Homeຄວາມງາມ7 ສິ່ງ​ຄວນ​ເຮັດ ເພື່ອ​ຜິວ​ງາມ​ໃສ​ງາມ​ຢ່າງ​ມີ​ອໍ​ລ່າ

7 ສິ່ງ​ຄວນ​ເຮັດ ເພື່ອ​ຜິວ​ງາມ​ໃສ​ງາມ​ຢ່າງ​ມີ​ອໍ​ລ່າ

Published on

Woman and spring flowers

      ຢາກມີ​ຜິວ​ສວຍ​ໃສ ກໍ​ບໍ່ແມ່ນ​ເລື່ອງ​ຍາກ ພຽງ​ເຮັດ 7 ແບບນີ້​ໃຫ້​ໄດ້​ທຸກ​ມື້​ກໍ​ພໍ​ແລ້ວ​ພື້ນ​ຖານ​ຂອງ​ການ​ແຕ່ງ​ຫນ້າທີ່​ດີ ກໍ​ຕ້ອງ​ມາ​ຈາກ​ການ​ທີ່​ມີ​ຜິວ​ງາມ​ສຸກຂະພາບ​ດີ​ກ່ອນ​ ແຕ່​ສາວໆຫລາຍ​ຄົນ​ກໍ​ອາດຈະ​ຄິດວ່າ​ພຽງ​ທາ​ຄີມ​ບຳ​ລຸງ​ຫລື​​ຮອງ​ພື້ນ​ລົງ​ໄປ​ຫລາຍໆ ກໍ​ຊ່ວຍ​ໃຫ້​ຜິວ​ເບິ່ງ​ດີ​ຂຶ້ນ​ມາ​ໄດ້​ແລ້ວແຕ່​ຫາກ​ປ່ຽນ​ມາ​ເບິ່ງແຍງ​ຜິວ​ໃຫ້​ດີ​ແບບ​ມີ​ວິ​ໄນ ເພື່ອ​ມີ​ຜິວ​ງາມ​ໃສ​ແບບ​ທີ່​ບໍ່​ຕ້ອງ​ແຕ່ງ​ໜ້າ​ຫລາຍ​ບໍ່​ດີກວ່າ​ຫວາ ເອົາ​ເປັນ​ວ່າ​ລອງ​ເຮັດ​ຕາມ 7 ວິທີ​ທີ່ລາວໂພສ​ມາ​ແນະ​ນຳ​ທຸກ​ມື້​ເລີຍ​ ຮັບຮອງ​ວ່າ​ຜິວ​ງາມ​ໃສ​ແນ່ນອນ
1.ລ້າງ​ເຄື່ອງ​ສຳ​ອາງ​ໃຫ້​ສະ​ອາດ  ສາວໆ ຄົນ​ໃດ​ຕິດ​ນິ​ໄສ​​ໃຊ້ກຣີນເຊວ​ເຊັດ​ໜ້າ​ພຽງ​ນ້ອຍ​ດຽວທັງໆທີ່​ເຄື່ອງ​ສຳ​ອາງ​ຍັງ​ບໍ່​ຫລຸດ​ອອກ​ໝົດ ນັ້ນ​ເປັນ​ນິ​ໄສ​ທີ່​ຄວນ​ເຊົາ​ດ່ວນ ເພາະ​ຫາກ​ປ່ອຍ​ໃຫ້​ເຄື່ອງ​ສຳ​ອາງ​ຕົກ​ຄ້າງ​ຢູ່​ເທິງ​ໃບ​ໜ້າ​ທັງ​ມື້​ທັງ​ຄືນ ບອກ​ເລີຍ​ວ່າ​ຜິວ​ຈະ​ຫ່ຽວ​ແລະ​ເປັນ​ສິວ

2

2.ດື່ມ​ນ້ຳ​ສະ​ອາດ​ຫລາຍໆ  ບໍ່ແມ່ນ​ພຽງ​ການ​ບຳ​ລຸງ​ຈາກ​ພາຍນອກ​ເທົ່າ​ນັ້ນ​ເຖິງ​ຈະ​ເຮັດໃຫ້​ມີ​ຜິວ​ງາມ​ໃສ ແຕ່​ຄວນ​ບຳ​ລຸງ​ໃຫ້​ດີ​ຈາກ​ພາຍ​ໃນ​ດ້ວຍ​ການ​ດື່ມ​ນ້ຳ​ສະ​ອາດ​ຫລາຍໆ ເພາະ​ນ້ຳ​ຈະ​ຊ່ວຍ​ໃຫ້​ຜິວ​ຊຸ່ມ​ຊື້ນ ຖ້າ​ປ່ອຍ​ໃຫ້​ຜິວ​ແຫ້ງ​ຕຶງ​ ເຊື່ອ​ເລີຍວ່າຮ່ອງຮອຍ​ຖາ​ມຫາ​ແນ່ນອນ​ ແຖມ​ການ​ດື່ມ​ນ້ຳ​ຫລາຍໆຈະ​ເຮັດໃຫ້​ຍ່ຽວ​ເລື້ອຍ ຊຶ່ງ​ເປັນ​ຂໍ້​ດີ​ຄື​ການ​ໄດ້​ຂັບ​ສານ​ພິດ​ໃນ​ຮ່າງກາຍ​ອອກ​ໃຫ້​ໝົດ ຜິວ​ກໍ​ຈະ​ງາມ​ໃສ​ຂາດ​ສິວ​

Portrait of young beautiful dark-haired woman wearing blue t-shirt drinking water at summer green park.

3.ກິນ​ອາຫານ​ທີ່​ມີ​ໂອ​ເມ​ກ້າ 3  ຫາກ​ໃຜ​ມັກ​ກິນ​ປາ​ແຊວມອນ​ຫລື​ຖົ່ວ​ຕ່າງໆ ຄວນ​ດີ​ໃຈ​ໄວ້​ເລີຍເພາະ​ອາຫານ​ເຫລົ່າ​ນີ້​ຈະ​ຊ່ວຍ​ກະຕຸ້ນ​ການ​ຜະລິດ​ຄອນ​ລາ​ເຈນ ຊ່ວຍ​ລຸດ​ການ​ອັກ​ເສບ​ຂອງ​ຜິວແລະ​ຊ່ວຍ​ໃຫ້​ຜິວ​ເບິ່ງ​ເປ່ງ​ປະ​ກາຍ​ອໍ​ລ່າ​ໄດ້​

4

4.ໃສ່​ໃຈ​ໃນ​ການ​ລ້າງ​ໜ້າ ການ​ລ້າງ​ໜ້າ​ບໍ່ແມ່ນ​ພຽງ​ໃຊ້​ໂຟມ​ລ້າງ​ໜ້າ​ມາ​ຖູໆໃຫ້​ສະ​ອາດ​ພຽງ​ເທົ່າ​ນັ້ນ ເພາະ​ຖ້າ​ຢາກ​ມີ​ຜິວ​ງາມ​ໃສ​ແທ້ ຖ້າ​ໃສ່​ໃຈ​ຕັ້ງ​ແຕ່​ການ​ເລືອກ​ຜະລິດຕະພັນ​ລ້າງ​ຫນ້າທີ່​ເໝາະ​ກັບ​ຜິວ ແລ້ວ​ເວລາ​ລ້າງ​ກໍ​ບໍ່​ຄວນ​ເອົາ​ມື​ຖູ​ແຮງ​ໆໃຫ້​ເອົາ​ມື​ລູບ​ໜ້າ​ເບົາໆກໍ​ພໍ​ແລ້ວ​
girl is washing

  1. ບຳ​ລຸງ​ດ້ວຍ​ມອຍເຈີ​ໄລ​ເຊີ ບໍ່​ວ່າ​ເຈົ້າ​ຈະ​ເປັນ​ສາວ​ຜິວ​ປະສົມ​ຫລື​ຜິວ​ມັນ ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ມອຍສ໌​ເຈີ​ໄລ​ເຊີບໍ່​ຈຳ​ເປັນ​ ເພາະ​ພຽງ​ການ​ລ້າງ​ໜ້າ​ໄປ​ເທື່ອ​ໜຶ່ງ​ຜິວ​ກໍ​ເສຍ​ຄວາມ​ຊຸ່ມ​ຊື້ນ​ໄປ​ຫລາຍ​ແລ້ວ ສະ​ນັ້ນ​ຄວນ​ຈະ​ບຳ​ລຸງ​ດ້ວຍ​ມອຍ​ເຈີ​ໄລ​ເຊີ​ຫລັງ​ລ້າງ​ໜ້າ​ທຸກ​ເທື່ອ ເພື່ອ​ໃຫ້​ຜິວ​ຊຸ່ມ​ຊື່ນ​ຢູ່​ສະເໝີແລ້ວ​ສິວ​ແລະ​ຮອງ​ຮອຍ​ຈະ​ໄດ້​ບໍ່​ມາ​ຢ້ຽມ​ຍາມໄດ້

6

6.ຢຸດ​ ແກະ ເກົາ ເວລາ​ແຍງແວ່ນ​ແລ້ວ​ເຈີ​ສິວ​ຫລື​ຜົດ​ຜື່ນ​ຕ່າງໆ ​ຈະມັກ​ເອົາ​ມື​ໄປ​​ແກະ​ເກົາ​ມັນ​ ແຕ່​ການ​ທີ່​ມື​ໄປ​ຖືກໜ້າ​ນີ້​ແຫລະ​ແບກ​ທີ​ເລຍ​ຍິ່ງ​ກະ​ຈາຍ​​ສຸດ​ທ້າຍ​ກໍ​ຈະ​ເປັນ​ສິວ​ແລະ​ມີ​ບັນຫາ​ຜິວ​ບໍ່​ເຊົາ​ຈັກເທື່ອ

7

7. ທາ​ຄີມ​ກັນ​ແດດ ເຖິງວ່າ​ມື້​ນັ້ນໆ ຈະ​ບໍ່​ມີ​ແດດ​ຫລື​ເປັນ​ມື້​ຝົນ​ຕົກ​ສຸດ​ອຶມ​ຄຶມ ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ບໍ່​ຕ້ອງ​ທາ​ກັນ​ແດດ ເພາະ​ພຽງແສງ​ໜ້າ​ຈໍ​ຄອມພິວເຕີ​ກໍ​ທຳ​ຮ້າຍ​ຜິວ​ເຮົາ​ໄດ້​ແລ້ວ ແຖມ​ຖ້າ​ປ່ອຍ​ໃຫ້​ຜິວ​ຖືກແດດ​ແຮງ​ໆກໍ​ຈະ​ເຮັດໃຫ້​ຜິວ​ແຫ້ງ​ ໜ້າ​ແກ່​ກ່ອນ​ໄວ ແລະ​ເປັນ​ສິວ​ໄດ້​ດ້ວຍ ຄື​ສະຫລຸບ​ງ່າຍໆເລີຍ​ວ່າ​ກັນ​ແດດ​ນີ້​ແຫລະ​ເປັນ​ສະ​ກິນ​ແຄ໌​ທີ່​ຈຳ​ເປັນ​ທີ່ສຸດສຳລັບ​ຜິວ​

Sunscreen woman putting sunblock lotion on shoulder before tanni

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...