spot_img
Homeຂ່າວເຫດການອົງຄະນະພັກ ຫ້ອງວ່າການສູນກາງພັກ ຕີລາຄາການເຄື່ອນໄຫວວຽກງານ 5 ປີຜ່ານມາ

ອົງຄະນະພັກ ຫ້ອງວ່າການສູນກາງພັກ ຕີລາຄາການເຄື່ອນໄຫວວຽກງານ 5 ປີຜ່ານມາ

Published on

bounyung

ຂປລ. ອົງຄະ​ນະ​ພັກ​ ຫ້ອງ​ວ່າການ​ສູນ​ກາງ​ພັກ ​ຈັດ​ກອງ​ປະຊຸມ ​ໃນ​ວັນ​ທີ 22 ຕຸລາ 2015 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ດຣ. ຄຳພັນ​ ພົມ​ມະ​ທັດ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ບຸນ​ຍັງ ວໍລະ​ຈິດ ກຳມະການ ກົມ​ການ​ເມືອງ​ ສູນ​ກາງ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ, ມີ​ບັນດາ​ສະມາຊິກພັກ​ ພາຍ​ໃນ​ຫ້ອງ​ວ່າການ ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ. ​ເພື່ອສະຫລຸບ​ຕີ​ລາຄາ ​ການ​ເຄື່ອນ​ໄຫວ​ຊີ້​ນຳ​ນຳພາ ຂອງ​ອົງຄະ​ນະ​ພັກ ​ໃນໄລຍະ 5 ປີ ຜ່ານ​ມາ (2010-2015) ​ແລະ ວາງ​ທິດ​ທາງ​ໜ້າ​ທີ່​​ ເປັນ​ວຽກຈຸດ​ສຸມ​ໃນ​ຕໍ່ໜ້າ, ພ້ອມ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາຜູ້​ແທນ​ສົມບູນ ຈຳນວນ 5 ສະຫາຍ ​ແລະ ສຳຮອງ 2 ສະຫາຍ ​ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ອົງຄະ​ນະ​ພັກ ​ຫ້ອງ​ວ່າການ​ສູນ​ກາງ​ພັກ ​ໄປ​ຮ່ວມ​ກອງ​ປະຊຸມຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ X ຂອງ​ພັກ ທີ່​ຈະ​ໄຂ​ຂຶ້ນ​ໃນ​ຕົ້ນ​ປີ 2016 ທີ່​ຈະ​ມາ​ເຖິງ.

ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ວ່າ: ​ໃນ​ຊຸມ​ປີ​ຕໍ່ໜ້້າ​ນີ້ ​ແມ່ນ​ໄລຍະ​ທີ່​ພັກ​ເຮົາ​ ສືບ​ຕໍ່​ບູລະນະ ​ແລະ ຈັດ​ຕັ້ງ​ປະຕິບັດ​ແນວທາງ ​ປ່ຽນ​ແປງ​ໃໝ່​ຮອບດ້ານ​ທີ່​ມີ​ຫລັກການ ​ເພື່ອ​ນຳພາ​ທົ່ວ​ສັງຄົມ ​ປະຕິບັດ​ 2 ໜ້າ​ທີ່​ຍຸດ​ທະ​ສາດ ​ປ່ຽນ​ແປງ​ໃໝ່, ນຳ​ເອົາ​ປະ​ເທດ​ຊາດ​ຫລຸດ​ພົ້ນ ​ອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ ​ເມື​່ອຮອດ​ປີ 2020, ສ້າງ​ຄວາມ​ສົມບູນ​ພູນ​ສຸກ ​ໃຫ້​ແກ່​ປະຊາຊົນ ​ແລະ ສ້າງ​ຄວາມ​ມັ່ງ​ຄັ່ງ​ເຂັ້ມ​ແຂງ​ ໃຫ້​ແກ່​ປະ​ເທດ​ຊາດ ຕາມ​ຈຸດໝາຍ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ ​ເຊິ່ງ​ເປັນ​ບາດ​ລ້ຽວສຳຄັນ​ປະຫວັດສາດ ​ໃນ​ການ​ນຳພາ​ຂອງ​ພັກ​ເຮົາ. ດ້ວຍ​ເຫດ​ນັ້ນ ​ໃນ​ຖານະ​ທີ່​ເປັນ​ຜູ້​ຊ່ວຍ​ວຽກ​ຂອງ​ສູນ​ກາງ​ພັກ. ຫ້ອງ​ວ່າການ​ສູນ​ກາງ​ພັກ ຕ້ອງ​ໄດ້​ຕັ້ງໜ້າ​ປັບປຸງ​ຕົນ​ເອງ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ, ​ເປັນ​ເຈົ້າ​ການ​ປະກອບສ່ວນ ​ເຂົ້າ​ໃນ​ການ​ຊ່ວຍ​ການ​ນຳ ຊີ້​ນຳ​ໆພາ​ການຈັດ​ຕັ້ງ​ ຜັນ​ຂະຫຍາຍ​ແນວທາງ, ​ແຜນ​ນະ​ໂຍບາຍ ຂອງ​ພັກ​ໃຫ້​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ຖືກຕ້ອງ​ຕາມ​ທິດ ​ແລະ ມີ​ຜົນສຳ​ເລັດ ​ໂດຍ​ສືບ​ຕໍ່​ປັບປຸງ, ​ເສີມ​ຂະຫຍາຍ​ບົບບາດ ​ແລະ ຍົກ​ສູງ​ຄວາມ​ສາມາດ​ນຳພາ​ ຂອງ​ຄະນະ​ພັກ, ໜ່ວຍ​ພັກ ​ໃນ​ການ​ຊີ້​ນຳ​ນຳພາ​ວຽກ​ງານ​ໃຫ້​ມີ​ຄຸນ​ນະ​ພາບ ສົມ​ຄູ່​ກັບ​ທີ່​ຕັ້ງ, ພາລະ​ບົດບາດ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ ຂອງ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​ໄໝ; ກໍ່ສ້າງ​ບຳລຸງ​ພະນັກງານ​ໃຫ້​ພຽງພໍ​ ກັບ​ຄວາມ​ຕ້ອງການ​ໃນ​ສະ​ເພາະ​ໜ້າ ​ແລະ ສ້າງ​ພະນັກງານ​ສືບ​ທອດ​ປ່ຽນ​ແທນ​ທີ່​ໜັກ​ແໜ້ນ​ ໃນ​ໄລຍະ​ຍາວ ຕາມ​ທິດ​ຫັນ​ເປັນ​ໜຸ່ມ, ຫັນ​ເປັນ​ຊ່ຽວຊານ ​ແລະ ຫັນ​ເປັນ​ຜູ້​ບໍລິຫານ​ ທີ່​ມີ​ຄຸນ​ນະພາ​ບ; ​ເປັນ​ເຈົ້າ​​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ຮ່ວມ​ມື​ທີ່​ເປັນມູນ​ເຊື້ອກັບ ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ ຂອງ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ​ເພື່ອ​ຍາດ​ແຍ່ງ​ເອົາ​ບົດຮຽນ ​ແລະ ການ​ສະໜັບສະໜູນ​ ຊ່ວຍ​ເຫລືອ​ດ້ານ​ເຕັກນິກ-ວິຊາ​ການ ​ແລະ ທຶນຮອນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ວຽກ​ງານ​ຫ້ອງ​ວ່າການ ​ໃຫ້​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ອື່ນໆ.

ພ້ອມ ​ນີ້, ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບ​ກັນ​ ຮັບຮອງ​ເອົາ​ບົດ​ສະຫລຸບ​ຕີ​ລາຄາ ​ການ​ເຄື່ອນ​ໄຫວ​ຊີ້​ນຳ​ນຳພາ​ຂອງ​ອົງຄະ​ນະ​ພັກ ຫ້ອງ​ວ່າການ​ສູນ​ກາງ​ພັກ​ ໃນໄລຍະ 5 ປີ ຜ່ານ​ມາ ​ເຊິ່ງກອງ​ປະຊຸມ ​ໄດ້​ສັງ​ເກດ​ຕີ​ລາຄາ, ​ໄຈ້​ແຍກ​ຢ່າງ​ພາວະ​ວິ​ໄສ​ ຕໍ່​ສາ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້​ມີ​ຜົນສຳ​ເລັດ, ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ​ໃນ​ຕະຫລອດ​ໄລຍະ 5 ປີ ​ເພື່ອ​ເສີມ​ຂະຫຍາຍ​ດ້ານ​ຕັ້ງໜ້າ ​ແລະ ມີ​ທິດ​ແກ້​ໄຂ​ບັນຫາ​ຄົງ​ຄ້າງ​ ໃຫ້​ມີ​ການ​ຫັນປ່ຽນ​ໃໝ່​ ທີ່​ດີ​ຂຶ້ນ​ກວ່າ​ເກົ່າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...