Homeປ່ອງຢ້ຽມດວງດາວຢ່າແຕກຕື່ນ!! ນາຊ່າຈັບພາບຂຸມດຳຂະໜາດໃຫ່ຍເທິງດວງອາທິດ

ຢ່າແຕກຕື່ນ!! ນາຊ່າຈັບພາບຂຸມດຳຂະໜາດໃຫ່ຍເທິງດວງອາທິດ

Published on

ປາກົດ​ການ​ສຸດ​ເລິກ​ລັບ ທີ່ເກີດຂື້ນ​ເທິງດວງ​ອາທິດ ຊຶ່ງ​ຍາ​ນອາວະ​ກາດ​ຂອງ​ອົງ​ການນາ​ຊ່າ ທີ່​ສາມາດ​ຈັບ​ພາບຮ່ອງຮອຍ​ສີ​ດຳ​ຂະໜາດ​ໃຫຍ່

upload_10_20_2015_at_10_51_28_am

ວັນທີ່ 20 ຕຸລາ ເວັບ​ໄຊຕ໌​ຂ່າວ​ສານ​ອອນ​ໄລນ໌​ຕ່າງ​ປະເທດ ລາຍ​ງານ​ປາກົດ​ການ​ສຸດ​ເລິກ​ລັບ ທີ່ເກີດຂື້ນ​ເທິງ​ດວງ​ອາທິດ ຫລັງ​ຈາກ​ຍາ​ນອາວະ​ກາດ ພາຍໃຕ້​ສັງ​ກັດ ອົງ​ການ​ບໍລິການ​ການ​ບິນ​ ແລະ​ ອາວະ​ກາດ ຫລື  ‘ນາ​ຊ່າ’ ຈັບ​ພາ​ບຮ່ອງ​ຮອຍ​ສີ​ດຳ​ຂະໜາດ​ໃຫຍ່​ເອົາ​ໄວ້​ໄດ້

ໂດຍ​ຫລ້າ​ສຸດ ‘ນາ​ຊ່າ’ ໄດ້​ອອກ​ມາ​ຊີ້​ແຈງ​ເຖິງ​ກໍລະນີ​ດັ່ງ​ກ່າວ ເພື່ອ​ບໍ່​ໃຫ້​ເກີດ​ຄວາມ​ແຕກ​ຕື່ນ ແລະ​ ຄາດ​ເດົາ​ໄປ​ເຖິງ​ສາ​ເຫດ​ຕ່າງໆ ນາໆ ພ້ອມ​ທັງ​ລະ​ບຸ​ວ່າ ໃນ​ພາບ​ສະແດງ​ໃຫ້​ເຫັນ​ລັງສີ​ອັນ​ຕຣ້າ​ໄວ​ໂອ​ເຣດ ຊຶ່ງ​ບໍ່​ເຮັດໃຫ້​ເກີດ​ອັນຕະລາຍ​ຕໍ່​ມະນຸດ

ຮ່ອງ​ຮອຍ​ທີ່​ປາກົດ​ຂຶ້ນ​ນັ້ນ ສົ່ງ​ຜົນ​ກະທົບ​ຕໍ່​ການ​ປະຕິບັດ​ຫນ້າທີ່​ໃນ​ອາວະ​ກາດ ເນື່ອງ​ຈາກ​ເປັນ​ສິ່ງ​ທີ່​ເຂົ້າ​ມາ​ລົບກວນ​ສັນຍາ​ນວິທະ​​ຍຸ ແລະ ​ການ​ສື່​ສານ​ຜ່ານ​ດາວ​ທຽມ

ນອກ​ຈາກ​ນີ້ ຜົນ​ກະທົບ​ນ້ອຍ​ໆ ທີ່​ສົ່ງ​ມາ​ເຖິງ​ໂລກ ຄື ການ​ເກີດ​ປາກົດ​ການ​ແສງ​ເໜືອ​ທົ່ວ​ໂລກ ທັງ​ຍັງມີ​ຜົນ​ກະທົບ​ຕໍ່​ຊັ້ນ​ບັນ​ຍາ​ກາດ​ເທິງ​ໂລກ​ອີກ​ດ້ວຍ ລວມ​ເຖິງ ແສງ​ອໍ​ໂລ​ລ່າ ຫລື​ແສງ​​ເທິງ​ທ້ອງ​ຟ້າ​ໃນ​ຍາມ​ກາງ​ຄືນ ບໍລິເວນ​ແຖບ​ຂົ້ວ​ໂລກ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...