spot_img
Homeຂ່າວຕ່າງປະເທດຍຸກໂຊຊ່ຽວມີເດຍ! ທຳນຽບຂາວເປີດເຟດຕ໌ບຸກ ໂອບາມ່າ

ຍຸກໂຊຊ່ຽວມີເດຍ! ທຳນຽບຂາວເປີດເຟດຕ໌ບຸກ ໂອບາມ່າ

Published on

EyWwB5WU57MYnKOuXohpfe041E16PKU5d5S2sKS0w6DOIFQx87ArKV

ທຳ​ນຽບ​ຂາວ ອິນ​ເຊນດ໌… ເປີດ​ໜ້າ​ເຟ​ດຕ໌​ບຸກ​ປະ​ທາ​ນາ​ທິບໍ​ດີ​ບາ​ລັກ ໂອ​ບາ​ມ່າ ເພື່ອ​ໃຊ້​ເປັນ​ຊ່ອງ​ທາງ​ສື່​ສານ​ກັບ​ຊາ​ວອາ​ເມ​ລິ​ກັນ​ໂດຍ​ກົງ​ໃນ​ຍຸກ​ສັງຄົມ​ອອນ​ໄລນ໌  ຂະນະ​ທີ່​ຊາວ​ເນັດ​ແຫ່​ກົດ‘Like’ກັນ​ຢ່າງຫລວງຫລາຍ ພຽງ​ແຕ່ 16 ຊົ່ວ​ໂມງ ຍອດ‘Like’ທະ​ລຸ​ກວ່າ 6.14 ແສນ​ລາຍ

ເມື່ອ 10 ພະຈິກ ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ ທຳ​ນຽບ​ຂາວ​​ທັນ​ໂລກ ເປີດ​ໜ້າ​ເຟ​ດຕ໌​ບຸກ ຂອງ​ປະ​ທາ​ນາ​ທິບໍ​ດີ​ບາ​ລັກ ໂອ​ບາ​ມ່າ​ແຫ່​ງສະ​ຫະລັດ ຫວັງ​ໃຊ້​ເປັນ​ຊ່ອງ​ທາງ​ປະຕິ​ສຳພັນ ເວົ້າ​ລົມ​ໂດຍ​ກົງ​ລະຫວ່າງ​ຊາ​ວອາ​ເມ​ລິ​ກັນ ຕະຫລອດ​ຈົນ​ຊາວ​ໂລກ​ກັບ​ປະ​ທາ​ນາ​ທິບໍ​ດີ​ໂອ​ບາ​ມ່າ​ໃນ​ຍຸກ​ສັງຄົມ​ອອນ​ໄລນ໌​ກຳ​ລັງ​ເບັ່ງ​ບານ ໂດຍ​ປາກົດ​ວ່າ ຫລັງ​ຈາກ​ມີ​ການ​ເປີດ​ເຟ​ດຕ໌​ບຸ​ກະ​ແຕ່​ພຽງ 16 ຊົ່ວໂມງ. ປາກົດ​ວ່າ ມີ​ຊາວ​ເນັດ​ແຫ່​ກົດ​ (Like)ແລ້ວ​ກວ່າ 614,000 ລາຍ

‘ ສະ​ບາຍດີ ເຟ​ດຕ໌​ບຸ​ກ! ໃນ​ທີ່ສຸດ ຂ້ອຍ​ກໍ​ມີ​ໜ້າ​ເຟ​ດຕ໌​ບຸ​ກ​ທີ່​ເປັນ​ຂອງ​ຕົວ​ເອງ​ ຂ້ອຍ​ຫວັງ​ວ່າ ເຈົ້າ​ຈະ​ຄິດວ່າ ບ່ອນນີ້ ຈະ​ເປັນ​ບ່ອນ​ທີ່​ພວກ​ເຮົາ​ສາມາດ​ໂອ້ລົມ​ກັນ​ຢ່າງ​ແທ້​ຈິງ ກ່ຽວກັບ ປະ​ເດັນ​ສຳ​ຄັນໆ​ທີ່​ພວກ​ເຮົາ​ກຳ​ລັງ​ຜະເຊີນ​ກັນ​ຢູ່ໃນ​ປະເທດ ແລະ​ຍັງ​ເປັນ​ບ່ອນ​ທີ່​ເຈົ້າ​ສາມາດ​ຕິດ​ຕໍ່​ກັບ​ຂ້ອຍ​ໄດ້​ໂດຍ​ກົງ ລວມ​ທັງ​ແຊລ໌​ຄວາມ​ຄິດ​ແລະ​ເລື່ອງ​ລາວ​ຂອງ​ເຈົ້າ’ ຂໍ້ຄວາມ​ເທິງ​ໜ້າ​ເຟ​ດຕ໌​ບຸ​ກ ຂອງ​ປະ​ທາ​ນາ​ທິບໍ​ດີ​ໂອ​ບາ​ມ່າ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...