ປະທານມວຍລາວ ຊີ້ການພັດທະນາມວຍລາວຊ້າລົງ ຫຼັງຂາດສະຖານທີ່ເຝິກຊ້ອມ

ປະທານສະຫະພັນມວຍແຫ່ງຊາດລາວ ເຜີຍວ່າຮູ້ສຶກເປັນຫວງອະນາຄົດ ຂອງວົງການມວຍລາວ ທີ່ເຫັນວ່າມີການພັດທະນາຊ້າລົງໃນປັດຈຸບັນ ເນື່ອງຈາກຂາດສະຖານທີ່ຈັດການແຂ່ງຂັນ ແລະ ເຝິກຊ້ອມນັກກິລາ ຮຸ່ນສືບທອດ ຕະຫຼອດຮອດທີມຊາດຊຸດໃຫຍ່ ເຊິ່ງອາດຈະສົ່ງຜົນກະທົບຕໍ່ການສ້າງຜົນງານໃນລະດັບພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະແມ່ນງານມະຫາກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ໃນປີ 2017.

ຕາມການເປີດເຜີຍຂອງທ່ານ ສາຍສະໝອນ ໄຊຍະສອນ ຮອງປະທານສະຫະພັນມວຍໂລກ, ປະທານສະຫະພັນມວຍ ອາຊຽນ ແລະ ເອເຊຍ ທັງເປັນປະທານສະຫະພັນມວຍແຫ່ງຊາດລາວ ເມື່ອທ້າຍອາທິດ ຜ່ານມາ ໃຫ້ຮູ້ວ່າ: ໃນນາມເປັນຜູ້ບໍລິຫານສະຫະພັນມວຍແຫ່ງຊາດລາວ ຮູ້ສຶກເປັນຫ່ວງເຖິງການພັດທະນາວົງການມວຍລາວ ໃນອະນາຄົດ ຈະສົ່ງຜົນກະທົບຕໍ່ການສ້າງຜົນງານໃຫ້ແກ່ປະເທດຊາດ ຂອງນັກກິລາມວຍທີມຊາດລາວ ໃນງານແຂ່ງຂັນກິລາລະດັບພາກພື້ນ, ອະນຸພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະແມ່ນງານມະຫາກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ໃນປີ 2017 ເນື່ອງຈາກຂາດສະຖານທີ່ເຝິກຊ້ອມ ຕໍ່ບັນຫາດັ່ງກ່າວ ທາງສະຫະພັນມວຍແຫ່ງຊາດລາວ ໄດ້ມີການປະສານພົວພັນ ແລະ ສະເໜີເຖິງລັດຖະບານ ກໍ່ຄື ກະຊວງສຶກສາທິການ ແລະ ກິລາ ຈະຂໍອະນຸຍາດນຳໃຊ້ສະຖານ ຄ້າຍມວຍໂຊກໄຊ ເຊິ່ງເປັນສະຖານທີ່ເດີມ ທີ່ສະຫະພັນມວຍລາວ ໄດ້ນຳໃຊ້ມາແຕ່ປີ 2005-2013 ກໍ່ໄດ້ສົ່ງມອບຄືນຍ້ອນມີບັນຫາຄັດຂ້ອງຍັງມີເອກະຊົນ ຫຼື ບາງຄອບຄົວອາໃສຢູ່ແຕ່ນັ້ນມາ ຈົນມາເຖິງປັດຈຸບັນ. ດັ່ງນັ້ນ, ເພື່ອຄວາມຖືກຕ້ອງແລະ ໃຫ້ສອດຄ່ອງກັບຂະບວນການພັດທະນາວົງການກິລາມວຍລາວ ກ້າວສູ່ຜົນສຳເລັດໃນສາກົນ ຂໍຮຽກຮ້ອງ ມາຍັງພາກສ່ວນທີ່ກ່ຽວຂ້ອງ ເພື່ອພິຈາລະນາຕາມຄວາມເໝາະສົມ.

ທ່ານ ສາຍສະໝອນ ໄຊຍະສອນ ກ່າວຕື່ມອີກວ່າ: ສຳລັບສະຖານທີຈັດການແຂ່ງຂັນ ແລະ ເຝິກຊ້ອມນັກກິລາ ແມ່ນມີຄວາມສຳຄັນຫຼາຍຕໍ່ຂະບວນການພັດທະນາກິລາມວຍລາວ ແລະ ທາງສະຫະພັນມວຍແຫ່ງຊາດລາວ ຍັງບໍ່ທັນມີສະຖານທີ່ດັ່ງກ່າວ ເຊິ່ງໃນໄລຍະຜ່ານມາ ໄດ້ມີການເຊົ່າສະຖານທີ່ເຝິກຊ້ອມ ແລະ ຈັດແຂ່ງຂັນ ທັງພາຍໃນ ແລະ ປະເທດເພື່ອນບ້ານ ເຮັດໃຫ້ຕ້ອງມີການໃຊ້ຈ່າຍງົບປະມານສູງພໍສົມຄວນ. ດັ່ງນັ້ນ, ເພື່ອເປັນການຕອບສະໜອງຕາມຄວາມຕ້ອງການ ແລະ ຄວາມເປັນຈິງ ຈຶ່ງໄດ້ສະເໜີເຖິງກະຊວງສຶກສາທິການ ແລະ ກິລາ ເພື່ອພິຈາລະນາການນຳໃຊ້ຄ້າຍມວຍໂຊກໄຊ ມາດົນພໍສົມຄວນ ແຕ່ຍັງບໍ່ທັນໄດ້ຮັບການຕອບສະໜອງເທື່ອ. ເຖິງແນວໃດກໍ່ຕາມ, ສຳລັບສະຖານທີ່ດັ່ງກ່າວ ໃນຕໍ່ໜ້າຈະໄດ້ມີການພັດທະນາປັບປຸງຄືນໃໝ່ ສ້າງໃຫ້ເປັນຄ້າຍທີ່ໃຫຍ່ທີ່ສຸດ ແລະ ໄດ້ມາດຕະຖານລະດັບສາກົນ ເພື່ອຈັດການແຂ່ງຂັນໃນລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ສ້າງໃຫ້ໄດ້ນັກກິລາທີ່ມີພອນສະຫວັນ ສາມາດຄັດເລືອກໄດ້ໃນທົ່ວປະເທດ ມາເຕົ້າໂຮມກັນຢູ່ຈຸດດຽວ ກ່ອນຈະສົ່ງເຂົ້າຮ່ວມແຂ່ງຂັນສ້າງຜົນງານໃຫ້ແກ່ປະເທດຊາດ ໃນອະນາຄົດ.

pathan

 

ທີ່ມາ: ກະຊວງສຶກສາທິການ ແລະ ກິລາ