spot_img
Homeຄວາມງາມປ້ອງກັນຮີມຝີສົບແຫ້ງແຕກໃນໜ້າໜາວ ດ້ວຍວິທີງ່າຍໆ ເຮັດໄດ້ທຸກມື້

ປ້ອງກັນຮີມຝີສົບແຫ້ງແຕກໃນໜ້າໜາວ ດ້ວຍວິທີງ່າຍໆ ເຮັດໄດ້ທຸກມື້

Published on

1.1-skin1
• ວິທີປ້ອງກັນບັນຫາສຸກຂະພາບຈາກການນັ່ງເຮັດວຽກດົນໆຂອງສາວອອຟຟິສ
• 6 ໄອເທັມສຸດເດັ່ນໜ້າໜາວ ຖ້າບໍ່ຢາກຕົກເທນ…ຫ້າມພາດ!
ເຂົ້າໜ້າໜາວເທື່ອໃດ ນອກຈາກຜິວພັນແລ້ວ ສິ່ງທີ່ສາວໆ ຕ້ອງຄອຍຖ້າໃສ່ໃຈເບິ່ງແຍງກໍ່ຄື ຮີມສົບແຫ້ງແຕກນັ້ນເອງ ເພາະຄວາມໜາວຈະເຮັດໃຫ້ຮີມສົບທີ່ເຄີຍນຸ່ມຊຸ່ມນັ້ນ ກາຍເປັນແຫ້ງແລະແຕກເປັນຂຸຍໄດ້ຢ່າງໜ້າຕົກໃຈ
ແຕ່ບໍ່ຕ້ອງກັງວົນກັນໄປ ເພາະມື້ນີ້ເຮົາໄດ້ນຳວິທີການປ້ອງກັນຮີມສົບແຫ້ງແຕກໃນໜ້າໜາວມາຝາກສາວໆ ກັນແລ້ວ ຢາກຮູ້ບໍ່ວ່າວິທີເຫລົ່ານັ້ນຈະເປັນແນວໃດ ແລະທ່ານສາມາດລົງມືປະຕິບັດເອງໄດ້ຫລາຍນ້ອຍພຽງໃດ ຕາມໄປເບິ່ງພ້ອມກັນເລີຍ
ຫ້າມແກະສະເກັດຂຸຍທີ່ລອກແຕກ
2
ພຶດຕິກຳແກະສະເກັດແຜຄົງຈະເປັນສິ່ງທີ່ສາວໆ ເຮັດກັນຈົນຕິດເປັນນິໄສ ເພາະເມື່ອໃດກໍ່ຕາມທີ່ເຂົ້າສູ່ໜ້າໜາວ ຮີມສົບທີ່ເຄີຍນຸ່ມຊຸ່ມກໍ່ຈະແຫ້ງແຕກມີສະເກັດອອກມາ ຈົນເຮັດໃຫ້ມືເລີ່ມເຮັດວຽກອັດໂນມັດດ້ວຍການແກະສະເກັດບາດແຜນັ້ນເອງ ອີກທັງການແກະສະເກັດບາດແຜແຮງເຮັດໃຫ້ອາການຂອງບາດແຜຮ້າຍແຮງກວ່າເກົ່າ ແຖມຍັງເຮັດໃຫ້ເກີດການຕິດເຊື້ອຈົນເຮັດໃຫ້ປາກແຫ້ງແຕກຫາຍຍາກຂຶ້ນເຕື່ມອີກ
ທາລິບມັນເພື່ອຄວາມຊຸ່ມຊື່ນຢູ່ສະເໝີ
3
ຢ່າປ່ອຍໃຫ້ຮີມສົບແຫ້ງແລ້ວຈຶ່ງເອົາລິບມາທາເດີ້ສາວໆ ເພາະແທ້ໆແລ້ວ ເຮົາຄວນທາລິບມັນຢູ່ສະເໝີແລະສາມາດທາໄດ້ເລື້ອຍໆຕາມທີ່ຕ້ອງການເພື່ອບຳລຸງຮີມສົບໃຫ້ນຸ່ມຊຸ່ມຊື່ນຢູ່ຕະຫຼອດເວລາ ຖ້າຈະໃຫ້ດີເລືອກຊະນິດທີ່ມີສານກັນແດດດ້ວຍແຫງດີຫລາຍ ນອກຈາກກັນແດດບໍ່ໃຫ້ປາກດຳຄ້ຳແລ້ວ ຍັງສາມາດຊ່ວຍປ້ອງກັນບໍ່ໃຫ້ປາກແຫ້ງໄດ້ງ່າຍນຳອີກ
ດື່ມນ້ຳເປັນປະຈຳທຸກມື້
4
ການປ້ອງກັນຮີມສົບແຫ້ງແຕກທີ່ດີອີກໜຶ່ງວິທີກໍ່ຄືການໝັ່ນດື່ມນ້ຳເປັນປະຈຳທຸກມື້ ໂດຍໃນແຕ່ລະມື້ທ່ານຄວນດື່ມນ້ຳຢ່າງນ້ອຍມື້ລະ 4-6 ແກ້ວ ເພື່ອບໍ່ໃຫ້ເກີດອາການຮ້ອນໃນນັ້ນເອງ ແລະເມື່ອຮ່າງກາຍຂອງທ່ານບໍ່ເກີດອາການຮ້ອນໃນກໍ່ຈະເຮັດໃຫ້ປາກຂອງທ່ານບໍ່ແຫ້ງຈົນແຕກອອກມາເປັນຂຸຍໄດ້ງ່າຍກວ່າເກົ່າ
ບໍ່ເລຍປາກທຸກເທື່ອທີ່ລິມຝີປາກແຫ້ງ
ເມື່ອໃດກໍ່ຕາມທີ່ສາວໆ ເລີ່ມມີຮີມສົບທີ່ແຕກແຫ້ງແລະລອກເປັນຂຸຍໃນໜ້າໜາວ ສິ່ງທີ່ບໍ່ຄວນເຮັດຫລາຍທີ່ສຸດກໍ່ຄືການເລຍປາກ ເນື່ອງຈາກການໃຊ້ລິ້ນເລຍຮີມສົບເລື້ອຍໆ ຈະເຮັດໃຫ້ນ້ຳລາຍຊຶ່ງມີເອນໄຊເຮັດໃຫ້ຮີມສົບຍິ່ງເສຍຫລາຍຂຶ້ນກວ່າເກົ່າ ນອກຈາກຈະເຮັດໃຫ້ຮີມສົບເສຍແລ້ວນັ້ນ ມັນຍັງເຮັດໃຫ້ສີຂອງຮີມສົບທີ່ເຄຍສົດໃສຕ້ອງມາຄ້ຳຈົນບໍ່ເປັນຕາເບິ່ງ ໃຫ້ເອົາລິບມັນມາທາແທນດີກວ່າຈະໄດ້ຊ່ວຍຖະໜອມປາກໃຫ້ຊຸ່ມຊື່ນຍາວນານຕະຫລອດມື້
ເຂົ້າສູ່ໜ້າໜາວເມື່ອໃດ ສາວໆ ຢ່າລືມໃສ່ໃຈແລະເບິ່ງແຍງສຸກຂະພາບຕົວເອງກັນໃຫ້ຫລາຍໆ ໂດຍສະເພາະຮີມສົບທີ່ງາມນຸ່ມຊຸ່ມຊື່ນຈະເປັນອະໄວຍະວະທີ່ຖືກທຳລາຍດ້ວຍຄວາມໜາວເປັນທີ່ສຸດ ເພາະຈະເຮັດໃຫ້ຮີມສົບຂອງທ່ານແຫ້ງແຕກແລະລອກເປັນຂຸຍນັ້ນເອງ
ດັ່ງນັ້ນ ຫາກທ່ານບໍ່ຕ້ອງການໃຫ້ຮີມສົບຖືກທຳລາຍ
ກໍ່ຢ່າລືມນຳວິທີການປ້ອງກັນທີ່ເຮົານຳມາແບ່ງປັນກັນໃນມື້ນີ້ມາໃຊ້ກັນເດີ້ ງ່າຍດາຍເທົ່ານີ້ ຜິວປາກຂອງທ່ານກໍ່ຈະສົດໃສຢ່າງເປັນທຳມະຊາດແລ້ວ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...