spot_img
Homeຂ່າວທ້ອງຖິ່ນເຜົ່າມົ້ງເມືອງວຽງທອງ ແຂວງບໍລິຄຳໄຊ ຈັດງານບຸນປະເພນີກິນຈຽງ ປະຈຳປີ 2015!

ເຜົ່າມົ້ງເມືອງວຽງທອງ ແຂວງບໍລິຄຳໄຊ ຈັດງານບຸນປະເພນີກິນຈຽງ ປະຈຳປີ 2015!

Published on

E3-1

ເມືອງວຽງທອງແຂວງ ບໍລິຄຳໄຊ ໄດ້ຈັດງານບຸນກິນ ໍຈຽງ (ນໍ່ເປ້ຈໍ່) ຊົນເຜົ່າມົ້ງ ຂຶ້ນທີ່ ບ້ານຫີນໂງນ ໂດຍເຂົ້າຮ່ວມພິ ທີຂອງ ທ່ານ ພັດທະຈອນ ແກ້ວພຸດທະວົງ ຄະນະ ປະຈຳ ພັກເມືອງຮອງເຈົ້າເມືອງ ວຽງທອງ, ທ່ານ ໄມທອງ ສີພູທອນ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີເລຂາພັກບ້ານ,ສະມາຄົມເຜົ່າມົ້ງ, ປະທານສະມາຄົມງົວຊົນ ເຜົ່າມົ້ງ ແລະ ອ້າຍນ້ອງເຜົ່າ ມົ້ງທົ່ວເມືອງວຽງທອງ ແລະ ຕ່າງເມືອງພ້ອມດ້ວຍແຂກຖືກ ເຊີນເຂົ້າຮ່ວມ.
ໃນໂອກາດວັນດັ່ງກ່າວ ທ່ານ ພໍ່ຊາຍ ເລຂາພັກບ້ານ ຫີນໂງນ ໄດ້ກ່າວເປີດງານ ພ້ອມເລົ່າປະຫວັດຄວາມເປັນມາຂອງງານ ບຸນກິນຈຽງ ເຜົ່າມົ້ງ ຊົນເຜົ່າມົ້ງເປັນ ຊົນເຜົ່າ ໜຶ່ງໃນ 49 ຊົນເຜົ່າໃນວົງຄະນາ ຍາດແຫ່ງຊາດລາວຈັດຢູ່ໃນ ໝວດພາສາມົ້ງ – ອີມຽນມີປະ ຫວັດຄວາມເປັນມາອັນຍາວ ນານຄ້າຍຄືກັບຊົນເຜົ່າອື່ນໆ, ຊົນເຜົ່າມົ້ງມີ ພາສາຂຽນເປັນເອ ກະລັກຂອງຕົນເອງສ່ວນພາສາປາກເວົ້າມີຄວາມແຕກຕ່າງ ກັນບາງເລັກໜ້ອຍແຕ່ສາມາດເຂົ້າໃຈຊຶ່ງກັນ ແລະ ກັນມີເອກະລັກທາງດ້ານ ຮີດຄອງ ປະເພນີຄວາມເຊື່ອຖື ວັດທະນະ ທຳຂອງຕົນເອງໄວ້ໃຫ້ແກ່ຮຸ່ນ ລູກ – ຮຸ່ນຫຼານຈົນເຖິງທຸກວັນນີ້ເຊັ່ນ: ເຊື່ອຖືຜີເຮືອນ, ເຊື່ອຖືຜູ້ ເປັນພໍ່, ເປັນແມ່ ແລະ ບັນພະ ບຸລຸດ.​ງານບຸນກິນຈຽງຂອງຊົນ ເຜົ່າມົ້ງຄັ້ງນີ້ ກໍເພື່ອເປັນການ ສະເຫຼີມສະຫຼອງຜົນງານການ ຜະລິດໃນຮອບປີທັງເປັນການ ຟື້ນຟູເຜີຍແຜ່ຮີດຄອງປະເພ ນີ ແລະ ວັດທະນະທຳອັນດີງາມຂອງຕົນ ເປັນການສົມມາຄາລະວະຕໍ່ຜູ້ອາວຸໂສ, ຜູ້ເປັນພໍ່ເປັນແມ່ ແລະ ຜູ້ນຳພາໃນຕະກຸນ ເປັນໂອກາດເຕົ້າ ໂຮມພໍ່ແມ່ຍາດຕິພີ່ນ້ອງທັງໃກ້ ແລະ ໄກເພື່ອໄປ – ມາຢ້ຽມ ຢາມພົບປະສ້າງສັນຄວາມສາມັກຄີ ແລະ ຮູ້ບຸນຄຸນຊຶ່ງກັນ ແລະ ກັນອີກຢ່າງໜຶ່ງເພື່ອເປັນ ການສ້າງໂອກາດໃຫ້ພໍ່ແມ່ໄດ້ ເລືອກລູກໄພ້ ເລືອກລູກ ເຂີຍ ຫຼື ຊາຍໜຸ່ມ-ຍິງສາວໄດ້ເລືອກຄູ່ ຊີວິດຂອງຕົນ ແລະ ສະແດງສິ ລະປະວັນນະຄະດີຂອງຕົນໃຫ້ ຊົນເຜົ່າອື່ນໄດ້ຮັບຮູ້ພາຍໃນ ງານຍັງໄດ້ມີການ ແຂງຂັນງົວ ລະຫວ່າງບ້ານຕໍ່ບ້ານໂຍນ ໝາກຄອນ ແລະ ຊົມສິລະປະ ຂອງຊົນເຜົ່າມົ້ງຢ່າງມ່ວນຊື່ນ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...