spot_img
Homeຂ່າວຕ່າງປະເທດຄົນຈີນວິຈານ! ເອົາເຊືອກມັດລູກໄວ້ນອກເຮືອນ ອ້າງສຽງດັງນອນບໍ່ໄດ້

ຄົນຈີນວິຈານ! ເອົາເຊືອກມັດລູກໄວ້ນອກເຮືອນ ອ້າງສຽງດັງນອນບໍ່ໄດ້

Published on

news03

ສຳ​ນັກ​ຂ່າວ​ປະເທດ​ຈີນ​ລາຍ​ງານ​ວ່າ ສັງຄົມ​ອອນ​ໄລນ໌​ວິ​ພາກ​ວິ​ຈານ​ພາບ​ສຸດ​ເວດທະ​ນາ ເດັກ​ນ້ອຍ​ຖືກ​​ເຊືອກມັດ​ເອົາ​ໄວ້​ທີ່​ໜ້າ​ຫ້ອງ​ເຊົ່າ​ແຫ່ງ​ໜຶ່ງ ເນື່ອງ​ຈາກ​ຜູ້​ປົກຄອງ​ລຳ​ຄານ​ສຽງ​ຮ້ອງ​ໄຫ້​ຂອງ​ເດັກ

ຕາມ​ລາຍ​ງານ​ລະ​ບຸ​ວ່າ ພາບ​ດັ່ງ​ກ່າວ​ກາຍ​ເປັນ​ປະ​ເດັນ​ທີ່​ເຮັດໃຫ້​ໂລກ​ອອນ​ໄລນ໌​ຖົກ​ຖຽງ​ແລະ​ຕຳ​ໜິ​ການ​ກະທຳ​ຂອງ​ຜູ້​ເປັນ​ພໍ່​ແມ່ ເຫດການ​ນີ້​ເຊື່ອ​ວ່າ​ເກີດ​ຂຶ້ນ​ທີ່​ເມືອງ​ເຊີນ​ເຈີ້ນ ມົນ​ທົນ​ກວາງ​ຕຸ້ງ ຊຶ່ງ​ຈາກ​ການ​ສອບ​ຖາມ​ເພື່ອນ​ບ້ານ​ໃກ້​ຄຽງ ລະ​ບຸ​ວ່າ ຜູ້​ປົກຄອງ​ຂອງ​ເດັກ​ຄົນ​ນີ້​ມັກ​ຈະ​ເຮັດ​ເຊັ່ນ​ນີ້​ກັບ​ລູກ​ຫລານ​ຕົວ​ເອງ

ໂດຍ​ສະພາບ​ທີ່​ເຫັນ​ພົບ​ວ່າ ເດັກ​ຢູ່ໃນ​ສະພາບ​ເປື້ອນ ພ້ອມ​ກັບ​​ເຊືອກທີ່ມັດ​ເອົາ​ໄວ້​ແລະ​ໃຫ້​ຢູ່​ແຕ່​ນອກ​ຫ້ອງ ພໍ່​ຂອງ​ເດັກ​ຄົນ​ດັ່ງ​ກ່າວ​ໃຫ້​ເຫດຜົນ​ວ່າ ຕົນເອງ​ຕ້ອງ​ເຮັດວຽກ​ຕອນ​ເວລາ​ກາງ​ຄືນ ແລະ​ ​ກາງເວັນ​ຕ້ອງ​ນອນ​ຫລັບ ລູກ​ຂອງ​​ພວກເຂົາ​ຈຶ່ງ​ລົບກວນ​ເວລາ​ພັກ​ຜ່ອນ ຈຶ່ງ​ຕັດ​ສິນ​ໃຈ​​ມັດ​ລູກ​ເອົາ​ໄວ້​ນອກ​ເຮືອນ​ເຊັ່ນ​ນັ້ນ

 

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...