ສຳເລັດການເຝິກອົບຮົມຫລັກສູດບຳລຸງທີ່ສະຫະພັນບານເຕະແຫ່ງຊາດ

ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບ ສະຫະພັນບານເຕະອາຊຽນ ສຳເລັດການຝຶກອົບຮົມຫລັກສູດບຳລຸງສຳລັບອາຈານສອນ ແລະ ຜູ້ປະເມີນກຳມະການຕັດສິນກິລາ ບານເຕະ , ຟຸດຊໍ ແລະ ບານເຕະຫາດຊາຍ ລະດັບອາຊຽນ ຫລື FIFA/AFF/LFF REFRESHER COURSE FOR REFEREE INSTRUCTORS/ASSESSORS
ເຊິ່ງມີນັກສຳມະນາກອນທັງຫມົດ 24 ຄົນ ຈາກ 9 ປະເທດໃນອາຊຽນເຂົ້າຮ່ວມ ປະກອບມີ :
1. ບຣູໄນ

2.ກຳປູເຈຍ

3.ມາເລເຊຍ

4.ມຽນມາ

5. ຟີລິບປິນ

6. ສິງກະໂປ

7. ໄທ

8. ຫວຽດນາມ

9. ລາວ
ນັກສຳມະກອນ ຈາກ ລາວ ມີທ່ານ ສີປະເສີດ ສິມບັນດິດ ແລະ ທ່ານ ທອງປະເສີດ ພອນສຸລິຍະວົງ ເຊິ່ງການຝຶກອົບຮົມແມ່ນໄດ້ຈັດຂຶ້ນຢູ່ທີ່ ສະຫະພັນບານເຕະແຫ່ງຊາດ ໃນວັນທີ 11-15 ມັງກອນ 2016 ທີ່ຜ່ານມານີ້

12540965_1070703286283941_6842841991788843974_n