ສະໜາມຍິງປືນ 5 ເມສາ ກຽມຈັດຍິງປືນ ໄອພີເອັສຊີ ໃນເດືອນກຸມພານີ້

ສະໜາມກິລາຍິງປືນ 5 ເມສາ ກຽມຈັດການແຂ່ງຂັນກິລາຍິງປືນ ປະເພດ ໄອພີເອັສຊີ (IPSC) 4 ລາຍການ ຮຸ່ນທົ່ວໄປ 2 ຄັ້ງ ໂດຍຄາດວ່າຈະຈັດຂຶ້ນໃນເດືອນກຸມພາ ແລະ ເດືອນເມສາ ທີ່ຈະມາເຖິງນີ້ ເພື່ອເປັນການທົດສອບສະໜາມ ທີ່ໄດ້ສ້າງຂຶ້ນໃໝ່ ແລະ ຈະສຳເລັດຢ່າງສົມບູນໃນໄວໆນີ້.
ຕາມການເປີດເຜີຍຂອງທ່ານ ພຸດທະສັກ ສຸກອາລຸນ ປະທານສະຫະພັນຍິງປືນ ນະຄອນຫຼວງວຽງຈັນ ທັງເປັນຜູ້ອຳນວຍການສະໜາມກິລາຍິງປືນ 5 ເມສາ ໃນຕອນເຊົ້າວັນທີ 12 ມັງກອນ ຜ່ານມາ ໃຫ້ຮູ້ວ່າ: ເພື່ອເປັນການທົດສອບສະໜາມກິລາຍິງປືນ 5 ເມສາ ເຊິ່ງເປັນສະໜາມໄດ້ມາດຕະຖານລະດັບສາກົນ ທີ່ສ້າງຂຶ້ນໃໝ່ ມາແຕ່ຕົ້ນປີ 2015 ແລະ ຄາດວ່າຈະສຳເລັດໃນເດືອນເມສາ 2016 ມີລວມມູນຄ່າທັງໝົດ 10 ລ້ານກວ່າໂດລາສະຫະລັດ, ໃນນັ້ນ ປະກອບມີສະໜາມແຂ່ງຂັນຍິງປືນເຖິງ 7 ລາຍການ. ດັ່ງນັ້ນ, ເພື່ອເຮັດໃຫ້ສະໜາມກິລາດັ່ງກ່າວມີຄວາມພ້ອມຮ້ອຍເປີເຊັນ ໃນປີນີ້ ຈະໄດ້ຈັດການແຂ່ງຂັນກິລາຍິງປືນ ປະເພດ ໄອພີເອັສຊີ 4 ລາຍການ ຄື: ປະເພດປືນໂປຣດັກຊັ່ນ, ສະແຄດດາດ, ຣີໂວເວີ ແລະ ປືນໂອເພັນ ໃນຮຸ່ນທົ່ວໄປ ເຖິງ 2 ຄັ້ງ ເຊິ່ງຈະຈັດຂຶ້ນໃນເດືອນກຸມພາ ແລະ ເດືອນເມສາ ທີ່ຈະມາເຖິງນີ້ ໂດຍຄາດວ່າ ຈະມີນັກກິລາຈາກ ປະເທດໄທ, ສິງກະໂປ ແລະ ສປ ຈີນ ເຂົ້າຮ່ວມແຂ່ງຂັນປະຊັນສີມືກັບນັກກິລາລາວ.
ທ່ານ ພຸດທະສັກ ສຸກອາລຸນ ກ່າວອີກວ່າ: ການຈັດແຂ່ງຂັນ 2 ລາຍການດັ່ງ ກ່າວ ເປັນການແຂ່ງຂັນແບບເປີດກວ້າງ ສະເພາະນັກກິລາລາວ ຄາດວ່າຈະມີນັກກິລາຈາກບັນດາກະຊວງ ກໍ່ຄື ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ ພ້ອມດ້ວຍບັນດາແຂວງ ແລະ ສະໂມສອນເຂົ້າຮ່ວມແຂ່ງຂັນ. ເຖິງຢ່າງໃດກໍ່ດີ, ສຳລັບຄວາມຄືບໜ້າຂອງໂຄງການສ້າງສະໜາມຍິງປືນ 5 ເມສາ ໄດ້ສຳເລັດເກືອບ 100 ເປີເຊັນແລ້ວ ໂດຍຄາດວ່າຈະເປີດການນຳໃຊ້ຢ່າງເປັນທາງການໃນເດືອນເມສາ ທີ່ຈະມາເຖິງນີ້. ຢ່າງໃດກໍ່ຕາມ, ໃນປັດຈຸບັນສະໜາມດັ່ງກ່າວ ຍັງມີຄວາມຕ້ອງການບຸຄະລາກອນ ໂດຍສະເພາະແມ່ນແມ່ຍິງ ມາເຮັດວຽກຮ່ວມຫຼາຍຕຳແໜ່ງ. ດັ່ງນັ້ນ, ຖ້າຫາກທ່ານໃດມີຄວາມສົນໃຈຢາກມາເຮັດວຽກນຳ ກໍ່ສາມາດມາພົວພັນ ແລະ ຕິດຕໍ່ໄດ້ໂດຍກົງຢູ່ສະໜາມຂອງພວກເຮົາໄດ້ໃນໂມງລັດຖະການ.
ສຳລັບເປົ້າໝາຍໃນການສະໜາມກິລາຍິງປືນ 5 ເມສາ ຂຶ້ນມາຄັ້ງນີ້ ແມ່ນເພື່ອເປັນການສົ່ງເສີມນັກກິລາລາວ ມີການພັດທະນາຢ່າງຕໍ່ເນື່ອງ ສາມາດທຽບເທົ່າກັບນັກກິລາລະດັບນາໆຊາດ ແລະ ສ້າງຜົນງານໃນການແຂ່ງຂັນລະດັບພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະງານມະຫາກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ ໃນປີ 2017, ໃນນັ້ນ ປະກອບມີ 7 ສະໜາມກິລາຍິງປືນ ຄື: ສະໜາມຍິງປືນສັ້ນ 25 ແມັດ, ສະໜາມຍິງປືນສັ້ນ 50 ແມັດ, ສະ ໜາມຍິງປືນຍາວ 200 ແມັດ, ສະໜາມຍິງປືນເປົ້າບິນ, ສະໜາມຍິງປືນ ເພັນບອນ, ສະໜາມຍິງປືນ ຊີເອັສ ແລະ ສະໜາມຍິງປືນ ໄອພີເອັສຊີ.

ying2

ທີ່ມາ: ກະຊວງສຶກສາທິການ ແລະ ກິລາ