spot_img
Homeຂ່າວຕ່າງປະເທດຈີນປະກາດຂຶ້ນຄ່າເງິນຫຍວນ ເທື່ອໃຫຍ່ທີ່ສຸດໃນຮອບ 10 ປີ

ຈີນປະກາດຂຶ້ນຄ່າເງິນຫຍວນ ເທື່ອໃຫຍ່ທີ່ສຸດໃນຮອບ 10 ປີ

Published on

china

ລັດຖະບານ​ຈີນ​ປະ​ກາດ​ຂຶ້ນ​ຄ່າ​ເງິນ​ຫຍວນ​ໃນ​ອັດຕາ​ສູງ​ທີ່ສຸດ​ນັບ​ຕັ້ງ​ແຕ່​ປີ 2005 ເພີ່ມ​ໂອ​ກາດ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ໃຫ້​ສະ​ກຸນ​ເງິນ​ປະຈຳ​ຊາດ​ໄດ້ຮັບ​ການ​ອະ​ນຸມັດ​ເຂົ້າ​ສູ່ “ຕະ​ກ້າ​ເງິນ” ຂອງ​ໄອ​ເອັມ​ເອັຟ ມື້​ວັນຈັນ​ທີ່ 2 ພະຈິກ 2015 ເວລາ 10:47 ນ. ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ປັກ​ກິ່ງ ປະເທດ​ຈີນ ເມື່ອ​ວັນທີ່ 2 ພະຈິກ ວ່າ​ທະ​ນາ​ຄານ​ປະຊາຊົນ​ຈີນ (ພີ​ບີ​ໂອ​ຊີ) ອອກ​ຖະແຫລງການ​ເລື່ອງ​ການ​ປັບ​ເພີ່ມ​ອັດຕາ​ແລກ​ປ່ຽນ​ກາງ​ຂອງສະ​ກຸນ​ເງິນ​ຫຍວນ​ເມື່ອ ທຽບ​ກັບ​ເງິນ​ດອນ​ລາ​ສະ​ຫະລັດ​ຂຶ້ນ​ອີກ​ຮ້ອຍ​ລະ 0.54 ມາ​ຢູ່​ທີ່ 6.3154 ຫຍວນ​ຕໍ່ 1 ດອນ​ລາ​ສະ​ຫະລັດ ຖື​ເປັນ​ການ​ປັບ​ເພີ່ມ​ຄ່າ​ເງິນ​ຫຍວນ​ຫລາຍ​ທີ່ສຸດ​ນັບ​ຕັ້ງ​ແຕ່​ປີ 2005 ຊຶ່ງ​ເປັນ​ໄລຍະ​ທີ່​ລັດຖະບານ​ປັກ​ກິ່ງ​ຫາກໍ່​ຍົກ​ເລີກ​ລະບົບ​ຮັດ​ຄ່າ​ເງິນ​ຂອງ​ປະເທດ​ເອົາ​ໄວ້​ກັບ ເງິນ​ຂອງສະ​ຫະລັດ ຄວາມ​ປ່ຽນ​ແປງ​ເທື່ອ​ດັ່ງ​ກ່າວ​ມີ​ຂຶ້ນ​ຫລັງ​ພີ​ບີ​ໂອ​ຊີ​ປັບ​ຫລຸດ​ຄ່າ​ເງິນ​ຫຍວນ​ໃຫ້ຫລຸດລົງ ເກືອບ​ຮ້ອຍ​ລະ 5.0 ພາຍ​ໃນ 1 ອາທິດ​ເມື່ອ​ເດືອນ​ ສິງຫາ ແລະ​ ກຳນົດ​ໃຫ້​ອັດຕາ​ແລກ​ປ່ຽນ​ລາຍ​ມື້​ຜັນປ່ຽນໄດ້​ບໍ່​ເກີນ​ຮ້ອຍ​ລະ 2.0 ແມ່ນ​ໃຫ້​ເຫດຜົນ​ວ່າ​ເປັນ​ສ່ວນຫນຶ່ງ​ຂອງ​ມາ​ດຕາ​ການ​ກະຕຸ້ນ​ເສດຖະກິດ ແລະ​ຄວບ​ຄຸມ​ຄ່າ​ເງິນ​ຂອງ​ປະເທດ​ໃຫ້​ສອດ​ຄ້ອງ​ກັບ​ກົນ​ໄກ​ຂອງ​ຕະ​ຫລາດ ທີ່​ອາດ​ເພີ່ມ​ຄວາມ​ສົນ​ໃຈ​ໃນ​ສິນ​ຄ້າ​ແລະ​ບໍລິການ​ຈາກ​ຈີນ​ຊຶ່ງ​ມີ​ລາ​ຄາ​ຖືກ​ລົງ​ຕາມ​ຄ່າ​ເງິນ ແຕ່​ກັບ​ສ້າງ​ຄວາມ​ຕື່ນ​ຕົກໃຈ​ໃຫ້​ແກ່​ຕະ​ຫລາດ​ທົ່ວ​ໂລກ​ໃນ​ເວລາ​ນັ້ນ ແລະ​ສົ່ງ​ຜົນ​ໃຫ້​ເງິນ​ຫຍວນ​ອ່ອນ​ຄ່າ​ທີ່ສຸດ​ນັບ​ຕັ້ງ​ແຕ່​ເດືອນ​ ສິງຫາ 2010 ທັງ​ນີ້ ການ​ແຊກ​ແຊງ​ຄ່າ​ເງິນ​ຫຍວນ​ຖື​ເປັນ​ກົນ​ໄກ​ສຳຄັນ​ຂອງ​ລັດຖະບານ​ຈີນ​ໃນ​ການ​ຄວບ​ຄຸມ​ແລະ​ກຳນົດ​ທິດ ທາງ​ເສດຖະກິດ​ຂອງ​ປະເທດ​ດ້ວຍ​ຕົວ​ເອງ ທ່າມ​ກາງ​ຄວາມ​ຫວັງ​ອັນ​ເຕັມ​ປ່ຽມ ໃນ​ການ​ໃຫ້​ເງິນ​ຫຍວນ​ໄດ້ຮັບ​ການ​ຍອມ​ຮັບ​ຈາກ​ກອງ​ທຶນ​ການ​ເງິນ​ລະຫວ່າງ​ປະເທດ (ໄອ​ເອັມ​ເອັ​ຟ) ໃຫ້ເປັນ​ໜຶ່ງ​ໃນ “ສິດ​ທິ​ເບີກ​ຖອນ​ພິເສດ” (ເອດ​ດີ​ອາລ໌) ຫລື “ຕະ​ກ້າ​ເງິນ” ຂອງ​ໄອ​ເອັມ​ເອັ​ຟ ຮ່ວມ​ກັບ​ຄ່າ​ເງິນ​ດອນ​ລາ​ສະ​ຫະລັດ ຍູ​ໂລ ເຍນ ແລະ​ປອນ​ສະ​ເຕີລ໌​ລິງ ຊຶ່ງ​ໄອ​ເອັມ​ເອັຟກຽມ​ຕັດ​ສິນ​ເລື່ອງ​ດັ່ງ​ກ່າວ​ພາຍ​ໃນ​ເດືອນ​ນີ້ ຂະນະ​ທີ່​ກຳນົດ​ການ​ໃຊ້​ອັດຕາ​ໃໝ່​ຂອງ​ເອດ​ດີ​ອາລ໌​ຈະ​ເລີ່ມ​ໃນ​ວັນທີ່ 1 ຕຸລາ ປີ​ໜ້າ“

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...