spot_img
Homeນານາສາລະຍ່າງຢູ່ບ່ອນເກົ່າ..... ມີຫວາຈະກ້າວໜ້າ

ຍ່າງຢູ່ບ່ອນເກົ່າ….. ມີຫວາຈະກ້າວໜ້າ

Published on

ดาวน์โหลด

ເຈົ້າເປັນຄົນໜຶ່ງທີ່ຢ້ານການປ່ຽນແປງ ຈົນບໍ່ກ້າກ້າວໄປຂ້າງໜ້າຫລືບໍ່
ຄົນເຮັດວຽກທີ່ຢ້ານການປ່ຽນແປງລະບົບການປະຕິບັດງານ ຫລືມີຄວາມຄິດຕໍ່ຕ້ານການປ່ຽນແປງສະສົມຢູ່ໃນຈິດໃຈຈະບໍ່ມີໂອກາດໄດ້ປັບປຸງປ່ຽນແປງຫລືພັດທະນາການເຮັດວຽກງານຂອງຕົນໃຫ້ດີຂຶ້ນ
ໃນທີ່ສຸດຈະຖືກຄົນອື່ນແຊງໜ້າໄປ ສະນັ້ນຖ້າຢາກມີຄວາມກ້າວໜ້າຕ້ອງໝັ່ນເຕືອນຕົນເອງຢູ່ສະເໝີວ່າ ສິ່ງທີ່ເຮົາເຮັດຢູ່ໃນປະຈຸບັນຍັງບໍ່ດີພໍ ຕ້ອງປັບປຸງໃຫ້ດີກວ່າທີ່ເປັນຢູ່
ຕ້ອງເຊື່ອຫມັ້ນວ່າຕົນເອງສາມາດເຮັດໄດ້ ແລະຍອມຮັບນັບຖືໃນຄຸນຄ່າຂອງຕົນເອງ…. ແນະນຳໃຫ້ເລີ່ມປ່ຽນແປງສິ່ງທີ່ງ່າຍໆກ່ອນ ແລ້ວຄ່ອຍໄປສູ່ສິ່ງທີ່ຍາກຂຶ້ນ
ເພາະຖ້າເປັນເລື່ອງງ່າຍກໍຈະປ່ຽນແປງໃຫ້ສຳເລັດໄດ້ບໍ່ຍາກ ຊຶ່ງຄົນເຮົາເມື່ອເຮັດເທື່ອທຳອິດແລ້ວປະສົບຄວາມສຳເລັດ ກໍຈະເກີດກຳລັງໃຈທີ່ຈະປ່ຽນແປງສິ່ງອື່ນໆ ໃຫ້ດີຂຶ້ນເລື້ອຍໆ ຕໍ່ໄປໃນອະນາຄົດ… ຢ່າງໃດກໍຕາມ ຂໍຢ້ຳວ່າການປັບປຸງປ່ຽນແປງຕ້ອງເຮັດຢ່າງຕໍ່ເນື່ອງ ຢຸດບໍ່ໄດ້ ເພາະການຢູ່ກັບທີ່ ໃນຂະນະທີ່ຜູ້ອື່ນກ້າວໄປຂ້າງໜ້າ ກໍເທົ່າກັບເຮົາກຳລັງຖອຍຫລັງລົງໄປທຸກມື້

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...