spot_img
HomeມູມໄອທີລາວHTC One X9 ເປີດໂຕຢ່າງເປັນທາງການແລ້ວ ແລະມາພ້ອມກັບຊິບປະມວນຜົນ Helio X10

HTC One X9 ເປີດໂຕຢ່າງເປັນທາງການແລ້ວ ແລະມາພ້ອມກັບຊິບປະມວນຜົນ Helio X10

Published on

image

ເຊິ່ງກ່ອນໜ້ານີ້ເອງກໍໄດ້ມີຮູບພາບແລະຄລິບວີດີໂອຕົວຢ່າງຂອງສະມາດໂຟນ HTC One X9 ຫຼຸດອອກມາ ແລະ ບອກໄວ້ວ່າຈະເປີດໂຕພາຍໃນຊ່ວງຄຣິສມາດນີ້ ແລະມື້ນີ້ເອງ HTC ກໍໄດ້ເປີດໂຕ HTC One X9 ຢ່າງເປັນທາງການແລ້ວທີ່ປະເທດຈີນ. ເຊິ່ງສິ່ງທີ່ເຫັນໄດ້ຊັດເຈນເລີຍກໍຄືມີຄວາມເປັນພຣີມ້ຽມຫຼາຍຂຶ້ນກວ່າລຸ້ນ A9 ທີ່ເປີດໂຕໄປແລ້ວ ກ່ອນໜ້ານີ້ ແລະ ສະເປັກທີ່ຈັດມາເຕັມເລີຍກໍເວົ້າໄດ້ ຂ່າວເກົ່າ

image

ສຳລັບສະເປັກຂອງ HTC One X9 ມີດັ່ງນີ້:
– ໜ້າຈໍຂະໜາດ 5.5 ນິ້ວ ຄວາມລະອຽດ 1080p (Full HD)
– ໃຊ້ງານຊິບປະມວນຜົນຂອງ MediaTek Helio X10 ຄວາມໄວ 2.2GHz
– Rom 32 GB ສາມາດເພີ່ມ MicroSD ໄດ້
– Ram 3 GB
– ກ້ອງຫຼັງ 13 ລ້ານພິກເຊວ ມາພ້ອມກັບລະບົບກັນສັ່ນ OIS ແລະສາມາດຖ່າຍວີດີໂອຄວາມລະອຽດແບບ 4K ໄດ້
– ກ້ອງໜ້າ 5 ລ້ານພິກເຊວ
– ລຳໂພງເປັນແບບ BoomSound
– ແບັດເຕີຣີໃຫ້ມາ 3000mAh
– Android 6.0 Marshmallow ( ບໍ່ແນ່ໃຈເທື່ອວ່າຈະມາພ້ອມໃນກ່ອງເລີຍຫຼືບໍ່ )

image

ສຳລັບລາຄາຂອງ One X9 ນັ້ນຢູ່ທີ່ 2399 ຢວນ (3.020.000 ກີບ) ເຊິ່ງຕອນນີ້ຄາດວ່າຈະຂາຍສະເພາະປະເທດຈີນ ແລະອາດຈະມີລຸ້ນຂາຍສຳລັບທົ່ວໂລກພ້ອມ

ທີ່ມາ: gsmarena,phonearena

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...