spot_img
Homeນານາສາລະອ່ານ ‘ ສະຫລາກ ‘ເປັນເລື່ອງໃຫຍ່! ໃຜວ່າບໍ່ສຳຄັນ

ອ່ານ ‘ ສະຫລາກ ‘ເປັນເລື່ອງໃຫຍ່! ໃຜວ່າບໍ່ສຳຄັນ

Published on

2015_BEAUTY_FRESH_GLOW_01-1
ເປັນເລື່ອງຈິງທີ່ວ່າ ມີຜູ້ຍິງຈຳນວນຫລວງຫລາຍທີ່ບໍ່ມັກອ່ານສະຫລາກຜະລິດຕະພັນຄວາມງາມ ໂດຍສະເພາະຜະລິດຕະພັນບຳລຸງຜິວທີ່ມີຢູ່ຫລາຍປະເພດ ຊຶ່ງກໍ່ບໍ່ແມ່ນວ່າບໍ່ໃສ່ໃຈເລີຍ ແຕ່ມັກເປັນເລື່ອງຂອງຄວາມເຄີຍຊິນຫລາຍກວ່າ ແຖມຂະໜາດຕົວອັກສອນກໍ່ນ້ອຍຂະໜາດນັ້ນ ໃຜຈະໄປຢາກອ່ານແມ່ນບໍ່ ເຮັດໃຫ້ສາວ ໆຫລາຍຄົນກໍ່ເລືອກອ່ານແຕ່ວ່າ ໃຊ້ເມື່ອໃດ ປະລິມານເທົ່າໃດເທົ່ານັ້ນກໍເປັນອັນຈົບ

ແຕ່ທີ່ຈິງຍັງມີຂໍ້ມູນອີກເລື່ອງທີ່ໜ້າຮູ້ ແລະຍິ່ງຫາກທ່ານ ເຂົ້າໃຈກໍ່ຈະມີປະໂຫຍດຍິ່ງຂຶ້ນດ້ວຍກໍຄືເລື່ອງເປີເຊັນຂອງສ່ວນປະສົມຕ່າງໆນັ້ນເອງ ຢ່າຟ້າວຫັນໜ້າໜີໂດຍຄິດວ່ານີ້ຄືວິຊາການແສນໜ້າເບື່ອ ເພາະມັນບໍ່ໄດ້ຍາກ ຂະໜາດນັ້ນເລີຍ ເມື່ອທ່ານເບິ່ງ ສະຫລາກ ຜະລິດຕະພັນແຕ່ລະແກ້ວ ຫລື ແຕ່ລະກະປຸກ ກໍຈະພົບວ່າມັນລະບຸສ່ວນປະສົມຫລວງຫລາຍເປັນສິບໆຢ່າງ ອາດບໍ່ຈຳເປັນທີ່ຈະຕ້ອງຮູ້ຈັກໝົດທຸກຕົວ ແຕ່ຂໍແນະນຳໃຫ້ເບິ່ງທີ່ເປີເຊັນເປັນຫຼັກ ເພາະນັ້ນຄືສິ່ງທີ່ຈະບອກໃຫ້ຮູ້ເຖິງລະດັບຄວາມເຂັ້ມຂົ້ນຂອງສ່ວນປະສົມນັ້ນໆ ຊຶ່ງຜູ້ຊ່ຽວຊານໃນວົງການຄວາມງາມບອກວ່າ ບໍ່ວ່າຈະເປັນຜະລິດຕະພັນໃດກໍຕາມ ສ່ວນປະສົມຕົວຫລັກທີ່ສຳຄັນທີ່ສຸດ, ມີປະລິມານສູງສຸດ, ມີສັດສ່ວນຄວາມເຂັ້ມຂົ້ນຫລາຍທີ່ສຸດ ແລະ ມີຄວາມແອັກທີຟສຸດໆ ຈະຖືກຈັດລຽງໄວ້ໃນລຳດັບຕົ້ນຂອງ ສະຫລາກ ສະເໝີ ແລ້ວຈຶ່ງຄ່ອຍໆຫຼຸດ ລົງໄປຕາມລຳດັບ

ສະນັ້ນຈຶ່ງຄວນໃຫ້ຄວາມສຳຄັນກັບສ່ວນປະສົມ 2-3 ລຳດັບທຳອິດໃຫ້ຫລາຍເປັນພິເສດ ເພາະມັນຈະມີຄວາມສຳພັນຕໍ່ຜິວໂດຍກົງ ບໍ່ວ່າຈະເປັນປະສິດທິພາບການເຮັດວຽກງານ ຫລືແມ່ນແຕ່ການກໍ່ໃຫ້ເກີດອາການແພ້ ຕໍ່ຜິວ ຊຶ່ງຫາກບໍ່ຮູ້ຈັກຊື່ຂອງສ່ວນປະສົມດີພໍ ກໍ່ສາມາດສອບຖາມຜູ້ຂາຍ ຫລື ຜູ້ຮູ້ໄດ້ຢູ່ແລ້ວ ແລ້ວຢ່າລືມຈົດຈຳດ້ວຍວ່າສ່ວນປະສົມຊະນິດໃດທີ່ ໄດ້ຜົນດີ ຫລື ບໍ່ດີສຳລັບຜິວທ່ານ ເພາະມັນຄືປະໂຫຍດທີ່ຈະໄດ້ຮັບໃນໄລຍະຍາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...