spot_img
Homeຂ່າວພາຍ​ໃນການລົງທຶນຂອງຍີ່ປຸ່ນ ຢູ່ໃນອັນດັບ 6 ຈາກ 53 ປະເທດທີ່ເຂົ້າມາລົງທຶນຢູ່ໃນລາວ

ການລົງທຶນຂອງຍີ່ປຸ່ນ ຢູ່ໃນອັນດັບ 6 ຈາກ 53 ປະເທດທີ່ເຂົ້າມາລົງທຶນຢູ່ໃນລາວ

Published on

9888

ການຂະຫຍາຍຕົວຂອງເສດຖະກິດໃນຂົງເຂດອາຊຽນຖືວ່າກຳລັງເປັນທີ່ສົນໃຈຂອງຫລາຍໆປະເທດ, ໃນນັ້ນ ປະເທດຍີ່ປຸ່ນບໍ່ພຽງແຕ່ເປັນນັກລົງທຶນລາຍໃຫຍ່ໃນຂົງເຂດນີ້, ແຕ່ຍັງເປັນປະເທດຄູ່ຄ້າໃນອັນດັບຕົ້ນໆຂອງອາຊຽນອີກດ້ວຍ, ໂດຍສະເພາະ ສປປ ລາວ ນັບແຕ່ລັດຖະບານໄດ້ເປີດຮັບເອົາການລົງທຶນຈາກຕ່າງປະເທດ ເຫັນວ່າການລົງທຶນດັ່ງກ່າວ ເພີ່ມຂຶ້ນເປັນຈຳນວນບໍ່ໜ້ອຍ,ໃນນັ້ນ ການລົງທຶນຂອງປະເທດຍີ່ປຸ່ນແມ່ນ ຢູ່ໃນອັນດັບທີ 6 ຈາກ 53 ປະເທດທີ່ເຂົ້າມາລົງທຶນໃນ ສປປ ລາວ.

ກອງ​ປະຊຸມ​ປຶກສາ​ຫາ​ລື ລະຫວ່າງພາກລັດ ແລະ ເອກກະຊົນລາວ-ຍີ່ປຸ່ນຄັ້ງທີ 9 ໄດ້ຈັດຂຶ້ນທີ່ໂຮງ ແຮມລາວ ພລາຊາ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງທ່ານ ສົມດີດວງດີ

ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຕາກິຊິ ຮິກິຮາຣະ ເອກອັກຄະລັດສະທູດແຕ່ງຕັ້ງ ແຫ່ງປະເທດຍີ່ປຸ່ນ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.

ກອງປະຊຸມ ທີ່ມີຄວາມໝາຍສຳຄັນນີ້​ມັນເປັນ ການສືບຕໍ່ການຮ່ວມມືລະຫວ່າງພາກລັດ ແລະ ເອກກະຊົນລາວ-ຊົນ, ເພື່ອປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການແກ້ໄຂບັນຫາຄົງຄ້າງຕ່າງໆໃນການດຳເນີນທຸລະກິດຢູ່ລາວ ແລະ ທັງເປັນການຊອກຫາຊ່ອງທາງໃນການປັບປຸງບັນຍາ ກາດການລົງທຶນຂອງພາກທຸລະກິດໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນເລື້ອຍໆ. ພິເສດ ໃນກອງປະຊຸມຍັງໄດ້ຮັບຟັງການປຶກສາຫາລືເພື່ອແກ້ໄຂ 3 ບັນຫາໃຫຍ່ຄື: 1.) ການນໍາເຂົ້າຜະລິດຕະພັນສານເຄ ມີ, ການຕໍ່ອະນຸຍາດຫ້ອງການຜູ້ຕາງໜ້າ, 2.) ໃບບິນອາກອນ, ການຖອນເງິນອາກອນມູນ ຄ່າເພີ່ມຄືນ ແລະ 3.) ຂໍ້ແນະນຳສຳລັບແຜນນຳເຂົ້າປະຈຳປີ, ຄວາມຄືບໜ້າໃນການປັບ ປຸງເສັ້ນທາງເລກທີ 8.

ທ່ານ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ສປປ ລາວ ມີຄວາມຕັ້ງໃຈສູງໃນການສ້າງຄວາມເຂັ້ມແຂງໃຫ້ການເຊື່ອມໂຍງລະຫວ່າງປະເທດ ສະມາຊິກອາຊຽນ ແລະ ສ້າງພື້ນຖານອັນສຳຄັນໃຫ້ແກ່ການລົງທຶນ, ການສ້າງເຂດເສດຖະ ກິດຫລາຍເຂດລຽບຕາມຊາຍແດນຂອງປະເທດ, ກໍເພື່ອແນໃສ່ສົ່ງເສີມການຄ້າແລະ ເພີ່ມມູນຄ່າການຄ້າລະຫວ່າງຊາຍແດນກັບບັນດາປະເທດອ້ອມຂ້າງໃຫ້ສູງຂຶ້ນ. ສຳລັບ ເຂດເສດຖະກິດພິເສດ11 ແຫ່ງ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ກໍຈະເປັນທ່າແຮງໃນການຂະ ຫຍາຍທຸລະກິດຂອງບັນດາປະເທດອາຊຽນ ແລະ ຄູ່ເຈລະຈາ ເພາະມີການເຊື່ອມໂຍງໂດຍ ກົງໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ຊຶ່ງມັນຈະເຮັດໃຫ້ມີ​ການ​ຂະ​ຫຍາ​ຍການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ຍີ່ປຸ່ນ ​ແລະ ອາ​ຊຽນດີ​ຂຶ້ນ ​ແລະ ​ໃນ​​ໄລຍະ​ຜ່ານ​ມາ, ສຳລັບການ​ດຳ​ເນີນ​ທຸລະ​ກິດຂອງ​ຍີ່ປຸ່ນ ​ຢູ່​ລາວ​ເຮົາ ກໍ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່ປັບປຸງ​​ດີ​ຂຶ້ນ​​ເລື້ອຍໆ, ​ເຊິ່ງ​ສະ​ແດງ​ອອກ​ໃນ​ບົດ​ລາຍ​ງານ​ຂອງ​ທະນາຄານ​​ໂລກ ​ແລະ ອົງການ​ຮ່ວມ​ມື​ການ​ເງິນ​ສາກົນ ຕໍ່​ຜົນ​ການ​ສຳ​ຫລວດ​ກ່ຽວ​ກັບ​ການ​ເອື້ອ​ອຳນວຍ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ໃນ 189 ປະ​ເທດ​ທົ່ວ​ໂລກ, ສຳລັບ​ປີ 2016 ປະ​ເທດ​ລາວ ຖືກ​ຈັດ​ຢູ່​ໃນ​ອັນ​ດັບ​ທີ 134 ດີ​ຂຶ້ນ 5 ອັນ​ດັບ ​ເມື່ອ​ທຽບ​ໃສ່​ປີ 2015, ການ​ປ່ຽນ​ແປງ​ໃນ​ທາງ​ທີ່ດີ​ນີ້ ຈະ​ເຮັດ​ໃຫ້​ບັນດາ​ປະ​ເທດ​ທີ່​ຈະ​ເຂົ້າ​ມາ​ລົງທຶນ ​ເຊື່ອ​ໝັ້ນ ​ແລະ ສົນ​ໃຈ​ຫລາຍ​ຂຶ້ນ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...