Homeຂ່າວການພັດທະນາທະນາຄານກາງ - ກະຊວງ ປກສ ລົງນາມຄວາມເຂົ້າໃຈ ຕ້ານ ແລະ ສະກັດກັດການຟອກເງິນ

ທະນາຄານກາງ – ກະຊວງ ປກສ ລົງນາມຄວາມເຂົ້າໃຈ ຕ້ານ ແລະ ສະກັດກັດການຟອກເງິນ

Published on

bank and police

ເພື່ອເປັນການຜັນຂະຫຍາຍ ກົດໝາຍວ່າດ້ວຍ ການຕ້ານສະກັດກັ້ນການຟອກເງິນ ໃນຕອນເຊົ້າຂອງວັນທີ 13 ພະຈິກ 2015 ນີ້ ທະນາຄານແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບວຽກງານຕ້ານ ກະກັດກັ້ນການຟອກເງິນ ແລະ ສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ສໍານັກງານ ທະນາຄານແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ;  ຕາງໜ້າທະນາຄານແຫ່ງ ສປປ ລາວ ໂດຍ ທ່ານ ພັນທະບູນ ໄຊຍະເພັດ ຫົວໜ້າໜ່ວຍງານຂໍ້ມູນຕ້ານການຟອກເງິນ ທະນາຄານແຫ່ງ ສປປ ລາວ ແລະ ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ທ່ານ ພັທ ສາຍສະໝິງ ສີວິໄລ ຮັກສາການຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ  ເປັນກຽດເຂົ້າຮ່ວມ ໃນພິທີໂດຍແມ່ນ ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ພັອ ດຣ ບົວວັນ ວົງສາວັນທອງ ຮອງຫົວໜ້າກົມໃຫ່ຍສັນຕິບານ ກະຊວງປ້ອງກັນຄວາມສະຫງົບ  ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ກະ ຊວງປ້ອງກັນຄວາມສະຫງົບ  ກໍ່ເພື່ອກໍານົດກ່ຽວກັບຫຼັກການ ແລະ ວິທີການ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິ ບັດໃນການເຂົ້າເຖິງ ການແລກປ່ຽນຂໍ້ມູນຂ່າວສານ ຂອງທັງສອງຝ່າຍ ພ້ອມທັງສ້າງໃຫ້ມີການພົວພັນປະສານງານ, ຮ່ວມມືຢ່າງເປັນລະບົບ, ວ່ອງໄວ, ທັນສະພາບການ, ປະ ກອບສ່ວນເຮັດໃຫ້ສັງຄົມມີຄວາມໝັ້ນຄົງເປັນລະບຽບ ຮຽບຮ້ອຍ ແລະ ເພີ່ມທະວີການຮ່ວມມືໃນການຕ້ານສະກັດກັ້ນການຟອກເງິນ ແລະ ການກໍ່ອາດສະຍາກໍາຕ່າງໆໃນສັງຄົມ.

ການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ກາຍມາເປັນບັນຫາ ສໍາຄັນໃນໂລກ ທຸກປະເທດ ຕ້ອງໄດ້ປະຕິບັດຕາມມາດຕະຖານສາກົນ ກ່ຽວກັບວຽກງານນີ້ ແລະ ສອດຄ່ອງກັບ ຂອບເຂດທາງດ້ານກົດໝາຍຂອງປະເທດຕົນ;  ຖ້າປະເທດໃດບໍ່ສາມາດປະຕິບັດຕາມຫຼັກການ ແລະ ເງື່ອນໄຂນັ້ນ ຈະຖືກຈັດເຂົ້າໃນບັນຊີສີດໍາຂອງອົງການຕ້ານການຟອກເງິນສາກົນ ເຊິ່ງຈະມີຜົນກະທົບຕໍ່ການພັດທະນາເສດຖະ ກິດຂອງປະເທດນັ້ນ, ຫົວໜ່ວຍທີ່ເຮັດໜ້າທີ່ລາຍງານຈະໄດ້ຮັບຜົນກະທົບໂດຍກົງ, ຂະແໜງການທະນາຄານ ແລະ ຂະແໜງການເງິນ ກໍ່ຈະເສຍຄວາມໜ້າເຊື່ອຖືຈາກຜູ້ລົງທຶນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...