spot_img
Homeຂ່າວຕ່າງປະເທດຊາວຊູດານໃຕ້ 30,000 ຄົນກຳລັງຈະອົດຕາຍ

ຊາວຊູດານໃຕ້ 30,000 ຄົນກຳລັງຈະອົດຕາຍ

Published on

Capture

„ຊາວ​ຊູ​ດານ​ໃຕ້ 30,000 ຄົນ​ກຳ​ລັງ​ຈະ​ອົດ​ຕາຍ ລາຍ​ງານ​ໂດຍ​ຫນ່ວຍ​ງານ​ດ້ານ​ອາຫານ​ຂອງ​ຍູ​ເອັນ​ລະ​ບຸ​ວ່າ ຊາວ​ຊູ​ດານ​ໃຕ້​ຢ່າງ​ໜ້ອຍ 30,000 ຄົນ​ກຳ​ລັງ​ຈະ​ອົດ​ຕາຍ ແລະ ​ອີກ​ປະມານ 4 ລ້ານ​ຄົນ​ກຳ​ລັງ​ຂາດ​ອາຫານ ມື້ວັນ​ສຸກ​ທີ່ 23 ຕຸລາ ເວລາ 12:30 ນ. ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ເມືອງ​ເຈ​ນີ​ວາ ປະ​ເທ​ດສະ​ວິດ​ເຊີລ໌​ແລນດ໌ ເມື່ອ​ວັນທີ່ 23 ນີ້ວ່າ​ໂຄງ​ການ​ອາຫານ​ໂລກ (ດັບ​ເບີນ​ຍູ​ເອັບ​ພີ) ອົງການ​ອາຫານ​ ແລະ ​ການ​ກະເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (ເອັບ​ເອ​ໂອ) ແລະ​ກອງ​ທຶນ​ເພື່ອ​ເດັກນ້ອຍ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (ຍູ​ນິ​ເຊັບ) ອອກ​ຖະແຫລງ​ການ​ຮ່ວມ​ກັນ​ເມື່ອ​ມື້​ວັນພະ​​ຫັດ​ ສະແດງ​ຄວາມ​ກັງ​ວົນ​ກ່ຽວກັບ​ພາ​ວະ​ຄວາມ​ອົດ​ຢາກ​ໃນ​ຊູ​ດານ​ໃຕ້ ວ່າ​ສົງຄາມ​ກາງ​ເມືອງ​ທີ່​ຍືດ​ເຍື້ອ​ມາ​ດົນ​ກວ່າ 2 ປີ ສົ່ງ​ຜົນ​ໃຫ້​ປະຊາຊົນ​ເກືອບ 1 ໃນ 3 ຈາກ​ທັງ​ໝົດ​ປະມານ 12.3 ລ້ານ​ຄົນ ຕ້ອງ​ຜະເຊີນ​ກັບ​ພາ​ວະ​ອົດ​ຢາກ​ ແລະ ​​ໂພສະ​ນາ​ການ ໂດຍ​ສ່ວນ​ໃຫຍ່​ເປັນ​ເດັກນ້ອຍ ແລະ​ ປະມານ 30,000 ຄົນ​ໃນ​ຈຳນວນ​ນີ້​ກຳ​ລັງ​ຈະ​ເສຍຊີວິດ​ເພາະ​ຄວາມ​ອົດ​ຢາກ ການ​ສູ້ຮົບ​ລະຫວ່າງ​ກອງທັບ​ລັດຖະບານ​ຊູ​ດານ​ໃຕ້​ກັບ​ຝ່າຍ​ຕໍ່​ຕ້ານ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​ພື້ນ​ທີ່​ການ​ກະເສດ ແລະ ​ເຮັດໃຫ້​ລາ​ຄາ​ອາຫານ​ໃນ​ປະເທດ​ຂືນ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຈົນ​ເກີນ​ກຳ​ລັງ​ຂອງ​ປະຊາຊົນ​ສ່ວນ​ໃຫຍ່​ຊຶ່ງ​ຍັງມີ​ຖານະ​ຍາກ​ຈົນ ຢ່າງໃດ​ກໍ​ຕາມ ສະ​ຫະ​ປະ​ຊາ​ຊາດ (ຍູ​ເອັນ) ຍັງ​ບໍ່​ປະ​ກາດ​ວິກິດ​ການ​ອົດ​ຢາກ ຫລື​ພື້ນ​ທີ່​ໄພ​ໃນ​ຊູ​ດານ​ໃຕ້ ເປັນ​ເພາະ​ເຈົ້າ​ຫນ້າທີ່​ຍັງ​ບໍ່​ສາມາດ​ເຂົ້າ​ເຖິງ​ພື້ນ​ທີ່​ຫລາຍ​ແຫ່ງ​ເພື່ອ​ສຳຫລວດ​ຄວາມ​ເດືອດ​ຮ້ອນ​ຂອງ​ປະຊາຊົນ​ໄດ້ ເນື່ອງ​ຈາກ​ສະຖານະການ​ສູ້ຮົບ​ຍັງ​ດຸ​ເດືອດ ໂດຍ​ສະເພາະ​ພູມິພາກ​ທີ່​ເປັນ​ແຫລ່ງ​ນ້ຳ​ມັນ ຊູ​ດານ​ໃຕ້​ເປັນ​ປະເທດ​ນ້ອງ​ໃໝ່​ຂອງ​ປະ​ຊາ​ຄົມ​ໂລກ​ໂດຍ​ແຍກ​ຕົວ​ອອກ​ມາ​ຈາກ​ຊູ​ດານ ໄດ້ຮັບ​ການ​ຍອມ​ຮັບ​ສະ​ຖາ​ນະ​ລັດ​ເອກກະລາດ​ຈາກ​ສະ​ຫະ​ປະ​ຊາ​ຊາດ (ຍູ​ເອັນ) ແລະ​ເຂົ້າ​ເປັນ​ສະມາຊິກ​ລຳ​ດັບ​ທີ່ 193 ເມື່ອ​ປີ 2011 ແຕ່​ຫລັງ​ຈາກ​ນັ້ນ​ປະມານ 2 ປີ ຊູ​ດານ​ໃຕ້​ກັບ​ເກີດ​ສົງຄາມ​ກາງ​ເມືອງ​ທີ່​ເປັນ​ການ​ແຍ່ງ​ຊິງ​ອຳນາດ​ທາງ​ການ​ເມືອງ​ແລະ​ຊັບ​ພະຍາ​ກອນ​ນ້ຳ​ມັນ ທັງ​ນີ້ ລະ​ດັບ​ການ​ອົດ​ຢາກ​ໃນ​ຊູ​ດານ​ຍັງ​ຢູ່​ທີ່ 1 ຈາກ 5 ຕາມ​ ຊື່ງ​ຂັດ​ແຍ້ງ​ກັບ​ຄວາມ​ເປັນ​ຈິງ​ຫລາຍ“

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...