spot_img
HomeຊີວິດແລະຄວາມຮັກWedding-Sex-loveອົກຫັກແລ້ວຄວນເຮັດແນວໃດ

ອົກຫັກແລ້ວຄວນເຮັດແນວໃດ

Published on

brokenheart600
ບໍ່ມີການອົກຫັກ ຢູ່ບ່ອນໃດໃນໂລກທີ່ບໍ່ຮູ້ສຶກເຈັບປວດຫົວໃຈ ທຸກຢົດນ້ຳຕາທີ່ທ່ານຮ້ອງໄຫ້ເສຍໃຈ ນັ້ນເຮັດໃຫ້ທ່ານຮູ້ວ່າຢ່າງໜ້ອຍທ່ານຍັງມີຄວາມຮູ້ສຶກຢູ່ ແຕ່ຈະກິນຢາແກ້ປວດກໍ່ຄົງບໍ່ຫາຍ ເຮົາເຂົ້າໃຈວ່າຂອງແນວນີ້ເສຍໃຈໄດ້ແຕ່ຕ້ອງຢ່າເສຍໃຈດົນ ມື້ນີ້ເຮົາມີວິທີທີ່ຈະຊ່ວຍເຮັດໃຫ້ທ່ານຫລຸດອາການເຈັບປວດຈາກອາການອົກຫັກມາຝາກ ເພື່ອວ່າຫົວໃຈທ່ານຈະໄດ້ແຂງແຮງໄດ້ໄວຂຶ້ນ
1. ສະຫງົບສະຕິອາລົມ
ແນ່ນອນວ່າເມື່ອທ່ານຈົບຄວາມສຳພັນກັບຄົນຄົນໜຶ່ງ ບາງເທື່ອຄວາມຮູ້ສຶກມັນບໍ່ໄດ້ຈົບຕາມໄປນຳ ລອງສັງເກດເບິ່ງວ່າອາການອົກຫັກຂອງທ່ານຈະແຮງໜັກຫຼາຍຂຶ້ນ ເມື່ອທ່ານພະຍາຍາມເອົາຄວາມຮູ້ສຶກເທື່ອເກົ່າໆ ທີ່ທ່ານເຄີຍມີຕໍ່ຄົນຮັກໄປໃສ່ບັດນີ້ມີແຕ່ຈະຍິ່ງເຮັດໃຫ້ທ່ານອົກຫັກໜັກຂຶ້ນໄປອີກ ຮູ້ວ່າເປັນເລື່ອງຍາກ ແຕ່ການພະຍາຍາມບໍ່ໄປຮູ້ສຶກກັບຄວາມເຈັບປວດເຫລົ່ານັ້ນຈະເປັນການດີທີ່ສຸດ ທາງທີ່ດີຕັ້ງສະຕິແລະຢູ່ກັບປະຈຸບັນ ຄ່ອຍໆ ຮຽນຮູ້ການຢູ່ຄົນດຽວຢ່າງມີຄວາມສຸກ
2. ຍອມຮັບໃນສິ່ງທີ່ເກີດຂຶ້ນ
ບໍ່ວ່າຄວາມສຳພັນຂອງທ່ານຈະຈົບລົງແບບໃດ ເລີກລາກັນດ້ວຍດີຫລືບໍ່ດີ ສິ່ງທຳອິດທີ່ທ່ານຄວນເຮັດຫລາຍທີ່ສຸດນັ້ນຄື ການຍອມຮັບຄວາມຈິງທັງໝົດທີ່ເກິດຂື້ນ ເພາະການປະຕິເສດຄວາມຈິງມີແຕ່ຈະເຮັດໃຫ້ທ່ານເຈັບປວດ ຢ່າງໜ້ອຍ ທ່ານກໍ່ຄວນທີ່ຈະຮູ້ຕັ້ງແຕ່ທຳອິດແລ້ວວ່າ ຄົນເຮົາເມື່ອມີມື້ຄົບກໍ່ຕ້ອງມີມື້ເລີກລາ ຢູ່ທີ່ວ່າຈະຊ້າຫລືໄວເທົ່ານັ້ນ
3. ຮູ້ຄວາມຕ້ອງການຂອງຕົວເອງ
ການຮູ້ຄວາມຕ້ອງການຂອງຕົວເອງເປັນເລື່ອງທີ່ສຳຄັນຫລາຍ ໃນໜຶ່ງເຫດຜົນຂອງການຢຸດຕິຄວາມສຳພັນຂອງຄົນສອງຄົນ ຢ່າງໜ້ອຍກໍ່ສະແດງໃຫ້ເຫັນຄວາມຕ້ອງການທີ່ແທ້ຈິງຂອງຕົວເອງ ຖ້າໃນເມື່ອທ່ານສອງຄົນຕ່າງຮູ້ສຶກວ່າອີກຝ່າຍບໍ່ສາມາດຕອບສະຫນອງຄວາມຕ້ອງການຕໍ່ກັນໄດ້ແລ້ວ ມັນກໍ່ບໍ່ມີປະໂຫຍດທີ່ຈະດຶງຄວາມບໍ່ຕ້ອງການນັ້ນອີກຕໍ່ໄປ
4. ທົບທວນຄວາມຜິດພາດ
ຖ້າທ່ານຮູ້ສຶກວ່າເຫດຜົນຫລັກຂອງການເລີກລາມາຈາກອີກຝ່າຍຫລາຍກວ່າຕົວທ່ານທີ່ເປັນສາເຫດ ດັ່ງນັ້ນກໍ່ບໍ່ມີຫຍັງທີ່ຈະຕ້ອງກັງວົນ ເອົາເປັນວ່າທ່ານຢ່າພະຍາຍາມທີ່ຈະເປັນຄົນດີ ໄດ້ແຕ່ນັ່ງໂທດຕົວເອງວ່າເປັນຄວາມຜິດຂອງຂ້ອຍ ທາງທີ່ດີທ່ານຄວນທີ່ຈະມີຄວາມສຸກທີ່ທ່ານສາມາດຈົບຄວາມສຳພັນບໍ່ດີ ເຫລົ່ານັ້ນ ແລະພະຍາຍາມເບິ່ງໂລກໃນແງ່ບວກ ເພາະນັ້ນຈະຊ່ວຍເຮັດໃຫ້ທ່ານບໍ່ຮູ້ສຶກຜິດກັບມັນຫລາຍຈົນເກີນໄປ
5. ເປັນຕົວຂອງຕົວເອງ
ທ່ານເອງຄົງເຄີຍໄດ້ຍິນເລື້ອຍໆ ເມື່ອຄົບໃຜຈັກກຄົນຢ່າພະຍາຍາມເປັນໃນສິ່ງທີ່ອີກຝ່າຍຢາກໃຫ້ເປັນ ເພາະສຸດທ້າຍທ່ານກໍ່ຈະກັບມາເປັນຕົວເອງຢູ່ດີ ຢ່າງໜ້ອຍທີ່ສຸດການເປັນຕົວຂອງຕົວເອງ ນັ້ນສະແດງອອກໃຫ້ເຫັນເຖິງຄວາມຊື່ສັດແລະຄວາມຈິງໃຈທີ່ເຈົ້າມີຕໍ່ຕົວເອງ ເຫລົ່ານີ້ເປັນກຳລັງໃຈສຳຄັນທີ່ຈະຊ່ວຍຫລຸດຜ່ອນຄວາມເຈັບປວດຈາກອາການອົກຫັກໄດ້ເປັນຢ່າງດີ
ທຸກຄົນຕ່າງຮູ້ວ່າການອົກຫັກເປັນສິ່ງທີ່ມາຄູ່ກັບຄວາມຮັກສະເໝີ ແຕ່ກໍ່ບໍ່ແມ່ນວ່າທຸກຄົນຈະຍອມຮັບແລະເຂົ້າໃຈຄວາມເຈັບປວດນັ້ນໄດ້ ບາງຄົນໃຊ້ເວລາບໍ່ດົນ ບາງຄົນກໍ່ໃຊ້ເວລາເປັນປີ ແຕ່ສຸດທ້າຍທຸກຄົນກໍ່ຈະຜ່ານຊ່ວງເວລາທີ່ຄິດວ່າບໍ່ດີທີ່ສຸດເຫລົ່ານັ້ນໄປໄດ້ ແລະຖ້າເວລາທີ່ຈະພົບກັບຄວາມຮັກເທື່ອໃໝ່ຕໍ່ໄປ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...