spot_img
Homeຂ່າວຕ່າງປະເທດສະຫະພາບເອີຣົບ ລົງມະຕິຍົກເລີກການຂວ້ຳບາດຕໍ່ອີຣ່ານ ຫລັງສຳເລັດຂໍ້ຕົກລົງດ້ານນິວເຄລຍ!

ສະຫະພາບເອີຣົບ ລົງມະຕິຍົກເລີກການຂວ້ຳບາດຕໍ່ອີຣ່ານ ຫລັງສຳເລັດຂໍ້ຕົກລົງດ້ານນິວເຄລຍ!

Published on

EyWwB5WU57MYnKOuXodixZbgVgcpA9EX0SjATLd0fNuxrivK1sq9yi

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ຕຸລານີ້ວ່າ ທ່ານ ນາງ ເຟເດຣິກາ ໂມເກຣິນີ ຮອງປະທານຄະນະກຳມາທິການເອີຣົບ ໄດ້ຖະແຫລງຜົນຂອງການລົງມະຕິຮັບຮອງຂອງຄະນະກຳມາທິການເອີຣົບ ເພື່ອຍົກເລີກມາດຕະການຂວ້ຳບາດຕໍ່ອີຣ່ານໃນທຸກດ້ານ ຊຶ່ງເປັນຜົນຈາກການບັນລຸຂໍ້ຕົກລົງດ້ານນິວເຄລຍເມື່ອເດືອນກໍລະກົດທີ່ຜ່ານມາ.

ການມີມະຕິຮັບຮອງຂອງສະຫະພາບເອີຣົບຄືດັ່ງກ່າວນີ້ ຈະເຮັດໃຫ້ສະຫະພາບເອີຣົບຕ້ອງໄດ້ດັດແກ້ກົດໝາຍທີ່ກ່ຽວຂ້ອງທັງໝົດ ຕໍ່ກັບການຂວ້ຳບາດທາງດ້ານເສດຖະກິດ ແລະ ການເງິນທີ່ມີຕໍ່ອີຣ່ານ ຊຶ່ງເປັນບາດກ້າວທີ່ສຳຄັນຂອງການຮ່ວມມືລະຫວ່າງສະຫະພາບເອີຣົບ ແລະ ອີຣ່ານ ໃນເງື່ອນໄຂໃໝ່.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...