Homeຂ່າວຕ່າງປະເທດຊັອກ ເຈົ້າສາວໃໝ່“ຕິດ“ເຟສບຸກໜັກ ຍອມ “ຜູກຄໍຕາຍ“ ທົນບໍ່ໄດ້ ຜົວຢຶດມືຖື!

ຊັອກ ເຈົ້າສາວໃໝ່“ຕິດ“ເຟສບຸກໜັກ ຍອມ “ຜູກຄໍຕາຍ“ ທົນບໍ່ໄດ້ ຜົວຢຶດມືຖື!

Published on

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ເກີດ​ເຫດ​ສຸດ​ຊັອກ ເມື່ອ​ເຈົ້າ​ສາວ​ໃໝ່​ລາຍ​ໜຶ່ງ​ຊາວ​ອິນ​ເດຍ ໄດ້​ກໍ່​ເຫດ”ຜູກ​ຄໍ​ຕາຍ”ເພາະ​ທົນ​ບໍ່​ໄດ້​ທີ່​ຖືກ​ຜົວ​ຍຶດ​ໂທລະ​ສັບ​ມື​ຖື​ຂອງ​ນາງ ເນື່ອງ​ຈາກ​ນາງ​ຕິດ​ການ​ຫລິ້ນເຟ​ສ​ບຸກ ແລະ ​ວັອດ​ແອັບ

3

ລາຍ​ງານ​ລະ​ບຸ​ວ່າ ເຈົ້າ​ສາວ​ລາຍ​ນີ້ ຊຶ່ງ​ມີ​ອາ​ຍຸ 20 ປີ ເປັນ​ຊາວ​ເມືອງ​ອາ​ປາ​ນະ ໄດ້​ກໍ່​ເຫ​ດ​ດັ່ງ​ກ່າວ ຫລັງ​ຈາກ​ໄດ້​ມີ​ປາກ​ສຽງ​​ກັບ​ຜົວ​ທີ່​ໄດ້​ຢຶດ​ໂທລະ​ສັບ​ມື​ຖື​ຂອງ​ນາງ ເຮັດໃຫ້​ນາງ​ບໍ່​ສາມາດ​ຫລິ້ນ​ເຟ​ສ​ບຸ​ກ​ ແລະ ວັອດ​ແອັບ​ທີ່​ນາງ​ຕິດ​ ໂດຍ​ນາງ​ໄດ້​ຂັງ​ຕົວ​ເອງ​ຢູ່ໃນ​ຫ້ອງ ແລະ​ ເມື່ອ​ພີ່ນ້ອງ​ໄດ້​ພະຍາຍາມ​ເຄາະ​ປະ​ຕູ​ເອີ້ນ​ນາງ​ປາກົດ​ວ່າ​ບໍ່​ມີ​ສຽງ​ຕອບ​ຮັບ
ກ່ອນ​ທີ່​ຜົວ​ຂອງ​ນາງ​ຈະ​ກັບ​ເຮືອນ ຈຶ່ງ​ໄດ້​ພັງ​ປະ​ຕູ​ ແລະ ​ພົບ​ນາງ​ຢູ່ໃນ​ສະພາບ​ຜູກ​ຄໍ​ຕາຍ​ແລ້ວ ຂະນະ​ທີ່​ຜົວ​ຂອງ​ນາງ​ເສຍ​ໃຈ​ຕໍ່​ການ​ຕາຍ​ຂອງ​ນາງ​ຫລາຍ ແລະ​ ພະຍາຍາມ​ຈະ​ຂ້າ​ຕົວ​ຕາຍ​ຕາມ ແຕ່​ເຄາະ​ດີ​ຖືກ​​ຂັດ​ຂວາງ​ໄວ້​ໄດ້
​ນັບ​ເປັນ​ເຫ​ດການ​ກ່ຽວກັບ​ການ​ຕາຍ​ຂອງ​ຜົວເມຍ​ເຂົ້າ​ໃໝ່​ປາ​ມັນ​ລາຍ​ຫລ້າ​ສຸດ ໂດຍ​ກ່ອນ​ໜ້າ​ນີ້ ເມື່ອ​ເດືອນ ກັນຍາ ຄູ່​ຮັກ​ຄູ່​ໜຶ່ງ​ຖືກ​ຫ້າມ​ບໍ່​ໃຫ້​ແຕ່ງ​ງານ​ກັນ​ເພາະ​ພື້ນ​ຖານ​ຄອບຄົວ​ຕ່າງ​ກັນ ກໍ​ໄດ້​ພະຍາຍາມ​ຈະ​ຂ້າ​ຕົວ​ຕາຍ​ພ້ອມ​ກັນ​ທີ່​ບໍລິເວນ​ທັດສະມາ​ຮານ ທີ່​ຖື​ເປັນ​ອະ​ໜຸ​ສາວະ​ລີ​ເທີດ​ທູນ​ຄວາມ​ຮັກ​ຂອງ​ອິນ​ເດຍ ໂດຍ​ທັງ​ຄູ່​ຢູ່ໃນ​ສະພາບ​ນອນ​ຈົມ​ກອງ​ເລືອດ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...