spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມປວດຫລັງບໍ່ແມ່ນເລື່ອງຫລິ້ນໆ

ປວດຫລັງບໍ່ແມ່ນເລື່ອງຫລິ້ນໆ

Published on

235437
ບໍ່ວ່າຈະລຸກ ຫລືນັ່ງ ຕ້ອງມີສຽງອຸທານໂອຍ… ຂຶ້ນມາທຸກທີ ແມ່ນຈະກິນຢາໄປກໍ່ຍັງບໍ່ມີທີທ່າວ່າຈະຫາຍ ອາການປວດຫລັງນັ້ນ
ສາມາດເກີດໄດ້ຈາກຄວາມຜິດປົກກະຕິຂອງຮ່າງກາຍຫລາຍຢ່າງເຊັ່ນ ການເຄື່ອນໄຫວຜິດທ່າທາງ ຫລືເກີດຈາກຄວາມຜິດປົກກະຕິຂອງ ເເນວກະດູກ ໃນບາງຄົນອາດມີອາການປວດເລັກນ້ອຍ ເຮັດໃຫ້ເກີດການລະເລີຍແລະກາຍເປັນບັນຫາຊຳເຮື້ອຕາມມາ ອາການປວດຫລັງຊຳເຮື້ອອາດມີສາເຫດມາຈາກການຄົດຂອງກະດູກສັນຫລັງໄດ້ ຊຶ່ງສາເຫດທີ່ແທ້ຈິງໃນການເກີດພະຍາດນີ້ຍັງບໍ່ຮູ້ຊັດເຈນ ແຕ່ໂດຍສ່ວນໃຫຍ່ຈະພົບຈາກກຳມະພັນເປັນຫລັກ ສ່ວນໃນເລື່ອງຂອງການປິ່ນປົວກໍ່ຂຶ້ນຢູ່ກັບວ່າ ມີມຸມຂອງການຄົດຈັກອົງສາ ແລະຄົນໄຂ້ມີອາການຮ່ວມອື່ນໆ ເຊັ່ນ ມີບັນຫາທາງດ້ານລະບົບປະສາດຮ່ວມນຳຫລືບໍ່ ມີອາການເສຍສົມດຸນຂອງຮ່າງກາຍຫລືບໍ່ ໂດຍການເສຍສົມດຸນຂອງຮ່າງກາຍນັ້ນມີຈຸດສັງເກດງ່າຍໆ ໄດ້ແກ່ ບ່າໄຫລ່ສອງຂ້າງສູງບໍ່ເທົ່າກັນ ຫລືກະດູກເຊີງກາງສູງບໍ່ເທົ່າກັນ ເຮັດໃຫ້ອາດມີບັນຫາເລື່ອງຂອງການຍ່າງເຮັດໃຫ້ຊົງຕົວຂະນະຍ່າງລຳບາກ ທັງນີ້ກຸ່ມສ່ຽງຂອງກະດູກສັນຫລັງຄົດຍັງບໍ່ພົບຊັດເຈນ ແຕ່ພົບວ່າຜູ້ປ່ວຍສ່ວນໃຫຍ່ມັກເປັນຜູ້ທີ່ປະຫວັດບຸກຄົນໃນຄອບຄົວເປັນພະຍາດກະດູກສັນຫລັງຄົດ ນອກຈາກນີ້ມັກພົບວ່າເພດຍິງຈະເປັນຫລາຍກວ່າເພດຊາຍ
ສຳລັບຜົນກະທົບຂອງພະຍາດກະດູກສັນຫລັງຄົດ ນອກຈາກຈະເຮັດໃຫ້ເກີດອາການປວດຫລັງ ມີບັນຫາດ້ານການຊົງຕົວ ແລະອາດມີບັນຫາຄວາມຜິດປົກກະຕິຂອງລະບົບປະສາດ ເຊັ່ນ ຊາ ຫລືອ່ອນແຮງ ຍັງພົບວ່າຜູ້ປ່ວຍຈະມີຄວາມສ່ຽງໃນການເກີດຄວາມເສື່ອມຂອງກະດູກສັນຫລັງໄວກວ່າຄົນປົກກະຕິ ທັງນີ້ເພາະການຖ່າຍນ້ຳໜັກຂອງແນວກະດູກສັນຫລັງມີການປ່ຽນແປງໄປ
ການປິ່ນປົວພະຍາດກະດູກສັນຫລັງຄົດນັ້ນຂຶ້ນຢູ່ກັບມຸມຂອງແນວກະດູກສັນຫລັງທີ່ຄົດ ໂດຍຖ້າມີມຸມການຄົດບໍ່ຫລາຍແລະບໍ່ມີອາການໃດໆ ແພດຈະໃຊ້ການຕິດຕາມອາການ ໂດຍການເອັກຊະເລເປັນໄລຍະໆ ເພື່ອເບິ່ງການປ່ຽນແປງຂອງມຸມຫລືການຄົດກະດູກສັນຫລັງ ໃນຄົົນທີ່ມີມຸມໃນການຄົດຫລາຍຂຶ້ນມາແພດກໍ່ຈະພິຈາລະນາໃຊ້ການກາຍຍະພາບບຳບັດ ຮ່ວມກັບການໃຊ້ເສື້ອດັດແນວກະດູກສັນຫລັງ ແຕ່ໃນລາຍທີ່ມີອາການຄົດຫລາຍໆ ຄື ມີມຸມຄວາມຄົດຫລາຍກວ່າ 45 – 50 ອົງສາ ຫລືໃນລາຍມີການກົດທັບຂອງເສັ້ນປະສາດ ຫລືມີບັນຫາການຊົງຕົວ ອາດຈະຕ້ອງພິຈາລະນາການປິ່ນປົວໂດຍການຜ່າຕັດ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...