Homeຂ່າວພາຍ​ໃນໄຊຍະບູລີ ທົດລອງປູກແນວພັນເຂົ້າຈ້າວຢູນຍີ້ວ 19 ໃຫ້ຜົນຜະລິດສູງເຖິງ 6 ໂຕນຕໍ່ເຮັກຕາ!

ໄຊຍະບູລີ ທົດລອງປູກແນວພັນເຂົ້າຈ້າວຢູນຍີ້ວ 19 ໃຫ້ຜົນຜະລິດສູງເຖິງ 6 ໂຕນຕໍ່ເຮັກຕາ!

Published on

142

ຂປລ. ການທົດລອງນຳໃຊ້ ແນວພັນເຂົ້າຈ້າວ ຢູນຍີ້ວ 19 ຂອງບໍລິສັດ ຍິນົງ ການລົງທຶນ ໄຊຍະບູລີຈຳກັດ ຢູ່​ເມືອງ​ພຽງ ​ແຂວງ​ໄຊ​ຍະ​ບູລີ ໄດ້ຮັບຜົນດີ, ພາຍຫລັງເກັບກ່ຽວ​ເຂົ້າ​ຕົວ​ຈິງໄດ້ເຖິງ 6 ໂຕນຕໍ່ເຮັກຕາ ແລະ ຄາດວ່າການປູກພືດລະດູແລ້ງປີນີ້ ຊາວກະສິກອນເມືອງພຽງ ຈະນຳໃຊ້ແນວພັນເຂົ້າຈ້າວ ຢູນຍີ້ວ 19 ປູກ​ໃນ​ເນື້ອ​ທີ່ 200 ກ່ວາເຮັກຕາ.

​ ທ່ານ ສາຍເພັດ ຈັນທະລັງສີ ຫົວໜ້າຂະແໜງປູກຝັງ ​ເປີດ​ເຜີຍ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາວ່າ: ພາຍຫລັງແຂວງໄຊຍະບູລີ ໄດ້ເຊັນບົດບັນທຶກ ກັບບໍລິສັດຍີນົງ ການລົງທຶນ ໄຊຍະບູລີລາວຈຳກັດ, ໃນວັນທີ 9 ມິຖຸນາ 2015 ຜ່ານມາ, ບໍລິສັດກໍໄດ້ລົງມື ປະຕິບັດຕົວຈິງ ໃນການສາທິດທົດລອງ ປູກເຂົ້າຈ້າວຢູນຍີ້ວ 19 ຢູ່ເມືອງໄຊຍະບູລີ ແລະ ເມືອງພຽງ ປະມານ 2 ເຮັກຕາ, ຈາກການກວດກາ ເພື່ອເກັບກ່ຽວຜົນຜະລິດ ເຫັນວ່າເຂົ້າຈ້າວພັນຢູນຍີ້ວ ມີຄຸນນະພາບດີ, ໃຫ້ຜົນຜະລິດສູງ 6 ໂຕນຕໍ່ເຮັກຕາ.

ສຳລັບ​ການປູກເຂົ້າຈ້າວຢູນຍີ້ວ 19, ​ແມ່ນ​ປະຕິບັດຕາມປົກກະຕິ ທີ່ຊາວນາໄດ້ປະຕິບັດກັນມາ,  ແຕກຕ່າງເວລາຕົກກ້າ ຕ້ອງເຮັດໃຫ້ພື້ນທີ່ພຽງບໍ່ມີນ້ຳ, ໃຫ້ເມັດກ້າຈົມລົງດິນ ເມື່ອກ້າໄດ້ 20 ກ່ວາມື້ກໍເອົາມາປັກດຳ. ການປັກດໍາແມ່ນໄລຍະຫ່າງ 15×15 ໃຊ້ກ້າສອງກີບ, ເມື່ອກ້າແຕກຈະມີເຖິງ 20 ຕົ້ນ, ເວລານັ້ນຕ້ອງເລືອກເອົາຕົ້ນທີ່ແຂງແຮງ ລຳໃຫຍ່ປະໄວ້ 6-8 ຕົ້ນຕໍ່ກໍ, ເມື່ອເຂົ້າມີອາຍຸເຖິງ 3 ເດືອນກໍໄດ້ເກັບກູ້ ​ເຊິ່ງຕົ້ນ​ເຂົ້າ​ຈະ​ມີຄວາມສູງເຂົ້າ ປະມານໜຶ່ງແມັດ. ການບົວລະບັດຮັກສາ ​ແມ່ນໃສ່ປຸ໋ຍເລັ່ງ, ປຸ໋ຍໝາກ, ແມ່ນບໍລິສັດ ​ເປັນ​ຜູ້​ສະໜອງ ພ້ອມທັງແນວພັນ ​ຮັບຊື້ຜົນຜະລິດ ດ້ວຍລາຄາເຂົ້າເປືອກ 1 ກິໂລ 2.500 ກີບ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...