spot_img
Homeຂ່າວຕ່າງປະເທດຣັດເຊຍຢືນຢັນແລ້ວ! ຖ້ຽວບິນ 9268 ຕົກໃນອີຍິບ ຖືກກຸ່ມກໍ່ການຮ້າຍວາງລະເບີດ

ຣັດເຊຍຢືນຢັນແລ້ວ! ຖ້ຽວບິນ 9268 ຕົກໃນອີຍິບ ຖືກກຸ່ມກໍ່ການຮ້າຍວາງລະເບີດ

Published on

EyWwB5WU57MYnKOuYBnjoBUXPsaCvIrYWqj3k7LdSzK6v64qzodrY8

ຊັອກ​ກັນ​ອີກ ຣັດ​ເຊຍ​ອອກມາ​ຢືນຢັນ​ແລ້ວ ເຮືອ​ບິນ​ໂດຍ​ສານ​ສາຍ​ການ​ບິນ​ເມ​ໂທຣ​ເຈັດ ຂອງ​ຣັດ​ເຊຍ ຖ້ຽວ​ບິນ 9268 ທີ່​ຕົກ​ເທິງ​ຄາບ​ທະເລ​ໄຊ​ນາຍ ໃນ​ອີ​ຍິບ ຖືກວາງ​ລະ​ເບີດ ດ້ວຍ​ຝີ​ມື​ກຸ່ມ​ຜູ້​ກໍ່​ການ​ຮ້າຍ

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຄວາມ​ຄືບ​ໜ້າ​ເຫດການ​ເຮືອ​ບິນ​ໂດຍ​ສານ​ຂອງ​ສາຍ​ການ​ບິນ​ເມ​ໂທຣ​ເຈັດ ຂອງ​ຣັດ​ເຊຍ ຖ້ຽວ​ບິນ 9268 ​ຕົກ​ເທິງ​ຄາບ​ທະເລ​ໄຊ​ນາຍ ໃນ​ປະເທດ​ອີ​ຍິບ ເມື່ອວັນທີ່ 31 ຕຸລາ ຫລັງ​​ອອກ​ຈາ​ກສະໜ​າມ​ບິນ​ທີ່​ເມືອງ​ຕາກ​ອາ​ກາດ​ຊາ​ມ ເອລ ຊີກ ມຸ່ງ​ໜ້າ​ມາຍັງ​ນະຄອນ​ເຊນ ປີ​ເຕີສ໌ເບີ​ກ ໃນ​ຣັດ​ເຊຍ ເປັນ​ເຫດ​ໃຫ້​ຜູ້​ໂດຍ​ສານ​ແລະ​ລູກ​ເຮືອ​ຕາ​ຍຍົກລຳ 224 ລາຍ ແລະ​ຈາກ​ການ​ສືບ​ຫາ​ສາ​ເຫດ​ການ​ຕົກ​ໃນ​ເວລາ​ຕໍ່​ມາ ບົ່ງ​ຊີ້​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ເຖິງ 99.9% ທີ່​ເຮືອ​ບິນ​ລຳ​ນີ້​ຖືກວາງ​ລະ​ເບີດ ຈົນ​ເຮັດໃຫ້​ເຮືອ​ບິນ​ລະ​ເບີດ​ກາງ​ອາ​ກາດ​ນັ້ນ

ໃນ​ທີ່ສຸດ​ເມື່ອ​ວັນທີ່ 17 ພະຈິກ ສຳ​ນັກ​ຂ່າວ​ທາສ໌ ກະ​ບອກ​ສຽງ​ຂອງ​ລັດຖະບານ​ຣັດ​ເຊຍ​ແຈ້ງ​ວ່າ ອາ​ເລັກ​ຊານ​ເດີ ບອນ​ນິຄອບ ອອກ​ມາ​ຢືນຢັນ​ແລ້ວ​ວ່າ ເຮືອ​ບິນ​ໂດຍ​ສານ​ຂອງ​ສາຍ​ການ​ບິນ​ເມ​ໂທຣເຈັດ ຖ້ຽວ​ບິນ 9268 ຖືກວາງ​ລະ​ເບີດ ໂດຍ​ກຸ່ມ​ຜູ້​ກໍ່​ການ​ຮ້າຍ ເນື່ອງ​ຈາກ​ມີ​ການ​ກວດ​ພົບ​ຊິ້ນ​ສ່ວນ​ວັດ​ຖຸ​ລະ​ເບີດ​ປະ​ປົນ​ຢູ່​ກັບ​​ຊາກ​ເຮືອ​ບິນ​ແລະ​ໃນ​ບໍລິເວນ​ທີ່​ເຮືອ​ບິນ​ຕົກ  ໂດຍບອນ​ນິຄອບ ກ່າວ​ວ່າ ລະ​ເບີດ​ທີ່​ໃຊ້ ເປັນ‘ລະ​ເບີດ​ເຮັດ​ເອງ’ ແລະ​ໃຊ້​ວັດ​ຖຸ​ລະ​ເບີດ TNT ນ້ຳ​ໜັກ​ປະ​ມານ 1 ກິ​ໂລ​ກຣາມ ຂະນະ​ທີ່ຣັດ​ເຊຍ​ໄດ້​ຂໍຮ້ອງ​ໃຫ້​ຊາດ​ພັນ​ທະ​ມິດ​ຂອງ​ຣັດ​ເຊຍ​ຊ່ວຍ​ຕິດ​ຕາ​ມຫາ​ກຸ່ມ​ກໍ່​ການ​ຮ້າຍ​ໃນ​ເທື່ອ​ນີ້ ເພື່ອ​ນຳ​ຕົວ​ມາ​ລົງໂທດ​ໃຫ້​​ໄດ້

ທັງ​ນີ້ ຫລັງ​ເກີດ​ເຫດ​ເຮືອ​ບິນ​ໂດຍ​ສານ​ຂອງ​ຣັດ​ເຊຍຕົກບໍ່ດົນ​​ກຸ່ມ​ຕິດ​ອາ​ວຸດ​ໃນ​ອີ​ຍິບ ຊຶ່ງ​ເປັນ​ພັນ​ທະ​ມິດ​ກັບ​ ‘ລັດ​ອິດ​ສະລາມ’ ຫລື​ໄອ​ຊິດ ໄດ້​ອອກ​ມາ​ອ້າງ​ວ່າ ພວກ​ຕົນ​ໄດ້​ທຳລາຍ​ເຮືອ​ບິນ​ຂອງ​ຣັດ​ເຊຍ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...