Homeຂ່າວຕ່າງປະເທດລາຄານ້ຳມັນໂລກ ຈະຫຼຸດ 20 ໂດລາຕໍ່ບາເຣລ

ລາຄານ້ຳມັນໂລກ ຈະຫຼຸດ 20 ໂດລາຕໍ່ບາເຣລ

Published on

     ນັກວິ​ເຄາະ​ລະບຸ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເຫັນ​ລາຄາ​ນ້ຳມັນ​ດິບ​ຫຼຸດ​ລົງ​ເຖິງ 20 ​ໂດ​ລາ​ສະຫະລັດ​ຕໍ່​ບາ​ເຣລ

ຈາກ​ປັດ​ໃຈຄວາມ​ຂັດ​ແຍ້​ງລະຫວ່າ​ງຊາ​ອຸ​ດິດອາຣັບບີ ​ແລະອີຣານ ຊຶ່ງ​ຈະ​ເຮັດ​ໃຫ້​ພາວະ​ນ້ຳມັນ​ລົ້ນຕະຫຼາດ​ຮຸນ​ແຮ​ງຂຶ້ນ​ໃນ​ປີ​ນີ້.

     ລາຄາ​ນໍ້າມັນ​ດິບ​ຢູ່ຕະຫຼາດ​ເວສ​ເທັກ​ຊັສ ງວດ​ສົ່ງ​ມອບ​ລ່ວງໜ້າ​ເດືອນ​ກຸມພາ​ຫຼຸດ​ລົງ​ໄປ​ຢູ່​ທີ່ 29,93 ​ໂດ​ລາ​ຕໍ່​ບາ​ເຣລ ຕໍ່າ​ສຸດ​ນັບ​ຕັ້ງ​ແຕ່​ເດືອນ​ພະຈິກ​ປີ 2003 ກ່ອນ​ທີ່​ຈະ​ເພີ່ມ​ຂຶ້ນ​ມາ​ປິດ​ຢູ່​ທີ່ 30,44 ​ໂດ​ລາ​ຕໍ່​ບາ​ເຣລ ຫຼຸດ​ລົງ​ຈາກ​ວັນ​ທີ 12 ຢູ່​ທີ່ 97 ​ເຊ​ນ ສ່ວນ​ລາຄາ​ນ້ຳມັນ​ດິບ​ເບຣນທະ​ເລ​ເໜືອ​ຫຼຸດ​ລົງ 69 ​​ເຊ​ນປິດ​ຢູ່​ທີ່ 30,86 ​ໂດ​ລາ​ຕໍ່​ບາ​ເຣລ ສາ​ເຫດ​ສຳຄັນ​ເກີດ​ຈາກ​ພາວະ​ນ້ຳມັນ​ດິບ​ລົ້ນຕະຫຼາດ ​ເນື່ອງ​ຈາກ​ກຸ່ມ​ປະ​ເທດ​ຜູ້​ຜະລິດ ​ແລະ ສົ່ງ​ອອກນ້ຳມັນ(​ໂອ​ເປັກ)ນຳ​ໂດ​ຍຊາ​ອຸ​ດິດອາຣັບບີ​ຍັງ​ບໍ່​ຍອມ​ຫຼຸດ​ກຳລັງ​ການ​ຜະລິດ ​ເພື່ອ​ຫວັງ​ຕ້ອງການ​ຍາດ​ຊີງ​ຕະຫຼາດ​ຈາກ​ອາ​ເມ​ລິ​ກາ ​ແຕ່​ນັກວິ​ເຄາະ​ມອງ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ໄດ້​ເຫັນ​ລາຄາ​ນ້ຳ​ມັນ​ດິບ​ຫຼຸດລົງ​ເຖິງ 20 ​ໂດ​ລາ​ຕໍ່​ບາ​ເຣລ ຈາກ​ປັດ​ໄຈ​ຄວາມ​ຂັດ​ແຍ້​ງລະຫວ່າງ​ຊາ​ອຸ​ດິດອາຣັບບີ ​ແລະ ອີຣານ ຊຶ່ງ​ຈະ​ເຮັດ​ໃຫ້ພາວະ​ນ້ຳມັນ​ລົ້ນຕະຫຼາດ​ຮຸນ​ແຮງ​ຂຶ້ນ​ໃນ​ປີ​ນີ້.

ຂະນະ​ທີ່​ອີຣານຈະ​ກັບ​ມາ​ເດີນ​ໜ້າ​ສົ່ງ​ອອກ​ນ້ຳມັນ ຫຼັງ​ຈາກ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດ​ຫຼ້າ​ສຸດ, ນີ​ເຊຣີຊຶ່ງ​ເປັນ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ​ລາຍ​ໃຫຍ່​ຂອງ​ອາ​ຟຣິກາ​ຮຽກຮ້ອງ​ໃຫ້​ກຸ່ມ​ໂອ​ເປັກ​ຈັດ​ກອງ​ປະຊຸມ​ສຸກ​ເສີນ​ໃນ​ຕົ້ນ​ເດືອນ​ມີນາ​ທີ່​ຈະ​ມາ​ເຖິງ​ນີ້​ເພື່ອ​ພິຈາລະນາ​ຫຼຸດ​ກຳລັງ​ການ​ຜະລິດ​ບໍ່​ໃຫ້​ລາຄາ​ນ້ຳມັນ​ຕົກ​ຕໍ່າລົງ​ໄປ​ກ່ວາ​ນີ້(ຕາມ​ຂ່າວ​ຕ່າງປະ​ເທດ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...