spot_img
Homeຄວາມງາມສະປາ ເຮັດເອງໄດ້ທີ່ບ້ານ!

ສະປາ ເຮັດເອງໄດ້ທີ່ບ້ານ!

Published on

11111
ມາໃຫ້ລາງວັນຕົວເອງຈາກງານທີ່ເມື່ອຍລ້າດ້ວຍສະປາເຮັດເອງທີ່ບ້ານ ຕອນນີ້ຢາກຈະສະປາເມື່ອໃດ ດົນປານໃດກໍເຮັດໄດ້ຕາມສະບາຍ ແຖມບໍ່ເປືອງເງີນດ້ວຍ

ສຳຜັດ 1: ບັນຍາກາດແວດລ້ອມ
ລອງຕົກແຕ່ງສະປາທີ່ບ້ານດ້ວຍພັນໄມ້ແລະສີສັນສວຍງາມ ເພື່ອຮ້ອງຄວາມຜ່ອນຄາຍກັບຄືນມາ ໂດຍສະເພາະໃນຫ້ອງນ້ຳຄວນໃຊ້ໂທນສີທີ່ເບິ່ງສະບາຍຕາ ມີແສງພໍເໝາະ ແລະຕົກແຕ່ງດ້ວຍອຸປະກອນທີ່ເຮັດຈາກໄມ້ ເຊັ່ນ ກະປຸກໃສ່ເຄື່ອງຫອມ ຂອງຈຸກຈິກ ແລະອື່ນ ໆ
ສຳຜັດ 2: ລົດຊາດທີ່ສົດຊື່ນ
ກຽມຊາອຸ່ນ ໆ ຫລືນ້ຳຫມາກໄມ້ທີ່ເຈົ້າ ມັກໄວ້ດື່ມກ່ອນແລະຫລັງການເຮັດສະປາ ເຊັ່ນ ນ້ຳຂີງ ຊາຂຽວແລະ ອື່ນ ໆ ທີ່ມີສັບພະຄຸນຊ່ວຍຂັບສານພິດທີ່ຕົກຄ້າງພາຍໃນຮ່າງກາຍ ພຽງເທົ່ານີ້ກໍຊ່ວຍສ້າງຄວາມຮູ້ສຶກສົດຊື່ນ ລ່າເລີງ ສານໂພລີຟີນອນໃນໃບຊາຍັງດີຕໍ່ສຸກຂະພາບເພາະຊ່ວຍຕ້ານອະນຸມູນອິດສະຫລະ ແລະຍັງລ້າງສິ່ງຕົກຄ້າງໃນຮ່າງກາຍດ້ວຍ
ສຳຜັດ 3: ກິ່ນຫອມຊ່ວຍບຳບັດ
ການໃຊ້ກິ່ນຫອມບຳບັດຕາມຫລັກອະໂລມາ ປະເພດທຽນຫອມແລະນ້ຳມັນຫອມລະເຫຍ ກໍນິຍົມກັນບໍ່ນ້ອຍ ຢ່າງກິ່ນທີ່ນິຍົມຫລາຍ ເຊັ່ນ ລາເວນເດີ ກຸຫລາບ ຄາໂມມາຍ ຮັບຮອງຖືກໃຈຄົົນທີ່ເຮັດວຽກມາຄຽດ ໆແນ່ນອນ
ສຳຜັດ 4: ສຽງມ່ວນຊື່ນ
ໜຶ່ງໃນປັດໄຈທີ່ຊ່ວຍສ້າງຄວາມຜ່ອນຄາຍ ຄື ດົນຕີບຳບັດ ຄວນເປັນດົນຕີທີ່ເບົາສະບາຍແນວ Spiritual Music ຫລືເປັນສຽງທີ່ຮຽນແບບທຳມະຊາດເຊັ່ນສຽງນ້ຳໄຫລ ສຽງນົກ ສຽງຄື້ນລົມ ຟັງແລ້ວ ຊ່ວຍປົດປ່ອຍເຮົາອອກຈາກຄວາມຄຽດໄດ້ດີ
ສຳຜັດ 5: ສຳຜັດຈາກທຳມະຊາດ
ກັບມາເຖິງເຮືອນພ້ອມກັບ ອາການເມື່ອຍລ້າຈາກການຢ່າງຍັງຕິດເຂົ້າມາໃນເຮືອນດ້ວຍ ລອງແຊ່ຕີນໃນນ້ຳ ພ້ອມກັບໃສ່ວັດຖຸດິບຈາກທຳມະຊາດຢ່າງກີບດອກໄມ້ ແລ້ວຕາມດ້ວຍນວດນ້ຳມັນ ເພື່ອຫຼຸດອາການປວດເມື່ອຍ ຫລືຂັດດ້ວຍເກືອສະປາບໍລິເວນຕີນເບົາ ໆ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...