spot_img
Homeຄວາມງາມຄວາມຕຸ້ຍໄດ້ມາງ່າຍໆ ພຽງຢູ່ໃນຫ້ອງແອກໍຕຸ້ຍຂຶ້ນໄດ້ແລ້ວ?!

ຄວາມຕຸ້ຍໄດ້ມາງ່າຍໆ ພຽງຢູ່ໃນຫ້ອງແອກໍຕຸ້ຍຂຶ້ນໄດ້ແລ້ວ?!

Published on

dde
ລຳພັງພຽງລຸດ,ອົດ,ຫລິກລ້ຽງ ອາຫານທີ່ເຮັດໃຫ້ຕຸ້ຍ ແຖມອອກກຳລັງກາຍຢູ່ເປັນປະຈຳ ກໍອາດບໍ່ພໍສຳລັບຄົົນທີ່ຢາກລຸດນ້ຳໜັກແລ້ວ ເພາະໃນໂລກໃບນີ້ຍັງມີປັດໄຈພາຕຸ້ຍຫລາຍຕໍ່ຫລາຍຢ່າງທີ່ເຮົາອາດຈິນຕະນາການໄປບໍ່ເຖິງ ຢ່າງທີ່ຂໍ້ມູນຕໍ່ໄປນີ້ກຳລັງຈະມາໃຫ້ໄດ້ຮູ້ໂດຍທົ່ວກັນວ່າສາວໆ ໜຸ່ມໆ ພຽງຢູ່ຫ້ອງແອກໍອາດເຮັດໃຫ້ຕຸ້ຍຂຶ້ນໄດ້ແລ້ວ ຫລາຍຄົນອາດເຄີຍໄດ້ຂ່າວມາແດ່ວ່າ ການໃສ່ກະໂປງສັ້ນຫລືໂສ້ງຂາສັ້ນນັ່ງຢູ່ໃນຫ້ອງແອອາດເຮັດໃຫ້ຂາໃຫຍ່ຂຶ້ນໄດ້ ຊຶ່ງປະເດັນນີ້ກໍມີມູນຢູ່ບໍ່ແມ່ນນ້ອຍ ເພາະລ່າສຸດກໍມີງານວິໄຈຈາກ University of Alabama ລະບຸຊັດເຈນເຖິງປະເດັນການຢູ່ຫ້ອງແອສາມາດເຮັດໃຫ້ຕຸ້ຍຂຶ້ນໄດ້ ໂດຍສະເພາະຫາກຢູ່ໃນຫ້ອງແອທີ່ຕັ້ງອຸນຫະພູມໄວ້ຢ່າງພໍດີໆບໍ່ອຸ່ນເກີນໄປແລະບໍ່ໜາວເກີນໄປ ໂດຍທີມນັກວິໄຈໄດ້ອະທິບາຍໄວ້ວ່າ ປົກກະຕິແລ້ວຮ່າງກາຍຈະມີກົນໄກການປັບຕົວໃຫ້ເຮົາຢູ່ໃນຈຸດທີ່ສະບາຍທີ່ສຸດ ໂດຍຫາກຮ້ອນ ຮ່າງກາຍຈະສັ່ງໃຫ້ດື່ມນ້ຳຫລາຍຂຶ້ນ ຊຶ່ງກໍຈະລຸດໂອກາດໃນການກິນຈຸບຈິບໄປ ຫລືຫາກຮູ້ສຶກໜາວ ຮ່າງກາຍຈະເບິນໄຂມັນທີ່ມີຢູ່ເພື່ອປັ່ນພະລັງງານສ້າງຄວາມອົບອຸ່ນຂຶ້ນມາທົດແທນ
ດັ່ງນັ້ນກໍແປໄດ້ວ່າ ການຢູ່ໃນສະຖານທີ່ທີ່ມີເຄື່ອງປັບອາກາດຄອຍຖ້າຄວບຄຸມອຸນຫະພູມໃຫ້ຢູ່ໃນອົງສາພໍເໝາະ ຮ່າງກາຍກໍບໍ່ຈຳເປັນຕ້ອງໃຊ້ພະລັງງານເພື່ອເພີ່ມຄວາມອົບອຸ່ນໃຫ້ເຮົາ ລຸດໂອກາດໃນການເບິນຫລືໄດ້ດື່ມນ້ຳຫລາຍຂຶ້ນແທນທີ່ຈະກິນຈຸບຈິບ ອີກທັງສ່ວນຫລາຍອາກາດສະບາຍໆ ຍັງຈະຄອຍໃຫ້ເຮົາເພີດເພີນກັບການກິນໄດ້ຫລາຍຂຶ້ນ ໃນຂະນະທີ່ຮ່າງກາຍກໍຈະຮູ້ສຶກຂີ້ຄ້ານຫລາຍຂຶ້ນເປັນເງົາຕາມຕົວ
ທີນີ້ເຫລົ່າມະນຸດຕິດເຄື່ອງປັບອາກາດກໍໄດ້ຮູ້ກັນແລ້ວແມ່ນບໍ່ວ່າ ການຢູ່ສະບາຍໆໃນຫ້ອງປັບອາກາດສາມາດເພີ່ມໂອກາດຕຸ້ຍໃຫ້ເຮົາໄດ້ ສະນັ້ນກໍຢ່າລືມອອກຈາກຫ້ອງແອກ ຫລືຈະລຸດການໃຊ້ແອເພື່ອຊ່ວຍໂລກປະຫຍັດພະລັງງານອີກທາງກໍດີ

aaq

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...