spot_img
Homeຂ່າວຕ່າງປະເທດຈີນຜິດຫວັງ ຜັດເຂົ້າຜັດຈານໃຫ່ຍຫວັງທຸບສະຖິຕິແຕ່ສຸດທ້າຍກິນບໍ່ໄດ້

ຈີນຜິດຫວັງ ຜັດເຂົ້າຜັດຈານໃຫ່ຍຫວັງທຸບສະຖິຕິແຕ່ສຸດທ້າຍກິນບໍ່ໄດ້

Published on

news11

ສຳ​ນັກຂ່າວຕ່າງ​ປະເທດ​ລາຍງານວ່າ ເກີດ​ຄວາມ​ພິກ​ລັອກ​ເລັກໜ້ອຍ​ກັບ​ການ​ພະຍາຍາມ​ສ້າ​ງສະ​ຖິ​ຕິ​ໂລກ​ຂອງ​ປະເທດ​ຈີນ ຫລັງ​ຈາກ​ທີ່​ ເ​ສີບເມ​ນູ​ເຂົ້າ​ຜັດ​ຊາມ​ໃຫຍ່ ນ້ຳ​ໜັກ​ກວ່າ 4,192 ກິ​ໂລ​ກຣາມ ແຕ່​ປາກົດ​ວ່າ ກິນ​ເນດສ໌ເວີ​ດ ເລດ​ຄອດ ປະຕິເສດ​ທີ່​ຈະ​ຈົດ​ບັນ​ທຶກ​ສະຖິຕິ​ໃຫ້ ເນື່ອງ​ຈາກ​ພົບ​ວ່າ​ເຂົ້າ​ຜັດ​ບໍ່​ສາມາດ​ຮັບປະທານ​ໄດ້

ຕາມ​ລາຍ​ງານ​ລະ​ບຸ​ວ່າ ເຂົ້າ​ຜັດ​ຊາມ​ໃຫຍ່​ຂອງ​ເມືອງ​ຫຍາງ​ໂຈ ມົນ​ທົນ​ຈຽງ​ຊູ ທີ່​ເລືອກ​ເຮັດ​ເມ​ນູ​ນີ້​ເພື່ອ​ສະເຫລີມ​ສະຫລອງ​ວາ​ລະ​ຄົບ​ຮອບ 2,500 ປີ​ຂອງ​ເມືອງ​ເກົ່າ​ແກ່​ແຫ່ງ​ໜຶ່ງ ພໍ່​ຄົວ ແມ່ຄົວ ແລະ​ປະຊາຊົນ​ຫລາຍ​ພາກ​ສ່ວນ​ຕັ້ງ​ໃຈ​ກັນ​ສ້າງສັນ​ເມ​ນູ​ຊາມ​ໃຫ່ຍ​ຂຶ້ນ​ມາ ເພື່ອ​ຫວັງ​ຈະ​ຖືກ​ບັນ​ທຶ​ກສະ​ຖິ​ຕິ​ໃນ​ກິນ​ເນດສ໌ເວີ​ດ ເລດ​ຄອດ ໃນ​ຖານະ​ເຂົ້າ​ຜັດ​ຊາມ​ໃຫຍ່​ທີ່ສຸດ​ໃນ​ໂລກ

ແຕ່​ສະຖານນະການ​ຕ້ອງ​ປ່ຽນ​ໄປ ເມື່ອ​ວັນທີ່ 27 ຕຸລາ ຫລັງ​ຄະນະ​ກຳມະການ​ຈາກ​ກິນ​ເນດສ໌ເ​ວີ​ດ ເລດ​ຄອດ ໄດ້​ມາ​ກວດ​ສອບ ເພື່ອ​ບັນ​ທຶ​ກລົງສະຖິຕິ​ໂລກ ແຕ່​ປາກົດ​ພົບ​ວ່າ​ເຂົ້າ​ຜັດ ນ້ຳ​ໜັກ 4,192 ກິ​ໂລ​ກຣາມ​ນັ້ນ ມີ​ບາງ​ສ່ວນ​ກວ່າ 150 ກິ​ໂລ​ກຣາມ ບໍ່​ສາມາດ​ຮັບປະທານ​ໄດ້​ແທ້ ເຮັດໃຫ້​ທາງ ກິນ​ເນດສ໌ເວີ​ດ ເລດ​ຄອດ ປະຕິເສດ​ທີ່​ຈະ​ບັນ​ທຶກ​ສະຖິຕິໄວ້

ຢ່າງໃດ​ກໍ​ຕາມ ຍັງມີ​ລາຍ​ງານ​ວ່າ ຫລັງ​ຈາກ​ຄວາມ​ຜິດ​ຫວັງ​ທີ່​ພາດ​ລົງ​ສະຖິຕິໂລກ ທາງ​ການ​ເມືອງ​ຫຍາງ​ໂຈ ໄດ້​ທຳການ​ເຄື່ອນ​ຍ້າຍ​ເຂົ້າ​ຜັດ​ອອກຈາກ​ພື້ນ​ທີ່​ຈັດ​ງານ ໂດຍ​ໃຊ້​ບັນ​ທຸກ​ ຄາດ​ວ່າ​ໜ້າ​ຈະ​ນຳ​ເອົາ​ໄປ​ລ້ຽງ​ໝູ ທັງ​ທີ່​ກ່ອນ​ໜ້າ​ນີ້​ມີ​ຄວາມ​ຕັ້ງ​ໃຈ​ຈະ​ນຳ​ໄປ​ແຈກ​ຈ່າຍ​ໃຫ້​ກັບ​ໂຮງຮຽນ​ເຂດບ້ານນອກ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...