spot_img
Homeຂ່າວຕ່າງປະເທດອີຕາລີຊ່ວຍມຽນມາ ປະຕິສັງຂອນບູຮານສະຖານ ທົ່ງເຈດີພຸກາມ ກຽມຂຶ້ນເປັນມໍລະດົກໂລກ!

ອີຕາລີຊ່ວຍມຽນມາ ປະຕິສັງຂອນບູຮານສະຖານ ທົ່ງເຈດີພຸກາມ ກຽມຂຶ້ນເປັນມໍລະດົກໂລກ!

Published on

resize_of_img_4574_1_147

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ຕຸລານີ້ວ່າ ທາງການມຽນມາ ແລະ ສະຖານທູດອີຕາລີ ກຳລັງຫາລືກັນ ກ່ຽວກັບການບູລະນະເຈດີເກົ່າແກ່ ອາຍຸຫລາຍຮ້ອຍປີ ຈຳນວນຫລາຍແຫ່ງ ທີ່ຕັ້ງຢູ່ພາຍໃນບໍລິເວນ ທົ່ງເຈດີພຸກາມ ເພື່ອດຳເນີນການຈົດທະບຽນ ເປັນມໍລະດົກໂລກອີກແຫ່ງໜຶ່ງ ໂດຍລັດຖະບານອີຕາລີ ຕົກລົງໃຫ້ທຶນສະໜັບສະໜູນ ໂດຍຜ່ານສຳນັກງານຄວາມຮ່ວມມືການພັດທະນາ ແຫ່ງ ປະເທດອີຕາລີ (Italian Development Cooperation Office).

ທັງນີ້ ລັດຖະບານອີຕາລີ ໄດ້ໃຫ້ຄວາມຊ່ວຍເຫລືອມຽນມາ ເພື່ອຂຶ້ນທະບຽນບູຮານສະຖານ ຈຳນວນ 3 ແຫ່ງ ຂຶ້ນທະບຽນເປັນມໍລະດົກໂລກສຳເລັດ ຊຶ່ງໄດ້ແກ່ ເມືອງຫັນລິນ (Hanlin), ເບັກຕານໍ (Beikthano) ແລະ ເມືອງສີເກດຕຣາ (Sri Kestra) ໂດຍທັງສາມແຫ່ງ ເປັນເມືອງເກົ່າແກ່ໃນສະໄໝ ອານາຈັກພະຍູ.

 

bagan2

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...