spot_img
Homeນານາສາລະ 5 ເຄັດລັບ ຫຼຸດຄວາມຄຽດຈາກການເຮັດວຽກ

5 ເຄັດລັບ ຫຼຸດຄວາມຄຽດຈາກການເຮັດວຽກ

Published on

images
ສາວ ໆຢຸກໃໝ່ຢ່າງເຮົາ ກໍຕ້ອງພົບບັນຫາຄວາມຄຽດໃນການເຮັດວຽກງານຄືກັນ ເຖິງວ່າວຽກງານຈະໜັກຫຼືມີຄວາມຄຽດ ແຕ່ເຮົາກໍ່ສາມາດຫຼຸດຄວາມຄຽດໄດ້ດ້ວຍການປັບຕົວເລັກໆນ້ອຍໆ ເຮົາໄປເບິ່ງເຄັດລັບກັນດີກວາ
1. ອອກກຳລັງກາຍເພື່ອລະບາຍຮໍໂມນແຫ່ງຄວາມຄຽດອອກໄປໃຫ້ໝົດ ຈະອອກກຳລັງກາຍລະຫວ່າງການເຮັດວຽກ ເຊັ່ນ ການຢ່າງຂຶ້ນລົງຄັນໄດ ຫຼືຈະເປັນການຫຼີ້ນກີລາ ຫລືເຮັດວຽກເຮືອນໃນເວລາວ່າງກໍໄດ້ ການອອກກຳລັງກາຍຈົນໄດ້ເຫື່ອຈະກະຕຸ້ນໃຫ້ ຮ່າງກາຍຫລັ່ງຮໍໂມນແຫ່ງຄວາມສຸກອອກມາ ຊ່ວຍໃຫ້ຮ່າງກາຍແລະຈິດໃຈສົດຊື່ນ
2. ພັກຜ່ອນໃຫ້ພຽງພໍ ບໍ່ຈຳເປັນເອົາວຽກກັບໄປເຮັດທີ່ເຮືອນ ເຮົາຕ້ອງຮູ້ຈັກບໍລິຫານເວລາ ເພື່ອຈະໄດ້ມີເວລາພັກຜ່ອນສ່ວນຕົວແລະມີເວລາໃຫ້ຄອບຄົວນຳ ແມ່ນແຕ່ເຄື່ອງຈັກຍັງຕ້ອງມີເວລາພັກ ເຈົ້າເອງກໍຕ້ອງມີເວລາພັກຜ່ອນນຳເພື່ອຈະໄດ້ມີພະລັງສຳລັບການເຮັດວຽກງານໃນມື້ຕໍ່ໄປ

3. ປຶກສາບັນຫາທີ່ເຈົ້າໜັກໃຈກັບຄົນໃກ້ຊິດ ບາງເທື່ອພວກເຂົາອາດ ຊ່ວຍເຈົ້າແກ້ບັນຫາບໍ່ໄດ້ ແຕ່ການໄດ້ລະບາຍແລະໄດ້ຄຳປອບໂຢນ ເຈົ້າຈະຮູ້ສຶກ ດີຂຶ້ນ ສະບາຍໃຈຂຶ້ນ ເມື່ອສະໝອງປອດໂປ່ງ ກໍອາດຄິດແກ້ໄຂບັນຫາໄດ້ເອງ
4. ປັບປ່ຽນຄວາມຄິດ ຢ່າເອົາແຕ່ວິຕົກກັງວົນໃຫ້ຫຼາຍຈົນເກີນໄປ ລອງຄິດໃນ ຫຼາຍ ໆ ແງ່ມຸມ ຄິດໃນສິ່ງດີໆ ຄິດແບບມີຄວາມຫວັງນຳ ແລະຢ່າຄິດໝົກມຸ່ນ ແຕ່ບັນຫາຂອງຕົວເອງ ຄິດເຖິງຄົນອື່ນ ນຳ ຍັງມີຄົນລຳບາກກວ່າເຈົ້າອີກຫຼາຍ ຈະໄດ້ມີກຳລັງໃຈຕໍ່ສູ້ບັນຫາໄດ້ຕໍ່ໄປ
5. ຝຶກເທັກນິກຄາຍຄຽດ ເຊັ່ນ ການຫາຍໃຈເຂົ້າເລິກໆ ໃຫ້ທ້ອງຕື່ງອອກ ແລະ ຫາຍໃຈອອກຊ້າໆ ໃຫ້ທ້ອງແວບລົງ ຈະຊ່ວຍຊະລໍຄວາມຢາກຮ້າຍ ຄາຍຄວາມກັງວົນ ຫຼຸດຄວາມຢ້ານ ແລະຄວາມຕື່ນ ເຕັ້ນລົງໄດ້ ນອກຈາກນີ້ຄວນຝຶກສະມາທິເພື່ອສະຫງົບຈິດໃຈ ໂດຍມີສະຕິຢູ່ກັບລົມຫາຍໃຈເຂົ້າອອກ ຈະຊ່ວຍຄາຍຄຽດໄດ້ເປັນຢ່າງດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...