Homeມູມໄອທີລາວ5 ເຫດຜົນທີ່ເປັນຫຍັງ iPhone 6s ບໍ່ໜ້າຊື້ປານໃດ

5 ເຫດຜົນທີ່ເປັນຫຍັງ iPhone 6s ບໍ່ໜ້າຊື້ປານໃດ

Published on

ມື​ຖື​ທຸກ​ມື້​ນີ້​ຍ່ອມ​ມີ​ຫຍັງ​ທີ່​ປະ​ທັບ​ໃຈ​ແລະ​ໜ້າ​ຜິດ​ຫວັງ​ທີ່​ເຮັດໃຫ້​ຄວາມ​ໜ້າ​ສົນ​ໃຈ​ຫລຸດລົງ ແນ່ນອນ​ວ່າ iPhone 6s ຍ່ອມ​ມີ​ຂໍ້​ດີ​ແລະ​ຈຸດ​ທີ່​ບໍ່​ເຮັດໃຫ້​ໜ້າ​ສົນ​ໃຈ ມື້​ນີ້​ຂໍ​ນຳ​ສະເໜີ​ຈຸດ​ທີ່​ເຮັດໃຫ້ iPhone 6s ບໍ່​ໜ້າ​ສົນ​ໃຈ ວ່າ​ມີ​ຫຍັງ​ແດ່ມາ​ເບິ່ງ​ກັນ

iphone6s_donot

ລາ​ຄາ​ຂອງ​ມັນ​ແພງ​ກວ່າ​ເກົ່າ​ພໍ​ສົມຄວນ

ແນ່ນອນ​ວ່າ iPhone 6s ເປັນ​ສິນ​ຄ້າ​ທີ່​ໃຊ້​ຄ່າ​ເງີນ ດອນ​ລາ ສະ​ຫະລັດ ເຮັດໃຫ້​ຫລາຍ​ຄົນ​ຈົ່ມ​ວ່າ​ເສຍ​ດາຍ​ເງີນ​ຢູ່​ບໍ່ແມ່ນ​ໜ້ອຍ

ເຖິງວ່າ​ເຫດຜົນ​ນີ້​ອາດຈະ​ເຮັດໃຫ້​ບາງ​ສ່ວນ​ເລື່ອນ​ການ​ຊື້​ໄປ​ເພື່ອ​ລໍຖ້າ​ໂປຣ​ໂມ​ຊັ່ນ​ທີ່​ດີ ແຕ່​ການ Pre-Order ທີ່​ຜ່ານມາ ຂອງ​ເກືອບ​ຈະ​ໝົດ​ເກືອບ 100% ຢູ່​ດີ

ຕົວ​ເຄື່ອງ​ໜັກ​ກວ່າ​ເກົ່າ

ການ​ປ່ຽນ​ວັດ​ສະດຸ​ເປັນ ອະ​ລຸ​ມິ​ນ່ຽມ ເກດ 7,000 ເຮັດໃຫ້​ແຂງ​ແຮງ​ຫລາຍ​ຂຶ້ນ ໜາ​ກວ່າ​ເກົ່າ​ໜ້ອຍໜື່ງ ແຕ່​ທີ່​ຮູ້​ຄື​ນ້ຳ​ໜັກ​ມັນ​ຫລາຍ​ພໍ​ສົມຄວນ ອາດຈະ​ບໍ່​ຖືກ​ໃຈ​ສຳລັບ​ຄົົນທີ່​ຕ້ອງ​ການ iPhone ທີ່​ເບົາ​ຄື​ກັບ iPhone 6 ທີ່​ພ່ານມາ

ລູກ​ຫລິ້ນ​ໃໝ່​ໃນ​ພາບ​ລວມ​ໜ້ອຍເກີນ​ໄປ

iPhone 6s ຄື​ການ​ປັບປຸງ​ຈາກ iPhone 6 ແລະ iPhone 6s Plus ເກົ່າ ດັ່ງ​ນັ້ນ​ຮູບ​ຮ່າງ​ບໍ່​ໄດ້​ປ່ຽນ​ແປງ​ລວມ​ທັງ​ຟັງຊັ່ນ​ທີ່​ອາດຈະ​ເພີ່ມເຕີມ​ ເຊັ່ນ​ຈໍ 3D Touch ແລະ ກ້ອງ​ທີ່​ມີ​ຄວາມ​ລະອຽດ​ເພີ່ມ​ຂຶ້ນ ຄຳ​ຖາມ​ຄື ທຸກ​ສິ່ງ​ທີ່​ກ່າວ​ມາ ມັນ​ພຽງແຕ່ 2 ສ່ວນ​ຫລັກໆ ທີ່​ຊັດເຈນ ນອກ​ນັ້ນ​ຍັງຄື

Android ມີ​ຫຍັງ​ທີ່​ໜ້າ​ສົນ​ໃຈ​ກວ່າ

ນອກ​ຈາກ Android ທີ່​ອອກ​ມາ​ຈະ​ພະຍາຍາມ​ໃສ່​ຟັງຊັ່ນ​ທີ່​ຄື​ກັບ iPhone 6s ພໍ​ສົມຄວນ​ແລ້ວ ແຕ່​ຕ້ອງ​ຢ່າ​ລືມ​ວ່າ ພາບ​ລວມ​ຂອງ​ມື​ຖື Android ບໍ່​ວ່າ​ຈະ​ເປັນ​ເລື່ອງ​ຄວາມ​ລະອຽດ​ຂອງ​ກ້ອງ ຄວາມ​ລະອຽດ​ໜ້າ​ຈໍ ແລະ​ປະ​ສິດ​ທິ​ພາບ​ທີ່​ດີກວ່າ​ໃນ​ພາບ​ລວມ ແລະ​ລາ​ຄາ​ຖືກ​ກວ່າ ເລີຍ​ເຮັດໃຫ້​ຫລາຍ​ຄົນ​ປັນ​ໃຈ​ຈາກ iPhone ໄດ້​ງ່າຍ​ແທ້ໆ

ແລະ​ທຸກ​ມື້​ນີ້​ຄວາມ​ແຕກ​ຕ່າງ​ຂອງ 2 ລະບົບ​ປະຕິບັດການ​ນີ້​ໜ້ອຍ​ລົງ​ຫລາຍ ປະກອບ​ກັບ Android ມີ​ການ​ພັດທະນາ​ຫລາຍ​ຂຶ້ນ​ເຮັດໃຫ້​ມັນ​ເບິ່ງ​ດີກວ່າ iPhone 6s ໃນ​ມື​ຖື​ບາງ​ລຸ້ນ​ອີກ

ລໍຖ້າອີກບໍ່ດົນ iPhone 7 ກໍ​ມາ​ແລ້ວ

ເປັນ​ປົກກະຕິ​ຂອງ​ມື​ຖື​ທີ່​ມີ​ຮອບ​ການ​ຂາຍ 1 ປີ ສະ​ນັ້ນ​ແລ້ວ iPhone 6s ອາດຈະ​ຍັງ​ບໍ່​ຖືກ​ໃຈ​ໃຜ​ຫລາຍ​ຄົນໃນເວລາ​ນີ້ ແນະ​ນຳ​ວ່າ ຖ້າ​ຢາກ​ໃຊ້ iPhone ຕໍ່ໄປ ລໍຖ້າ iPhone 7 ທີ່​ຈະ​ອອກ​ມາ​ໃນ​ປີ​ໜ້າ​ອາດຈະ​ມີ​ສິ່ງ​ທີ່​ເຈົ້າ​ຮ້ອງ ວ້າວ ​ກວ່າ​ນີ້​ແລະ​ກວ່າ​ຈະ​ເຖິງ​ເວລາ​ນັ້ນ ຄ່າ​ເງີນ​ດີ​ຂຶ້ນ​ກວ່າ​ນີ້ ລາ​ຄາ​ກໍ​ຈະ​ບໍ່​ແພງ​ແບບ​ນີ້​

ທີ່​ຜ່ານ​ໄປ​ນັ້ນ​ອາດຈະ​ເຮັດໃຫ້​ຫລາຍ​ຄົນ​ລັງ​ເລ​ວ່າ​ຈະ​ຊື້ iPhone 6s ດີ​ຫລື​ບໍ່ ຄຳ​ຕອບ​ຢູ່​ທີ່​ເຈົ້າ​ພ້ອມ​ທີ່​ຈະ​ຈ່າຍ​ຄ່າ​ເຄື່ອງ​ທີ່​ມີ​ລາ​ຄາ​ເກີນ 5 ລ້ານ ຫລື​ຫາ​ຕົວ​ເລືອກ​ອື່ນ​ທີ່​ຈ່າຍ​ໜ້ອຍ​ແຕ່​ຄຸ້ມ​ຄ່າ​ດີບໍ່

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...