາ​ທີ 44 ອອງ​ໂຕນີ ມາ​ກ​ຊິ​ອານ ໄດ້​ໂອ​ກາດ​ລາກ​ຂຶ້ນ​ມາ​ຍິງ​ແຕ່​ຕິ​ດບ​ລັອກ​ເຈົ້າ​ຖິ່ນ ຈົບ​ເຄີ່ງເວລາທຳອິດ ສະເໝີ​ກັນ 0-0 ປະຕູ

ເຈົ້າ​ຖີ່ນ ບຸກ​ຫນັດແຕ່​ຍັງ​ຍິງ​ແບບ​ບໍ່ໄດ້ມາດຕະຖານ ໃນນາ​ທີ 67 ອະ​ດຳ ລັນ​ລາ​ນາ ລອງ​ຍັດໄ​ລ​ຍະ​ໄກ​ແຕ່​ບານ​ບໍ່​ເຂົ້າ​ໂກນ ແຕ່​ມາ​ເຖິງ ນາ​ທີ 78 ແມນ ຢູ ທີ່​ຖືກ​ບຸກ​ຢູ່​ດົນ​ກັບ​ເປັນ​ຝ່າຍ​ຂຶ້ນ​ນຳ​ກ່ອນ​ ເມື່ອ ມາ​ລູ​ຍານ ເຟນ​ໄລ​ນີ ໂໝ່ງ​ຕໍາ​ຄານ​ຈັງ​ຫວະ​ທຳອິດ ລູ​ນີຍ໌ ມາຊໍ້າເລີຍໄດ້ປະຕູຂື້ນນໍາ  1-0 ປະຕູ

ໃນ 10 ນາ​ທີ​ສຸດ​ທ້າຍ ລິ​ເວີ​ພູ ສົ່ງ ຄຣີສ​ຕຽນ ເບນ​ເຕ​ເກ ລົງ​ມາ​ເພື່ອ​ລຸ້ນ​ປະ​ຕູ​ຕີ​ສະເໝີ​ແຕ່​ກັບ​ເຮັດຫຍັງ​ບໍ່​ໄດ້ ຈົບ​ເກມ “ຫົງແດງ” ເສຍໃຫ້​​ຄູ່​ແຂ່ງ​ຕະຫລອດ​ການ​ອີກ​ຄັ້ງເປັນ​ນັດ​ທີ່​ສອງ​ຂອງ​ລະດູ​ການ