spot_img
Homeຊີວິດແລະຄວາມຮັກຈົດໝາຍສະບັບເສົ້າຈາກບ່າວພັນທະ

ຈົດໝາຍສະບັບເສົ້າຈາກບ່າວພັນທະ

Published on

ສາລາຄົນເສົ້າ

ສະບາຍດີແຂ່ປ້ອມ ຂ້ອຍເອງມີນາມຊື່ວ່າ ໄມ (ນາມສົມມຸດ) ມື້ນີ້ຂໍມາເລົ່າເລື່ອງລາວຊີວິດຈິງຂອງຂ້ອຍ ທີ່ຜ່ານມາສູ່ຟັງເດີ
ຂ້ອຍເກີດແລະຢູ່ບ້ານແຫ່ງໜຶ່ງ ຂຶ້ນກັບເມືອງສົບເບົາແຂວງຫົວພັນ. ຂ້ອຍເກີດໃນຄອບຄົບທຸກຢາກຂາດເຂີນແດ່ ເລີຍບໍ່ມີທຶນຮຽນຕໍ່ແລະມີອ້າຍນ້ອງຫລາຍ 6 ຄົນ ຂ້ອຍເປັນລູກຜູ້ທີ 2 ຍັງນ້ອງອີກ 4 ຄົນ ສະນັ້ນ, ຂ້ອຍເລີຍຕັດສິນໃຈອອກໂຮຽນ ມາເປັນທະຫານພັນທະ ແຕ່ກອ່ນຂ້ອຍຈະມາເປັນທະຫານ ຂ້ອຍໄດ້ຄົບກັບສາວ ສາຍໃຈ (ນາມສົມມຸດ) ພວກຂ້ອຍຄົບກັນແຕ່ຕອນຮຽນຢູ່ ມ2 ຈົນຮອດ ມ6 ເປັນເວລາ 4 ປີ ແຕ່ຄອບຄົວຂອງສາຍໃຈເປັນຄອບຄົວ ທີ່ມີຖານະດີກວ່າຄອບຄົວຂ້ອຍຫລາຍ ພໍ່ແມ່ຍາດຕິພີ່ນ້ອງຂອງສາຍໃຈບໍ່ສະໜັບ ສະໜູນ ໃຫ້ຄົບກັນ ເຫດຜົນກໍຄືຂ້ອຍຈົນ ແຕ່ພວກຂ້ອຍກະບໍ່ຟັງຈົນເຖີງມື້ຂ້ອຍ ມາເປັນທະຫານພັນທະຂ້ອຍແລະສາຍໃຈ ໄດ້ສັນຍາກັນວ່າຖ້າຂ້ອຍຈົບພັນທະແລ້ວ ໃຫ້ຢູ່ວຽງຈັນເລີຍ ສາຍໃຈຈະມາຫາເອງຈະມາລັກເອົາກັນວ່າຊັ້ນສາ ແລ້ວກໍສັນຍາສາບານຕໍ່ກັນຄັກແນ່.
ໃນໄລຍະທີ່ຂ້ອຍເປັນທະຫານກໍຂຽນຈົດໝາຍ ຫາກັນຢູ່ເດືອນລະ 2 ຫາ 3 ເທື່ອ ແລະກະຍັງບໍ່ແນວຊິຜັນປ່ຽນຍັງຮັກກັນດີຢູ່ ຈົນຂ້ອຍຈົບທະຫານພັນທະ 2 ປີກະອອກມາເປັນກຳມະກອນ ສົ່ງຈົດໝາຍຫາລາວລາວກະຕອບວ່າເດືອນນີ້ ເດືອນໜ້າໄປເລື້ອຍໆ ວ່າຊິລົງມາວຽງຈັນ ແລະແລ້ວກະມິດຈ້ອຍຈົນເວລາລ່ວງເລີຍ ມາເປັນປີກະບໍ່ມາ. ດ້ວຍຄວາມຂ້ອງໃຈຂ້ອຍຈິ່ງສົ່ງຈົດໝາຍ ຫາຄອບຄົວຂອງຂ້ອຍເພື່ອໃຫ້ສືບຖາມ ເພາະຕັ້ງແຕ່ຂ້ອຍມາເປັນທະຫານ ຄອບຄົວຂ້ອຍກະຢ້າຍຈາກບ້ານນັ້ນ ຄອບຄົວຈິ່ງສືບຖາມຄົນໃກ້ບ້ານແຖວນັ້ນ ຈິ່ງຮູ້ວ່າລາວເອົາຜົວໄດ້ 2 ປີແລ້ວ ແຕ່ພໍ່ແມ່ອ້າຍເອື້ອຍນ້ອງບໍ່ກ້າບອກຂ້ອຍ ຂ້ອຍເລີຍບໍ່ຮູ້ຊ້ຳວ່າລາວເອົາຜົວ ມີລູກແລ້ວ.
ຕໍ່ຈາກນັ້ນມາໄດ້ 3 ປີຂ້ອຍກະມີໂອກາດ ໄດ້ພົບກັບສ່ຽວທີ່ຮຽນ ມ6 ນຳກັນ ກະເລີຍຖາມສ່ຽວວ່າ: ສ່ຽວສາວສາຍໃຈເປັນຈັ່ງໃດຍັງງາມຄືເກົ່າບໍ ສ່ຽວຜູ້ນັ້ນກະເຮັດໜ້າຊຶງລຶງ ບໍ່ຢາກຕອບເພາະສ່ຽວຜູ້ນັ້ນລາວຮູ້ດີວ່າ ຂ້ອຍຮັກສາຍໃຈຫຼາຍ ແຕ່ດ້ວຍຄວາມຊູຊີສ່ຽວເລີຍບອກຂ້ອຍວ່າ ສາວສາຍໃຈໄດ້ເອົາຜົວແຕ່ຕອນໂຕມາເປັນທະຫານ ໄດ້ບໍ່ພໍເດືອນແລ້ວລະສ່ຽວ ແລະເຂົາທັງສອງກໍຢູ່ວຽງພີ້ລະ ຕອນນີ້ເຊົ່າຫ້ອງຢູ່ບ້ານແຫ່ງໜຶ່ງ ຂ້ອຍຟັງແລ້ວຈົນອຶ້ງເລີຍ ແລະຮູ້ວ່າທີ່ຜ່ານມາສາຍໃຈຕົວະຂ້ອຍເຮັດຫຍັງ.

ແລະແລ້ວໂລກມັນກໍກົມ ມີມື້ໜຶ່ງຂ້ອຍໄດ້ໄປກິນເບຍກັບໝູ່ຄູ່ ແລ້ວເຫັນຜົວສາຍໃຈມາສົ່ງຢູ່ຮ້ານທີ່ຂ້ອຍໄປດື່ມ ຂ້ອຍລົບໜ້າບໍ່ໃຫ້ສາຍໃຈເຫັນ ເພາະຢາກຮູ້ ແລະຢາກເຫັນວ່າສາຍໃຈຢູ່ກິນຈັ່ງໃດ ເພາະຜົວລາວເປັນລູກຄົນມີຖານະຄືກັນ ແລະແລ້ວບາດເລີກຈາກຮ້ານກີນດື່ມ ເຫັນຜົວລາວມາຮັບແລະຂ້ອຍໄດ້ລັກນຳກົ້ນ ລົດເຂົາໄປຈິ່ງຮູ້ວ່າ ເມື່ອກັບຮອດເຮືອນບໍ່ໄດ້ເງິນເມືອໃຫ້ຜົວ ສາຍໃຈຈະຖືກດ່າຖືກຕີທຸກມື້ໂດຍທີ່ຍາດຕິພີ່ນ້ອງ ແລະພໍ່ແມ່ສາຍໃຈບໍ່ຮູ້ວ່າຜົວລາວ ຍັງມີນິໄສເກົ່າຢູ່ບ້ານບໍ່ປ່ຽນບໍ່ເຮັດວຽກ ເຮັດງານ ຖ້າແຕ່ເອົາເມຍໄປຂາຍໂຕມາໃຫ້ຊື້ເຫລົ້າ ຊື້ຢາມາໃຫ້ກິນໃຫ້ສູບເທົ່ານັ້ນ ແມ່ນແຕ່ລູກຍັງສົ່ງກັບບ້ານໃຫ້ພໍ່ແມ່ ຂອງສາຍໃຈເປັນຜູ້ລ້ຽງໂດຍບອກວ່າ ຄາວຽກຫລາຍ.

ໃນເມື່ອຂ້ອຍເຫັນສະພາບແນວນັ້ນ ຈາກທີ່ຂ້ອຍເຄີຍຄິດເສຍໃຈວ່າສາຍໃຈ ຕົວະຂ້ອຍມາເປັນເວລາດົນ ກໍກັບກາຍມາເປັນຄວາມອິດູຕົນເຫັນໃຈ ດັ່ງນັ້ນ, ຂ້ອຍຈັ່ງຕີສະໜິດກັບໝູ່ຂອງ ສາຍໃຈທີ່ເຊົ່າຫອ້ງຕິດກັນ ໂດຍທີ່ເຂົາບໍ່ຮູ້ວ່າຂ້ອຍກັບສາຍໃຈ ເປັນຄົນບ້ານດຽວກັນ ແລະຈຶ່ງໄດ້ຄວາມລັບຫລາຍຢ່າງ ທີ່ສາຍໃຈເຄີຍເລົ່າສູ່ໝູ່ຟັງ ແລະກະໄດ້ຍີນກັບຫູວ່າ ສາຍໃຈບໍ່ໄດ້ມັກຮັກກັບຜົວຂອງລາວມາແຕ່ ຕອນເປັນບ່າວ-ສາວແລ້ວ ແຕ່ພໍ່ແມ່ຂອງສາຍໃຈຄຸມໃຫ້ເອົາ ເພາະຢ້ານສາຍໃຈໜີມາວຽງ ເພື່ອມາຫາຂ້ອຍ.

ເວລາລ່ວງເລີຍຮອດປີຂ້ອຍກໍຍັງຕິດຕາມເບີ່ງ ສາຍໃຈກັບກັບຜົວໂດຍບໍ່ໃຫ້ຮູ້ໂຕ ແລະໄດ້ຮູ້ວ່າເກືອບທິດໜຶ່ງ 4 ເທື່ອທີ່ສາຍໃຈຖືກຜົວຕີ
ດ້ວຍຄວາມສົງສານເຖິງທີ່ສຸດ ຂ້ອຍຈິ່ງຕັດສິນໃຈຂຽນຈົດໝາຍເມືອຫາ ພໍ່ແມ່ຂອງສາຍໃຈ ເລົ່າຄວາມຈິງໃຫ້ພໍ່ແມ່ຂອງສາຍໃຈຮັບຮູ້ ພໍ່ແມ່ຂອງສາຍໃຈຈິ່ງລົງມາວຽງຈັນ ເພື່ອພິສູດຄວາມຈິງແລະກໍເປັນດັ່ງທີ່ຂ້ອຍເວົ້າແທ້ ພໍ່ແມ່ຂອງສາຍໃຈຈິ່ງເວົ້າຄວາມແລະປະຮ້າງກັນ ລະຫວ່າງສາຍໃຈກັບຜົວຂອງລາວ.

ຈາກນັ້ນມາ, ສາຍໃຈໄດ້ພະຍາຍາມ ສືບທາວຫາຂ້ອຍນ້ອງຈົນພົບ ແຕ່ກໍສວາຍເກີນໄປແລ້ວ ເພາະຂ້ອຍກໍໄດ້ສ້າງຄອບຄົວແລ້ວ ແລ້ວສາຍໃຈກໍໄດ້ບອກຄວາມຈິງໃຫ້ຂ້ອຍຮູ້ວ່າ ສາເຫດທີ່ຕັດສິນໃຈເອົາຜົວນັ້ນມີ 2 ຢ່າງຄື ໜຶ່ງ ເປັນຄວາມປະສົງຂອງພໍ່ແມ່ທີ່ຕ້ອງການ ຢາກໃຫ້ແຕ່ງງານກັບຜົວຂອງຕົນ ແລະ ສອງ ຕົນເອງໄດ້ຖືພາ 1 ເດືອນແລ້ວ ແລະລູກໃນທ້ອງກໍເປັນລູກຂອງຂ້ອຍ ພ້ອມທັງພາລູກແລະຂ້ອຍໄປກວດເລືອດເບິ່ງ ກໍເປັນກຸບດຽວກັນ ເຖິງແມ່ນວ່າບໍ່ໄດ້ກວດ DNA ແຕ່ຂ້ອຍກໍເຊື່ອຢ່າງຕາຍໃຈວ່າ ເດັກນ້ອຍ ຄື ລູກຂອງຂ້ອຍແທ້ໆ. ດັ່ງນັ້ນ, ຂ້ອຍຈຶ່ງຮັບປາກກັບສາຍໃຈວ່າ ສຳລັບລູກຂ້ອຍຊິເປັນຄົນສົ່ງເສຍໃຫ້ຮ່ຳຮຽນເອງ ແລະຈະເບິ່ງແຍງໃຫ້ດີທີ່ສຸດຄືກັນ ສາຍໃຈກໍຕົກລົງແລະກະກັບບ້ານໄປຢູ່ກັບລູກ.

ເວລາລ່ວງເລີຍມາ 17 ປີລູກຂອງຂ້ອຍກັບສາຍໃຈ ໄດ້ມາຮຽນຕໍ່ຢູ່ວຽງຈັນຂ້ອຍກໍໄດ້ລັກຍື່ນມື ເຂົ້າໄປຊ່ວຍເຫລືອລູກຕະຫລອດ ບໍ່
ໃຫ້ຂາດເຂີນຫຍັງຈົນທຸກມື້ນີ້ ສາຍໃຈກໍບໍ່ຍອມເອົາຜົວໃໝ່ ແລະຢູ່ເປັນແມ່ຮ້າງມາໂດຍບໍ່ເອົາໃຜ.

ນີ້ລະ ພໍ່ແມ່ຄິດແຕ່ວ່າຄິດວ່າຄົນຈົນເປັນຄົນບໍ່ດີ ບໍ່ແມ່ນເດີ ຄົນຈົນມັກຈະສູ້ຊົນແລະອາດຈະມີດີກວ່າຄົນລວຍ ຜົວຂອງສາຍໃຈກໍອິເລເກນັງ ຕິດເຫລົ້າຕິດຢາຄືເກົ່າ ແລະກໍຕິດຄຸກເປັນເວລາບໍ່ມີກຳໜົດ ໃນເວລາຕໍ່ມາບໍ່ດົນຫລັງຈາກປະກັນກັບ ສາຍໃຈ.

ຂໍໂທດເດີສາຍໃຈທີ່ເອົາເລື່ອງລາວຊີວິດຈິງມາເລົ່າ ສູ່ຄົນອື່ນຟັງແລະສາຍໃຈບໍ່ຕ້ອງເປັນຫວ່ງລູກເດີ ອ້າຍຊິສົ່ງເສີມໃຫ້ລູກຮຽນຈົນຈົບເອງ ແລະຂໍໂທດທີ່ບໍ່ໃຫ້ຄອບຄົວຂ້ອຍຮູ້ເລື່ອງລູກເດີ ຖ້າໃຫ້ລູກຮຽນຈົບມີວຽກມີງານມີໂອກາດ ຈະບອກຄອບຄົວເອງວ່ານັ້ນກະລູກຂ້ອຍ.
ຂອບໃຈແອັດມິ້ນເດີທີ່ເອົາເລື່ອງລາວໃນຊີວິດ ຂອງຂ້ອຍລົງຕໍ່ສັງຄົມອອນໄລ ເປັນປະສົບການຈິງທີ່ສາມາດເປັນບົດຮຽນ ແກ່ຜູ້ອ່ານໄດ້ ແລະຂໍໃຫ້ຜູ້ອ່ານແລະແອັດມິນຈົ່ງມີສຸກະພາບແຮງ ລ້ຳລວຍທຸກທ່ານເດີຂອບໃຈ !!

19-10-2015
ຈາກ: ບ່າວທະຫານພັນທະ
ສາຍໃຍຄົນຮັກບ້ານເກີດຊຳເໜືອ

ບົດຄວາມຫຼ້າສຸດ

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ,...

ອັບເດດສະຖານະການຄົ້ນຫາ ຜູ້ປະສົບເຫດອາຄານຖະຫຼົ່ມ ທີ່ປະເທດໄທ ຫຼັງເກີດແຜ່ນດິນໄຫວຮຸນແຮງໃນປະເທດມຽນມາ

ຄວາມຄືບໜ້າສະຖານະການການຄົ້ນຫາ ຜູ້ປະສົບເຫດ ອາຄານຂອງສຳນັກງານກວດເງິນແຜ່ນດິນ ປະເທດໄທ ຖະຫຼົ່ມລົງມາ ຂະນະນີ້ເຈົ້າໜ້າທີ່ຍັງເລັ່ງຄົ້ນຫາອີກ 76 ຄົນ. ສຳນັກຂ່າວຕ່າງປະເທດລາຍງານຈາກເຫດການອາຄາຂອງສຳນັກງານກວດເງິນແຫ່ງຊາດ ໃນພຶ້ນທີ່ເຂດຈະຕຸຈັກ ກຸງເທບມະຫານະຄອນ ປະເທດໄທ ທີ່ກຳລັງທຳການກໍ່ສ້າງມີຄວາມສູງກວ່າ່ 30 ຊັ້ນ...

ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ໃນມຽນມາ ເພີ່ມຂຶ້ນຢ່າງນ້ອຍ 1,644 ຄົນ

ຈຳນວນຜູ້ເສຍຊີວິດໃນມຽນມາຈາກເດຫແຜ່ນດິນໄຫວຮຸນແຮງເມື່ອວັນສຸກຜ່ານມາ, ມີຈຳນວນ 1,600 ຄົນ ຂະນະທມທີ່ໜ່ວຍກູ້ໄພເລັ່ງຄົ້ນຫາຜູ້ທີ່ຕິດຢູ່ໃຕ້ຊາກອາຄານຫຼາຍແຫ່ງທີ່ຖະຫຼົ່ມລົງມາ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ຜູ້ນຳນຳກອງທັບມຽນມາເປີດເຜີຍເມື່ອວັນທີ 29 ມີນາ 2025 ວ່າ: ຈຳນວນຜູ້ເສຍຊີວິດໃນປະເທດ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີ...