spot_img
Homeນານາສາລະວິທີກຳຈັດກິ່ນໂຕ

ວິທີກຳຈັດກິ່ນໂຕ

Published on

e_acgikqtwxy23

“ກິ່ນ​ໂຕ​ເກີດ​ຈາກ​​ການເຮັດວຽກງານ​ຂອງ​ແບກ​ທີ​ເຣຍ ປະສົມ​ກັບ​ສະພາບ​ທີ່​ເອື້ອ​ອຳ​ນວຍ​ຄື ມີ​ອາຫານ ມີ​ອຸນຫະພູມ​ທີ່​  ພໍ​ເໝາະມີ​ສະພາບ​ຄວາມ​ເປັນ​ກົດ​ດ່າງ​ທີ່​ພໍ​ດີ ເປັນ​ຕົ້ນ ເຮັດໃຫ້​ເກີດ​ກິ່ນ​ທີ່​ບໍ່​ປາດຖະໜາ​ໄດ້ ເປັນ​ການ​ຂັດ​ຕໍ່​ຄວາມ​ງາມ​ຄວາມ​ງາມ​ຂອງ​ສາວໆເຮົາ​ແທ້ໆ(ທັງ​ທີ່​ຖ້າ​ເບິ່ງ​ແຕ່​ຕາ ອາດຈະ​ງາມ​ ແຕ່​ຖ້າ​ມີ​ກິ່ນ​ໂຕທີ່ບໍ່ປາດຖະໜາຄວນ​ຈະ​ມີ ທ່າ​ທາງ​ບໍ່ດີແທ້ບໍ່) ມາ​ເຖິງ​ບົດ​ຄວາມ​​ນີ້ ເຮົາ​ມາ​ເບິ່ງ​ກັນ​ຕໍ່​ດີກວ່າ​ວ່າ ຈະ​ປ້ອງ​ກັນ​ຫລື​ມີ​ວິທີ​ກຳຈັດ​ກິ່ນ​ໂຕທີ່​ບໍ່​ປາດຖະໜາ​ໄດ້ແບບໃດ

 

ການ​ປ້ອງ​ກັນ​ແລະ​ແກ້​ໄຂ​ກິ່ນ​ກາຍ

 

1.ຫລຸດ​ປະລິມານ​ເຫື່ອ

ເພາະ​ວ່າເຫື່ອ​ນີ້​ເອງ​ທີ່​ເປັນ​ຕົ້ນ​ເຫດ ຖ້າ​ເຮົາ​ບໍ່​ມີ​ເຫື່ອ​ແລ້ວ ເຮົາ​ກໍ​ຈະ​ມີ​ກິ່ນ​ໂຕ​ຫລຸດລົງ​ໄດ້ ມີ​ຢາ​ຫລື​ສານ​ເຄ​ມີ​ບາງ​ຊະນິດ​ທີ່​ໃຊ້​ທາ​ແລ້ວ​ສາມາດ​ຫລຸດ​ການ​ຂັບ​ເຫື່ອ​ລົງ​ໄດ້ ສານ​ປະກອບ​ບາງ​ປະ​ເພດ​ຂອ​ງອາ​ລູ​ມິ​ນຽມ​ຈະ​ມີ​ຜົນ​ສາມາດຫ​ລຸດ​ປະລິມານ​ເຫື່ອ​ທີ່​ຮ່າງກາຍ​ຂັບ​ອອກ​ມາ​ໄດ້​ຈຶ່ງ​ເປັນ​ວິທີ​ກຳຈັດ​ກິ່ນ​ໂຕຢ່າງ​ໜຶ່ງຢ່າງໃດ​ກໍ​ຕາມ​ເຮົາ​ຕ້ອງ​ສ້າງ​ສົມ​ດຸນ​ລະຫວ່າງ​ການ​ຂັບ​ເຫື່ອ​ຂອງ​ຮ່າງກາຍ​ນໍາ ເນື່ອງ​ຈາກ​ການ​ຂັບ​ເຫື່ອ​ເປັນ​ຂະ​ບວນ​ການ​ໃນ​ການ​ຮັກສາອຸນຫະພູມ​ຂອງ​ຮ່າງກາຍແລະ​ເປັນ​ການ​ຂັບ​ເອົາ​ສານ​ພິດ​ອອກ​ມາ​ໄດ້

2.ເບິ່ງແຍງ​ເລື່ອງ​ອາ​ຫານ

ອາຫານ​ບາງຢ່າງ​ເຊັ່ນ ເຄື່ອງ​ດື່ມ​ຄາ​ເຟ​ອິນ, ໄຂ​ມັນ, ແປ້ງ, ກະ​ທຽມ ຫອມ ຖ້າ​ຮັບກິນ​ຫລາຍ​ເກີນ​ໄປ​ກໍ​ເຮັດໃຫ້​ເກີດ​ກິ່ນ​ໂຕ​ໄດ້​ບໍ່​ທາງ​ກົງ​ກໍ​ທາງ​ອ້ອມ ອາຫານ​ຈຳ​ພວກ​ຊີ້ນສັດ​ຊຶ່ງ​ມີ​ໂປ​ຕີນ​ຫລາຍ​ບາງ​ປະ​ເພດ ຈະ​ເຮັດໃຫ້​ມີ​ກິ່ນ​ແຮງ​ໄດ້​ເນື່ອງ​ຈາກ​ຮ່າງກາຍ​ນຳ​ໄປ​ໃຊ້​ງານ​ບໍ່​ໝົດ ສຳລັບ​ສາວໆຫລື​ຜູ້ບ່າວ​ກໍ​ຕາມທີ່​ມີ​ກິ່ນ​ໂຕ ກໍ​ຄວນ​ສັງເກດ​ໂຕ​ເອງ​ວ່າ​ເຮົາ​ກິນ​ຫຍັງ​ຫລາຍ​ເປັນ​ພິເສດ​ຫລື​ບໍ່ແລະ​ທົດລອງ​ຫລຸດ​ປະລິມານ​ຂອງ​ອາຫານ​ຊະນິດ​ນັ້ນໆລົງແລະ​ເບິ່ງ​ວ່າ​ມີ​ຜົນ​ເຮັດໃຫ້​ກິ່ນ​ໂຕນ້ອຍ​ລົງ​ຫລື​ບໍ່(ອາດຈະ​ຕ້ອງ​ຖ້າ 3-5 ມື້​ກ່ອນ​ຈະ​ເລີ່ມ​ເຫັນ​ຜົນ)

 

3.ຮັກສາ​ຄວາມ​ສະ​ອາດ

ເລື່ອງ​ນີ້​ເປັນ​ເລື່ອງ​ງ່າຍ​ທີ່ສຸດແລະ​ສຳຄັນເປັນ​ວິທີ​ກຳຈັດ​ກິ່ນ​ໂຕ​ທີ່​ມີ​ຜົນ​ຫລາຍ​ທີ່ສຸດແຕ່​ຫລາຍໆຄົນ​ພັດ​ຄິດບໍ່ຮອດ​ເລື່ອງ​ນີ້ ເຮົາ​ຄວນ​ອາບ​ນ້ຳ​ຢ່າງ​ນ້ອຍ​ມື້​ລະ2ເທື່ອ​ຄື​ຕອນ​ເຊົ້າ​ແລະ​ກ່ອນ​ນອນຖ້າ​ເປັນ​ໄປ​ໄດ້​ກໍ​ອາບ​ລະຫວ່າງ​ມື້​​ກໍ​ດີ(ອາດ​ນ້ອຍ​ຄົນ​ຫລາຍ​ທີ່​ຈະ​ມີ​ໂອ​ກາດ​ແບບ​ນັ້ນ​ໄດ້ເນື່ອງ​ຈາກ​ຄົນສ່ວນຫລາຍກໍ​ມີ​ພາລະ​ຫນ້າທີ່​ຢູ່​ນອກ​ເຮືອນ​ແມ່ນບໍ່) ການ​ອາບ​ນ້ຳ​ເປັນ​ທັງ​ການ​ກຳຈັດ​ຄາບ​ເຫື່ອ​​ທີ່​ມີ​ອາຫານ​ຂອງ​ແບກ​ທີ​ເຣຍ​ປະສົມ​ຢູ່ແລະ​ເປັນ​ການ​ກຳຈັດ​ແບກ​ທີ​ເຣຍ​ໄປ​ນໍາໃນ​ໂຕຖ້າ​ສະ​ບູ່​ທຳມະດາ​ເອົາ​ບໍ່​ຢູ່​ ມີສະ​ບູ​ທີ່​ເຮັດ​ຫນ້າທີ່​ກຳຈັດ​ແບກ​ທີ​ເຣຍ​ໂດຍ​ສະເພາະ​ໃຫ້​ເລືອກ​ໃຊ້​ຢູ່​ບໍ່​ນ້ອຍລອງ​ເລືອກ​ເບິ່ງ​ຕາມ​ທີ່​ມັກ​ໄດ້​ເລີຍ​ແລະ​ຖ້າ​ຈະໃຫ້​ຄະ​ແນນ​ແລ້ວການ​ອາບ​ນ້ຳ​ໃຫ້​ສະ​ອາດ​ເລື້ອຍໆເປັນ​ປະຈຳ​ຈະ​ໄດ້​ຄະ​ແນນ 8 ເຕັມ 10 ໃນ​ການ​ກຳຈັດ​ກິ່ນ​ໂຕ​ເລີຍ​

 

4.ປ່ຽນ​ເສື້ອ​​ທຸກ​ມື້

ເສື້ອ​​ຕ່າງໆທີ່​ເຮົາ​​ໃສ່​ຈະ​ສຳ​ຜັດ​ກັບ​ໂຕ​ເຮົາ​ຢູ່​ຕະຫລອດ​ເວລານັ້ນ​ໝາຍ​ເຖິງ​ວ່າເສື້ອ​ຜ້າ​ກໍ​ຈະ​ເຊັດທັງ​ເຫື່ອ​ແລະ​ແບກ​ທີ​ເລຍ​ປະສົມ​ລວມ​ໆ ກັນ​ເກັບ​ກັກ​ເອົາ​ໄວ້​ດ້ວຍ ຫາກ​ເຮົາ​ໃຊ້​ເສື້ອ​ຜ້າ​ຊຸດ​ເກົ່າບໍ່​ຍອມ​ນຳ​ໄປ​ຊັກ​ເຮັດ​ຄວາມ​ສະ​ອາດ​ໃຫ້​ຮຽບຮ້ອຍ ທັງ​ໂຕເສື້ອ​ຜ້າ​ເອງ​ກໍ​ມີ​ກິ່ນ ແລະ​ຄວາມ​ບໍ່​ສະ​ອາດ​ທັງ​ຫລາຍ​ກໍ​ອາດຈະ​ຍ້ອນ​ຈາກ​ເສື້ອ​ຜ້າ​ກັບ​ມາ​ຫາ​ຕົວ​ເຮົາ ທັງ​ທີ່​ເຮົາ​ອາບ​ນ້ຳ​ສະ​ອາດ​ແລ້ວ ກັບ​ເຮັດໃຫ້​ຕົວ​ເຮົາ​ມີ​ກິ່ນ​ໄດ້​ອີກ ດັ່ງ​ນັ້ນ​ຕ້ອງ​ປ່ຽນ​ເສື້ອ​ຜ້າ​ໃໝ່​ທຸກ​ມື້​ໂດຍ​ສະເພາະ​ບັນດາ​ ຖົງ​ຕີນ ຕ່າງ ໆ ເພາະ​ເປັນ​ວິທີ​ກຳຈັດ​ກິ່ນ​ຕົວ​ໜຶ່ງ​ທີ່​ໄດ້​ຜົນ​ດີ

ສະ​ໝຸນໄພ​ລະ​ງັບ​ກິ່ນ

1.ໃບ​ພູ ນຳ​ໃບ​ພູ​ມາກ​ຍ່ອງ​ແລ້ວ​ທາ​ຂີ້ແຮ້​ຫລັງ​ອາບ​ນ້ຳເພາະ​ໃບ​ພູ​ມີ​ສັບພະຄຸນ​​ໃນ​ການ​ຂ້າ​ເຊື້ອ​ຈຸລິນຊີ ແລະ​ຍັບ​ຍັ້ງ​ການ​ຈະເລີນ​ເຕີບໂຕ​ຂອງ​ແບກ​ທີ​ເລຍ​ໄດ້​ຫລາຍ​ຊະນິດ 
2. ໃບ​ສີດາ ນອກ​ຈາກ​ຈະ​ຊ່ວຍ​ລະ​ງັບ​ກິ່ນ​ປາກ​ໄດ້​ແລ້ວ ໃບສີດາ​ຍັງ​ຊ່ວຍ​ລະ​ງັບ​ກິ່ນ​ໂຕໄດ້​ເຊັ່ນ​ກັນ ໂດຍ​ນຳ​ໃບ​ສີດາ​ປະ​ມານ 10 ໃບ ມາ​ຕຳ​ໃຫ້​ລະອຽດ​ແລ້ວ​ທາ​ຂີ້ແຮ້ ຖິ້ມ​ໄວ້ 5 ນາ​ທີ ແລ້ວ​ອາບ​ນ້ຳ​ໃຫ້​ສະ​ອາດ 
3.ໝາກ​ນາ ໃຊ້​ໝາກ​ນາວ​ຜ່າ​ເຄິ່ງ​ທາ​ບໍລິເວນ​ຂີ້​ແຮ້​ຂະນະ​ອາບ​ນ້ຳແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດ 
4.ໝາກຂາມປຽກ ຄັ້ນ​ນ້ຳ​ໝາກຂາມ​ປຽກ​ປະລິມານ​ເໝາະສົມ ຈາກ​ນັ້ນ​ກອງ​ດ້ວຍ​ຜ້າ​ຂາວ​ບາງໃຊ້​ນ້ຳ​ໝາກຂາມ​ແທ​ນສະ​ບູ​ຕອນ​ອາບ​ນ້ຳໝາກຂາມ​ປຽກ​ຈະ​ຊ່ວຍ​ກຳຈັດ​ຈຸລັງທີ່​ຕາຍ​ແລ້ວ​ບໍ່​ໃຫ້​ເກີດ​ການ​ສະສົມ

5.ກິ່ນ​ຈາກ​ສາ​ເຫດ​ອື່ນ

ໃນ​ແມ່ຍິງທີ່​ມີ​ການ​ຕົກ​ຂາວ​ຢູ່ ອາດຈະ​ເຮັດໃຫ້​ມີ​ກິ່ນ​ຄາວ​ປະ​ປົນ​ອອກ​ມາ​ກັບ​ກິ່ນ​ໂຕ​ຕາມ​ປົກກະຕິ ເລື່ອງ​ນີ້​ຈະ​ຕ້ອງ​ປຶກ​ສາ​ແພດ​ເພື່ອ​ຈັດການ​ກັບ​ຕົ້ນ​ເຫດ​ຂອງ​ອາການ​ຕົກ​ຂາວ​ໃຫ້​ຖືກ​ຕ້ອງ​

6.ນ້ຳ​ຢາ​ກຳຈັດ​ກິ່ນ

ນີ້​ກໍ​ເປັນ​ວິທີ​ກຳຈັດ​ກິ່ນ​ໂຕ​ໜຶ່ງ​ທີ່​ສາມາດ​ຊ່ວຍ​ໄດ້​ເຊັ່ນ​ກັນ ແຕ່​ເປັນ​ການ​ແກ້​ບັນຫາ​ທີ່​ປາຍ​ເຫດແຕ່​ກໍ​ສາມາດ​ຊ່ວຍ​ໄດ້​ເປັນ​ບາງເທື່ອ ໃນ​ນ້ຳ​ຢາ​ລະ​ງັບ​ກິ່ນ​ກາຍ​ບາງ​ປະ​ເພດ​ກໍ​ອາດຈະ​ມີ​ສານ​ເຄ​ມີ​ທີ່​ຫລຸດ​ປະລິມານ​ເຫື່ອ​ຢູ່ໃນ​ໂຕນໍາ ການ​ໃຊ້​ງານ​ກໍ​ຄວນ​ທາ​ໃນ​ບໍລິເວນ​​​ທີ່​ມີ​ເຫື່ອ​ອອກ​ຫລາຍ ແລະ ​ບໍ່​ອ່ອນ​ບາງ​ເກີນ​ໄປ ນອກ​ຈາກ​ນັ້ນ​ແລ້ວ​ເມື່ອ​ໃຊ້​ນ້ຳ​ຢາ​ລະ​ງັບ​ກິ່ນ​ກາຍ​ເຫລົ່າ​ນີ້​ແລ້ວ ຈະ​ຕ້ອງ​ລ້າງ​ມື​ດ້ວຍສະ​ບູ່​ໃຫ້​ສະ​ອາດ​ກ່ອນ​ການ​ກິນ​ອາຫານ​ນໍາອີກ

ຫລັງ​ຈາກ​ໄດ້​ອ່ານ​ບົດ​ຄວາມ​ນີ້​ສາວໆແລະ​ບ່າວໆໜ້າ​ຈະ​ໄດ້​ຄວາມ​ຄິດ ໄດ້​ວິທີ​ກຳຈັດ​ກິ່ນ​ໂຕ​ໃນ​ການ​ຈັດການ​ກັບ​ກິ່ນ​ກາຍ​ຂອງ​ຕົນ​ເອງແລ້ວຮີບເອົາໄປໃຊ້ປ່ຽນແປງໂຕເອງເພື່ອສິ່ງໃໝ່ໆຈະໄດ້ເຂົ້າມາ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...