spot_img
Homeຂ່າວເຫດການກະຊວງປ້ອງກັນປະເທດ ປາຖະກະຖາ ການເປັນເຈົ້າພາບ ກອງປະຊຸມທະຫານອາຊຽນ!

ກະຊວງປ້ອງກັນປະເທດ ປາຖະກະຖາ ການເປັນເຈົ້າພາບ ກອງປະຊຸມທະຫານອາຊຽນ!

Published on

army-1

ຂປລ.​ ໃນ​​ວັນທີ 23 ທັນວາ 2015 ກະຊວງປ້ອງກັນປະເທດໄດ້ຈັດປາຖະກະຖາ ກ່ຽວກັບອາຊຽນ, ນັບທັງການເປັນເຈົ້າພາບແລະ ປະທານກອງປະຊຸມທະຫານອາຊຽນ ຂອງກອງທັບປະຊາຊົນລາວ. ​ໃຫ້ກຽດເປັນປະທານແລະ ບັນຍາຍໂດຍທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ມີບັນດາຄະນະນຳກະຊວງແລະ ຕົວແທນຈາກກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ​.

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ຈຸດປະສົງແລະ ຫລັກການຂອງອາຊຽນເຊິ່ງແນໃສ່ປົກປັກຮັກສາ, ສົ່ງເສີມສັນຕິພາບ, ສະຖຽນລະພາບແລະ ຄວາມໝັ້ນຄົງຂອງພາກພື້ນເຮັດໃຫ້ອາຊີຕາເວັນອອກສ່ຽງໃຕ້ເປັນເຂດປອດອາວຸດນິວເຄລຍແລະ ອາວຸດທຳລາຍລ້າງຜານອື່ນໆ. ​ເພີ່ມທະວີຄວາມສາມາດໃນການເພິ່ງຕົນເອງຂອງພາກພື້ນ, ການເຊື່ອມໂຍງດ້ານເສດຖະກິດແລະ ອື່ນໆ. ປັດຈຸບັນປະຊາຄົມອາຊຽນ ມີສາມເສົາຄ້ຳ ຄື: ປະຊາຄົມການເມືອງ ຄວາມໝັ້ນຄົງ, ປະຊາຄົມ​​ເສດຖະກິດແລະ ປະຊາຄົມວັດທະນະທຳສັງຄົມ. ພ້ອມນີ້ ທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງປະຊາຄົມເສດຖະກິດອາຊຽນ ຫລື AEC ທີ່ຈະໄດ້ຮັບການສ້າງຕັ້ງຂຶ້ນໃນທ້າຍປີນີ້ເຊິ່ງເປັນຂີດໝາຍປະຫວັດສາດ ກໍຄືຜົນສຳເລັດໃນການສ້າງຕັ້ງອາຊຽນ, ລວມທັງໂອກາດແລະ ສິ່ງທ້າທາຍຂອງ ສປປ ລາວ ໃນການເຂົ້າຮ່ວມ AEC, ການກະກຽມຄວາມພ້ອມຂອງຄົນລາວແລະ ຫົວໜ່ວຍທຸລະກິດໃນຍຸກ AEC ​ເຊິ່ງໄລຍະຕົ້ນ ຈະໄດ້ເປີດເສລີສະເພາະແຮງງານທີ່ມີສີມືໃນ 8 ອາຊີບ ຄື: ທ່ານໝໍ, ໝໍປົວແຂ້ວ, ພະຍາບານ, ວິສະວະກອນ, ສະຖາປານິກ, ນັກສຳຫລວດ, ນັກບັນຊີແລະ ອາຊີບດ້ານການທ່ອງທ່ຽວ.

army
ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຍັງໄດ້ຊີ້​​ໃຫ້ເຫັນກ່ຽວກັບ ການເປັນເຈົ້າພາບແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ຂອງສປປ ລາວເຊິ່ງກອງທັບ ກໍຈະໄດ້ເປັນເຈົ້າພາບແລະ ປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 10 ​ແລະ ກອງປະຊຸມໃນຂອບທະຫານອາຊຽນ ອື່ນໆ ທີ່ກ່ຽວຂ້ອງລວມ ທັງໝົດ 19 ກອງປະຊຸມ ໃນປີ 2016. ການເປັນເຈົ້າພາບແລະປະທານບັນດາກອງປະຊຸມຂອງອາຊຽນ ຂອງກອງທັບປະຊາຊົນລາວໃນຄັ້ງນີ້ແມ່ນມີຄວາມ  ໝາຍສຳຄັນທາງປະຫວັດສາດທະຫານໃນການຮ່ວມມືສາກົນ, ​ເປັນການຈັດຕັ້ງຜັນຂະຫຍາຍແນວ ທາງການຕ່າງປະເທດທີ່ສ້າງສັນ, ສະເໝີຕົ້ນສະເໝີປາຍແລະ ມີຫລັກການຂອງພັກ ໃນໄລຍະໃໝ່, ທັງແມ່ນການປະຕິບັດສິດແລະ ພັນທະ ຂອງ ສປປ ລາວໃນຖານະທີ່ເປັນປະເທດສະມາຊິກປະຊາຄົມອາຊຽນແລະເຊີດຊູບົດບາດຄວາມເຊື່ອໝັ້ນຂອງບັນດາປະເທດສະມາຊິກ ຕໍ່ລັດຖະບານແຫ່ງ ສປປ ລາວ ກໍຄື ກອງທັບປະຊາຊົນລາວໃນການເສີມຂະຫຍາຍສາຍພົວພັນມິດຕະພາບແລະ ການຮ່ວມມື ໃນພາກພື້ນແລະໃນໂລກ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...