spot_img
Homeນານາສາລະ ພຶດຕິກຳທີ່ໜຸ່ມໆສ່ວນໃຫຍ່ບໍ່ມັກ

ພຶດຕິກຳທີ່ໜຸ່ມໆສ່ວນໃຫຍ່ບໍ່ມັກ

Published on

nrm_1409765947-450135144-600x299
1. ບໍ່ຊື່ສັດ ເລື່ອງນີ້ບໍ່ວ່າເພດໃດກໍ່ບໍ່ມັກທັງນັ້ນ ເປັນເລື່ອງທຳມະດາ ທົ່ວໄປ ການເຊື່ອໃຈຄືພື້ນຖານສຳຄັນຂອງຄວາມຮັກ ຖ້າເຈົ້າມີພຶດຕິກຳບໍ່ຊື່ສັດ ຕົວະເປັນນິໄສ ອັນນີ້ກໍ່ບໍ່ໄຫວ
2. ເອົາຕົວເອງເປັນທີ່ຕັ້ງ ຜູ້ຍິງທຸກຄົນຮັກຕົວເອງ ແຕ່ກໍຢ່າລືມວ່າ ເຈົ້າກໍຕ້ອງສົນໃຈຄົນຮອບຂ້າງດ້ວຍເຊັ່ນກັນ
3. ຮຽກຮ້ອງຄວາມສົນໃຈ ບໍ່ຈຳເປັນຕ້ອງພະຍາຍາມຂະໜາດນັ້ນ ຖ້າເຮົາສົນໃຈ ບໍ່ຕ້ອງເຮັດຫຍັງເຮົາກໍ່ສົນໃຈຢູ່ດີ
4. ຕິດໂທລະສັບຫລາຍເກີນໄປ ໃຜຈະຢາກໃຊ້ເວລາກັບຄົົນທີ່ເບິ່ງໜ້າຈໍໂທລະສັບຫລາຍກວ່າໜ້າຄົນເສຍເວລາແທ້ໆ
5. ເຮັດໂຕໃຫ້ເຂົາອິດສາຖ້າມົວແຕ່ເຮັດໃຫ້ພວກເຂົາອິດສາຢູ່ນັ້ນ ລະວັງພວກເຂົາຈະໜີໄປມີແຟນ ສຸດທ້າຍທີ່ພະຍາຍາມເຮັດມາມັນກໍ່ເທົ່ານັ້ນ
6. ຫລິ້ນໂຕຫລາຍເກີນໄປ ການຫລິ້ນຕົວນັ້ນມີລະດັບຢູ່ ເອົາໃຫ້ເໝາະສົມແລະສົມຄວນແກ່ເວລາດີກວ່າ ຖ້າຊວນໄປໃສກໍ່ບໍ່ໄປ ເຮົາໄປຫາຄົນອື່ນທີ່ພ້ອມຈະໄປກັບເຮົາດີກວ່າ
7. ບໍ່ບອກວ່າຕ້ອງການຫຍັງ ຖ້າຮູ້ວ່າຢາກກິນຫຍັງ ກໍ່ບອກກັນມາກົງໆກໍ່ໄດ້ ເລືອກມາໄດ້ເລີຍ ບໍ່ຕ້ອງອ້ອມ ຜູ້ຊາຍຄືເຮົາຕ້ອງການເທົ່ານີ້
8. ໃຈແຄບ ເຫັນແຕ່ຕົວເອງສຳຄັນ ຄົນອື່ນບໍ່ສຳຄັນເລີຍ ກໍ່ຄົງບໍ່ຢາກຈະເຂົ້າຫາ
9. ເປີດຮັບຄົນອື່ນຫລາຍເກີນໄປ ກົງກັນຂ້າມກັບການໃຈແຄບ ຖ້າເຈົ້າເປີດຮັບຄົນນັ້ນຄົນນີ້ຫລາຍເກີນໄປ ໜຸ່ມໆກໍ່ບໍ່ໄຫວຈະຮັບມືຄືກັນ
10. ຊ່ວຍເຫລືອຫຍັງບໍ່ໄດ້ ຜູ້ຍິງອາດເອີ້ນໄດ້ວ່າເປັນພາລະຂອງຜູ້ຊາຍຢູ່ແລ້ວແຕ່ຖ້າບໍ່ຄິດຈະເຮັດຫຍັງ
11. ເບິ່ງໂຊຊ້ຽວມີເດຍດີກວ່າງານຕົວເອງ ບໍ່ຈຳເປັນຕ້ອງເອົາມັນມາເປັນເລື່ອງໃຫຍ່ໃນຊີວິດຂະໜາດນັ້ນກໍ່ໄດ້
12. ບໍ່ແລກປ່ຽນກັນ ຄວາມຮັກອາດຄືການແລກປ່ຽນທັງການໃຫ້ແລະການຮັບ ແຕ່ຖ້າເຈົ້າຜູ້ຍິງຄິດວ່າ ຕົວເອງເປັນຜູ້ຮັບຄົນດຽວ ແບບນີ້ກໍ່ຄົງບໍ່ດີ ຄົງບໍ່ມີໃຜທີ່ອົດທົນເປັນຜູ້ໃຫ້ໄດ້ຕະຫລອດຊີວິດດອກເໝື່ອຍ
13. ບໍ່ເປັນຕົວເອງ ຢ່າພະຍາຍາມຫລິ້ນເກມ ຫລືພະຍາຍາມເປັນຄົນອື່ນທີ່ບໍ່ແມ່ນຕົວເອງ ຕົວະຕົວເອງເພື່ອໃຫ້ຄົນອື່ນມັກ ຖ້າຢາກຈະມີແຟນ ກໍ່ຢາກໄດ້ຄົົນທີ່ເປັນຕົວເອງແທ້ໆ
14. ບໍ່ເຄີຍເອີ່ຍຄຳຍ້ອງຍໍ ບາງທີຜູ້ຊາຍຄືເຮົາກໍ່ຢາກໄດ້ກຳລັງໃຈ ຫລື ຄຳປອບໂຍນຄືກັນ ຢ່າງນ້ອຍມື້ນີ້ກໍ່ບອກເຮົາແດ່ກໍ່ໄດ້ ວ່າເສື້ອງາມເນາະແຕ່ງຕົວດີເນາະ ກໍ່ຮູ້ສຶກດີຕັ້ງແຕ່ເຈີກັນແລ້ວ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...