spot_img
Homeຂ່າວພາຍ​ໃນສະ­ຫວັນ​ນະ​ເຂດ ສ້າງ​ຂົວ​ແຄມ​ຂອງ 18 ແຫ່ງ

ສະ­ຫວັນ​ນະ​ເຂດ ສ້າງ​ຂົວ​ແຄມ​ຂອງ 18 ແຫ່ງ

Published on

ລັດ­ຖະ­ບານ​ທຸ່ມ​ງົບ­ປະ­ມານ​ຈຳນວນ​ມະ­ຫາ­ສານ​ເຂົ້າ​ໃນ​ການ​ກໍ່­ສ້າງ​ຂົວ 18 ແຫ່ງ​ລຽບ​ແຄມ​ຂອງ​ນັບ​ແຕ່​ເທ­ສະບານ​ເມືອງ​ໄກ­ສອນ​ພົມ­ວິ­ຫານ​ຫາ​ເມືອງໄຊ​ພູ​ທອງ ແຂວງ​ສະ­ຫວັນ​ນະ​ເຂດ, ຕັ້ງເປົ້າ​ຈະ​ໃຫ້​ສຳ­ເລັດ​ໃນ​ປີ 2019.

ທ່ານ ໄຊ​ຍະ​ເສນ ແກ້ວ​ວິ­ໄລ​ສັກ ຫົວ­ໜ້າ​ຂະ­ແໜງ​ຄຸ້ມ​ຄອງ​ທາງ­ບົກ, ພະແນກ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ແຂວງ ສະ­ຫວັນ​ນະ​ເຂດ​ໄດ້​ໃຫ້​ສຳ­ພາດ​ກັບ​ນັກຂ່າວ​ພວກ​ເຮົາ​ວ່າ: ເພື່ອ​ເປັນ​ການ​ປັບ­ປຸງ ແລະ​ຍົກ​ລະ­ດັບ​ພື້ນ­ຖານ​ໂຄງ​ລ່າງ​ຈຳເປັນ​ພາຍ​ໃນ​ແຂວງ​ສະ­ຫວັນ​ນະ​ເຂດ ໃຫ້​ມີ​ຄວາມ​ສະ­ດວກ​ສະ­ບາຍ​ທັງ​ຮັບ​ປະກັນ​ຄຸນ​ນະ​ພາບ​ທາງ​ພັກ ແລະ​ລັດ​ຈິ່ງ​ໄດ້ ທຸ່ມ​ງົບ­ປະ­ມານ​ຈຳ­ນວນ 139 ຕື້​ກວ່າກີບ, ເຂົ້າ​ໃນ​ການ​ກໍ່­ສ້າງ​ປັບ­ປຸງ​ຂົວ​ຈຳນວນ 18 ແຫ່ງ​ລຽບ​ຕາມ​ແຄມ​ຂອງ​ທີ່ກວມ​ເອົາ​ໃນ​ຂອບ​ເຂດ​ສອງ​ຕົວ​ເມືອງ​ຄື: ເມືອງ​ໄກ­ສອນ​ພົມ­ວິ­ຫານ ແລະ​ເມືອງ​ໄຊພູ​ທອງ ໃນ​ນີ້​ງົບ­ປະ­ມານ 50% ແມ່ນເປັນ​ທຶນ​ຂອງ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ (ກອງ​ທຶນ​ທາງ) ແລະ ອີກ 50% ແມ່ນ​ເປັນ​ທຶນ​ຂອງ​ແຂວງ, ຕາມແຜນ​ແມ່ນ​ຈະ​ໃຫ້​ສຳ­ເລັດ​ໃນ​ປີ 2019, ໂດຍ​ຂົວ​ຈຳ­ນວນ​ທັງ​ໝົດ​ແມ່ນ​ຈະ​ກໍ່ສ້າງ​ເປັນ​ຂົວ​ເບ​ຕົງ​ເສີມ​ເຫຼັກ ຊຶ່ງ​ໃນສົກ​ປີ 2015-2016 ນີ້ ແມ່ນ​ຈະ​ໃຫ້​ສຳ­ເລັດ 6 ແຫ່ງ​ຄື: ຂົວຫ້ວຍ​ສົ້ມ­ປ່ອຍ, ຂົວ​ຫ້ວຍ​ຍາງ, ຂົວ​ຫ້ວຍເດື່ອ (ເມືອງ​ໄກ­ສອນ ພົມ­ວິ­ຫານ), ຂົວຫ້ວຍ​ສວນ​ອີ້ງ, ຂົວ​ຫ້ວຍ​ກົບ ແລະ​ຂົວ ຫ້ວຍ​ມະ​ຍະ (ເມືອງ​ໄຊ​ພູ​ທອງ).

ສຳ­ລັບ​ຄວາມ​ຄືບ​ໜ້າ​ຂອງ​ການ​ກໍ່ສ້າງ, ທ່ານ ທິບ​ພະ​ວອນ ສີ​ລາ­ຊາ ຜູ້​ອຳນວຍ​ການ​ບໍ­ລິ­ສັດ​ວີ​ແອວ​ພີ​ພັດ­ທະ­ນາ​ກໍ່ ສ້າງ​ຈຳ­ກັດ ຊຶ່ງ​ເປັນ​ຜູ້​ຮັບ​ເໝົາ​ໂຄງ­ການ ກ່າວ​ວ່າ: ມາ​ຮອດ​ປະ­ຈຸ​ບັນ ແມ່ນ​ພວມຂຸ້ນ­ຂ້ຽວຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ດ້ວຍຄວາມ​ເອົາ­ໃຈ­ໃສ່, ມາ​ຮອດ​ດຽວ­ນີ້, ບັນລຸ​ໄດ້​ກວ່າ 30% ໂດຍ​ໜ້າ​ວຽກ​ຫຼັກ​ແມ່ນການ​ສ້າງ​ຮາກ​ຖານ​ຂົວ ຫຼື ການ​ຕອກເສົາ​ເຂັມ​ຂອງ​ຂົວ​ທີ່​ນັບ​ວ່າ​ເປັນ​ຂັ້ນ​ຕອນການ​ກໍ່­ສ້າງ​ທີ່​ສຳ­ຄັນ​ກວ່າ​ໝູ່​ໝົດ ຖ້າຫາກ​ຜ່ານ​ຂັ້ນ​ຕອນ​ນີ້​ແລ້ວ​ໜ້າ​ວຽກ​ອື່ນໆ​ແມ່ນ​ຈະ​ປະ­ຕິ­ບັດ​ໄດ້​ຢ່າງ​ວ່ອງ­ໄວ ເນື່ອງຈາ​ກວ່າ​ທາງ​ດ້ານ​ວັດ​ສະ​ດຸ​ອຸ­ປະ­ກອນການ​ກໍ່­ສ້າງ​ທີ່​ສຳ­ຄັນ​ຕ່າງໆ​ແມ່ນ​ໄດ້ກຽມ­ພ້ອມ​ໄວ້​ໝົດ​ແລ້ວ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...