Homeຂ່າວການພັດທະນາອພບ ລະບຸ ການຈັດຫາແຮງງານອະນາໄມ ພົບຄວາມຫຍຸ້ງຍາກ ຍ້ອນຄົນຖືເປັນວຽກຕ່ຳຕ້ອຍ!

ອພບ ລະບຸ ການຈັດຫາແຮງງານອະນາໄມ ພົບຄວາມຫຍຸ້ງຍາກ ຍ້ອນຄົນຖືເປັນວຽກຕ່ຳຕ້ອຍ!

Published on

Untitled-1 anamai 1

ຂປລ. ທ່ານ ຄຳ​ປ່ຽນ ອິນ​ທະ​ລືຊາ ຮອງ​ປະທານ​ອົງການ​ພັດທະນາ ​ແລະ ບໍລິຫານ​ຕົວ​ເມືອງ​ວຽງ​ຈັນ ​ຊີ້​ແຈງວ່າ: ​ເນື່ອງ​ຈາກ​ຄົນ​ໃນ​ສັງຄົມ ຖື​ວ່າ​ວຽກ​ອະນາ​ໄມ​ຕົວ​ເມືອງ ​ເປັນຕົ້ນ: ​ເກັບ​ມ້ຽນ​ຂີ້​ເຫຍື້ອ, ປັດ​ກວາດຖະໜົນ​ຫົນທາງ, ຕັດ​ຫຍ້າ​, ບົວລະບັດ​ຕົ້ນ​ໄມ້ ​ແລະ ອື່ນໆ​ເປັນ​ວຽກ​ຕ່ຳ​ຕ້ອຍ ຫລື ບໍ່​ມີ​ຄົນ​ສົນ​ໃຈ​ເຂົ້າມາ​ເຮັດ​ ​ເຖິງ​ວ່າ​ຈະ​ມີ​ລາຍ​ໄດ້​​ແນ່ນອນຢ່າງ​ຕ່ຳ​ເດືອນ​ລະ 1 ລ້ານ​ກີບ ​ກໍ​ຕາມ. ຜ່ານ​ມາ​ກໍ​ເຄີຍ​ປະກາດ​ຮັບ​ສະໝັກ​ເອົາ​ພະນັກງານ ​ແຕ່​ຜູ້​ສົນ​ໃຈຈະ​ເຂົ້າມາສະ​ໝັກ​ມີ​ໜ້ອຍ, ຜູ້​ທີ່​ເຂົ້າມາສະ​ໝັກ​ສ່ວນ​ຫລາຍ​ແມ່ນ​ຜູ້​ມີ​ອາຍຸ​ສູງ, ​ເມື່ອ​ເປັນ​ດັ່ງ​ນັ້ນ ກໍ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ ​ແຕ່​ບາງ​ຄົນ​ມາ​ເຮັດ​ວຽກ​ບໍ່​ຮອດ​ເດືອນ​ກໍ​ອອກ ສະນັ້ນ, ​ຈຶ່ງ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຊອກ​ຫາ​ແຮງ​ງານ​ເຂົ້າ​ໃນ​ວຽກ​ງານ​ອະນາ​ໄມ​ດັ່ງກ່າວ.

ຕໍ່​ກັບ​ບັນຫາ​ນີ້, ທ່ານ ຮອງ​ປະທານອົງການ​ພັດທະນາ ຈຶ່ງ​ໄດ້​ຮຽກຮ້ອງ​ໃຫຸ້ກຄົນ​ໃນ​ສັງຄົມ​ມີ​ສ່ວນ​ຮ່ວມ​ ​ໃນ​ການອະນາ​ໄມ​ຕົວ​ເມືອງ ​ໃຫ້​ມີ​ຄວາມ​ສະອາດສວຍ​ງາມ ​ໂດຍ​ສະ​ເພາະ​ ແມ່ນ​ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມ​ທາງ, ລວມ​ເຖິງ​ສະມາຄົມ​ຂົນ​ສົ່ງ ​ ຫີນ-ຊາຍ ​ແລະ ຜູ້​ປະກອບ​ການ​ຕ່າງໆ ຕະຫລອດ​ຮອດ​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ ຈົ່ງ​ເອົາ​ໃຈ​ໃສ່​ໃນ​ການ​ຮັກສາ​ຄວາມ​ສະອາດ​ຊ່ວຍ​ກັນ ​ໃຫ້​ຖື​ວ່າ​ວຽກ​ດັ່ງກ່າວ ​ເປັນ​ໜ້າ​ທີ່​ຂອງ​ໝົດ​ທຸກ​ຄົນ ຖ້າ​ຕົວ​ເມືອງ​ສະອາດງາມ​ຕາ​ ກໍ​ຈະ​​ເປັນ​ໃບ​ໜ້າ​ອັນ​ດີ​ ໃນ​ການ​ຕ້ອນຮັບ​ແຂກ​ບ້ານ​ແຂກ​ເມືອງ​​ເຂົ້າມາ​ປະ​ເທດ​ເຮົາ​ນັບ​ມື້​ຫລາຍ​​ຂຶ້ນ.

ພ້ອມ​ນີ້ ທ່ານ ຍັງ​ຍົກ​ໃຫ້​ເຫັນ​ວ່າ: ນອກຈາກ​ບັນຫາ​ແຮງ​ງານ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ແລ້ວ ການ​ຊອກ​ຫາ​ແຫ​ລ່ງນ້ຳ​ທີ່​ສະອາດ​ ເພື່ອ​ໃຊ້​ເຂົ້າ​ໃນ​ການ​ລ້າງ​ທາງ, ຫົດ​ດອກ​ໄມ້ ​ແລະ ຫຍ້າ​ ຍັງ​ບໍ່​ມີ​ສະຖານ​ທີ່​ແນ່ນອນ ​ເມື່ອ​ຮອດ​ລະດູ​ແລ້ງ​​ແມ່ນ​ບໍ່​ມີ​ແຫ​ລ່ງນ້ຳທີ່​ຈະ​ນຳ​ໃຊ້​ໃນ​ວຽກ​ງານ​ດັ່ງກ່າວ​ແລ້ວ. ​ເຊິ່ງ​ເປັນ​ໜ້າ​ວຽກ​ທີ່​ຂະ​ແໜງ​ກ່ຽວຂ້ອງ​ຈະ​ຕ້ອງ​ໄດ້​ຮີບຮ້ອນ​ແກ້​ໄຂ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...