spot_img
Homeຄວາມງາມກຽມເບິ່ງແຍງຜິວຕ້ອນຮັບລະດູໜາວ

ກຽມເບິ່ງແຍງຜິວຕ້ອນຮັບລະດູໜາວ

Published on

27_20151028161426.

1. ຫລີກລ້ຽງການອາບນ້ຳອຸ່ນ ຖ້າທົນບໍ່ໄຫວກໍພຽງອຸ່ນພໍປະມານ ຢ່າເຖິງຮ້ອນເກີນໄປຜິວຈະຍິ່ງແຫ້ງໜັກຫລາຍ
2. ໃຊ້ຄີມບຳລຸງທີ່ເນັ້ນຄວາມຊຸ່ມຊື່ນ ອາດຈະເປັນພວກອອຍລ໌ ຫລືຄີມທີ່ປະສົມນ້ຳມັນ ຊ່ວຍຄົງຄວາມຊຸ່ມຊື້ນຂອງຜິວເຮົາໄດ້ດົນຂຶ້ນ ເລືອກຜະລິດຕະພັນເຕີມນ້ຳໃຫ້ຜິວ ຊ່ວຍເພີ່ມຄວາມຊຸ່ມຊື້ນນຽນນຸ່ມ
3. ໃຊ້ສະບູ່ຫລືໂຟມລ້າງໜ້າແບບອ່ອນໂຍນ ຫລີກລ້ຽງພວກທີ່ມີລິດຮຸນແຮງ ເພາະໃນໄລຍະນີ້ຜິວຈະບອບບາງແຫ້ງງ່າຍ
4. ງົດຜະລິດຕະພັນຮຸນແຮງ ເຊັ່ນ ກົດຫມາກໄມ້ ກົດວິຕາມິນເອ ຄີມປິ່ນປົວສິວ ລວມໄປເຖິງການສົກຮັບຜິວ ການຂັດໜ້າ ເພາະເຮັດໃຫ້ຜິວແຫ້ງລະຄາຍເຄືອງໄດ້
5. ດື່ມນ້ຳໃຫ້ພຽງພໍ ທີ່ສຳຄັນຄວນເປັນນ້ຳດື່ມ ມື້ລະ 8-10 ຈອກ ເພື່ອຜິວພັນຈະໄດ້ຊຸ່ມຊື່ນ ບໍ່ແຫ້ງ
6. ເຕີມອາຫານຜິວດ້ວຍຜັກຜົນໝາກໄມ້ ຢ່າລືມເພີ່ມອາຫານໃຫ້ຜິວດ້ວຍການຮັບປະທານຜັກແລະຫມາກໄມ້ ທີ່ມີສັບພະຄຸນຊ່ວຍເລື່ອງຜິວໃນດ້ານຕ່າງໆ
7. ຢ່າລືມຄີມກັນແດດ ໃນໄລຍະລະດູໜາວຫລາຍຄົນມັກລະເລີຍຄີມກັນແດດ ເພາະອາດເຫັນວ່າແສງແດດບໍ່ຮຸນແຮງ ແຕ່ຮູ້ບໍໍວ່າແດດໄລຍະໃດໆ ກໍທຳຮ້າຍຜິວເຮົາໄດ້ ນອກຈາກແສງແດດຍັງຖືກລັງສີຈາກແສງໄຟ ແສງຈໍຄອມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...