spot_img
Homeຂ່າວຕ່າງປະເທດແມ່ເຖົ້າຊາວອອດສ໌ເຕເລຍແຄ້ນລູກຫລານບໍ່ເບິ່ງແຍງ ຕັດເງິນຖິ້ມກ່ອນຕາຍເກືອບລ້ານຍູໂຣ

ແມ່ເຖົ້າຊາວອອດສ໌ເຕເລຍແຄ້ນລູກຫລານບໍ່ເບິ່ງແຍງ ຕັດເງິນຖິ້ມກ່ອນຕາຍເກືອບລ້ານຍູໂຣ

Published on

EyWwB5WU57MYnKOuXogi5bhRRLdcuOowe9n9MM89AHGLAerdjvyfMe

ແມ່​ເຖົ້າ​ຊາວ​ອອດ​ສ໌ເຕເລຍ​ ​ແຄ້ນ​ໃຈ​ທີ່​ລູກ​ຫລານ​ບໍ່​ເບິ່ງແຍງ​ແລະ​ສົ່ງ​ນາງ​ໄປ​ຢູ່​ເຮືອນ​ພັກ​ຄົນ ຊະລາ ຕັດ​ສິນ​ໃຈ​ຈີກ​ເງິນມູນ​ຄ່າ​ລວມ​ເກືອບ 1 ລ້ານ​ຍູ​ໂຣ​ຂອງ​ນາງ​ຖິ້ມ ກ່ອນ​ຈະ​ສິ້ນ​ລົມ​ເພື່ອ​ເອົາ​ຄືນ​ບັນດາ​ລູກຫລານ

ສຳ​ນັກ​ຂ່າວ​ຕ່າງ​ ປະເທດ​ລາຍ​ງານ​ເມື່ອ​ມື້​ວັນພະຫັດທີ່ 5 ພະຈິກ ໂດຍ​ອ້າງ​ການ​ເປີດ​ເຜີຍ​ຈາກ​ແຫລ່ງ​ຂ່າວ​ໃນ​ຫນ່ວຍ​ງານ​ຍຸດຕິທຳ​ຂອງ​ອອດ​ສ໌ເຕ​ເລຍ ວ່າ ແມ່​ເຖົ້າ​ຊາວ​ອອດ​ສ໌ເຕເລຍ​ໄວ 85 ປີ ໄດ້​ຕັດ​ເງິນ​ຖິ້ມ​ຈຳນວນ​ເກືອບ​ລ້ານ​ຍູ​ໂຣ​ກ່ອນ​ຕາຍ ພຽງ​ເພື່ອ​ຕ້ອງ​ການສ້າງ​ຄວາມ​ເຈັບໃຈ​ໃຫ້​ກັບ​ບັນດາ​ລູກຫລານ​ທີ່​ບໍ່​ ເບິ່ງແຍງ​ນາງ ເງິນທີ່​ຖືກ​ຕັດ ເປັນ​​ເງີນ​ຍູ​ໂຣ​ໃບ​ລະ 100 ຍູ​ໂຣ ແລະ 500 ຍູ​ໂຣ ລວມ​ມີ​ຈຳນວນ​ເຖິງ 950,000 ຍູ​ໂຣ ຖືກ​ພົບ​ເທິງ​ຕຽງ​ນອນ​ໃນ​ຫ້ອງ​ຂອງ​ແມ່​ເຖົ້າ​ລາຍ​ນີ້​ທີ່​ເຮືອນ​ພັກ​ຄົນ​ ຊະລາ​ແຫ່ງ​ໜຶ່ງ ຊຶ່ງ​ນາງ​ຫາກໍ່​ຖືກ​ຍ້າຍ​ມາ​ຢູ່​ໄດ້​ພຽງ 5 ມື້​ກ່ອນ​ທີ່​ນາງ​ຈະ​ເສຍຊີວິດ

ເອ​ລິດ ຮາ​ບິດຊ໌ ໄອ​ຍະການ​ແຫ່ງ​ເມືອງ​ Wiener Neustadt ໄດ້​ຢືນຢັນ​ກັບ​ຫນັງສື​ພິມ​ຄູ​ເຣຍ (Kurier) ວ່າ ຍິງ​ຊະລາ​ໄດ້​ທຳລາຍບັນຊີ​ເງີນ​ຝາ​ກທະ​ນາ​ຄານ​ຂອງ​ນາງ​ ໂດຍ​ເຈົ້າ​ຫນ້າທີ່​ໄອຍະ​ການ​ໄດ້ຮັບ​ແຈ້ງ​ແຕ່​ບໍ່ໄດ້​ດຳ​ເນີນ​ຄະດີ​ໃດໆໄດ້ ເນື່ອງ​ຈາກ​ກໍລະນີ​ນີ້​ບໍ່​ຖື​ວ່າ​ເປັນ​ຄະດີ​ອາ​ຍາ ເພາະ​ເງິນ​ທີ່​ຖືກ​ຈີກ​ເປັນ​ຊັບ​ສິນ​ສ່ວນ​ຕົວ​ຂອງ​ຍິງ​ຊະລາຄົນດັ່ງກ່າວ

ຢ່າງໃດ ​ກໍ​ຕາມ ການ​ແກ້​ແຄ້ນ​ຂອງ​ແມ່​ເຖົ້າ​ຄົນນີ້ເບິ່ງ​ຄືວ່າ​ຈະ​ບໍ່​ເຮັດໃຫ້​ບັນດາ​ ລູກຫລານ​ທຸກ​ຮ້ອນ​ໃຈ​ເທົ່າ​ທີ່​ນາງ ຫວັງ ເມື່ອ​ທະ​ນາ​ຄານ​ແຫ່ງ​ຊາດ​ອອດສ໌​ເຕເລຍ​ຢືນຢັນ​ກັບ​ຫນັງສື​ພິມ​ຄູ​ເຣຍວ່າ ພ້ອມ​ທີ່​ຈະ​ແລກ​ປ່ຽນ​ເງິນ​ໃໝ່​ຕາມ​ຈຳນວນ​ຂອງ​ເງິນທີ່​ຖືກ​ທຳລາຍ ຫາກ​ມີ​ການ​ຮັບ​ປະ​ກັນ​ຈຳນວນ​ເງີນ​ແລະ​ພົບ​ເສດ​ເງິນ​ທີ່​ຖືກ​ຈີກ​ທັງ​ໝົດ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...