spot_img
Homeຂ່າວຕ່າງປະເທດເກີດເຫດດິນເຈື່ອນໃນມ່ຽນມາມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 17 ຄົນ

ເກີດເຫດດິນເຈື່ອນໃນມ່ຽນມາມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 17 ຄົນ

Published on

ເອ​ເອັບ​ພີ ສື່​ທາງ​ການ​ຂອງມ່ຽນມາ​ລາຍ​ງານ​ມື້​ນີ້ 13 ຕຸລາ ວ່າ ເກີດ​ເຫດ​ດິ​ນເຈື່ອນ ເນື່ອງ​ຈາກ​ຝົນ​ທີ່​ຕົກລົງ​ມາ​ຢ່າງ​ໜັກ​ຈົນ​ເຮັດໃຫ້​ມີ​ຜູ້​ເສຍຊີວິດ​ແລ້ວ​ຢ່າງ​ໜ້ອຍ 17 ຄົນ ໃນ​ພື້ນ​ທີ່​ພາກ​ຕະເວັນ​ອອກ​ຂອງ​ມ່ຽນມາ ແລະ​ ຍັງ​ເຮັດໃຫ້​ປະຊາຊົນ​ຈຳນວນ​ຫລາຍ​ຕ້ອງ​ອົບພະ​ຍົບ​ອອກຈາກ​ພື້ນ​ທີ່
       ໜັງສື​ພິມ​ໂກບ​ອນ​ນິວ​ໄລທ໌​ອັອບ​ມຽນ​ມາ​ລາຍ​ງານ​ວ່າ ເກີດ​ເຫດ​ດິ​ນເຈື່ອນ​ໃນ​ຫມູ່ບ້ານ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ພາ​ຊອງ ລັດ​ກະ​ຢາ ໃນ​ຕອນສວຍຂອງມື້ວັນຈັນ ທີ່ 12 ຕຸລາ ເຮັດໃຫ້​ມີ​ຜູ້​ເສຍຊີວິດ​ເປັນ​ຊາຍ 10 ຄົນ ແລະ​ ຍິງ​ອີກ 7 ຄົນ ສ່ວນ​ຄົນ​ໃນ​ພື້ນ​ທີ່​ຫລາຍກວ່າ 360 ຄົນ ຕ້ອງ​ຍ້າຍ​ໄປ​ອາໄສ​ໃນ​ທີ່​ພັກ​ຊົ່ວ​ຄາວ​ຊຶ່ງ​ຕັ້ງ​ຢູ່ໃນ​ໂຮງຮຽນ​ແລະ​ໂຮງໝໍ​ທ້ອງ​ຖິ່ນ ​ຄາດ​ວ່າ​ຈະ​ມີ​ຝົນ​ຕົກ​ໜັກ​ຕໍ່​ເນື່ອງ​ອີກ​ຫລາຍ​ມື້
       ເຫດ​ອຸ​ທົກ​ກະໄພ​ເທື່ອ​ໃຫຍ່​ໃນ​ຮອບ​ຫລາຍ​ປີ​ຂອງມ່ຽນ​ມາ​ເມື່ອ​ເດືອນ​ກັນຍາ ທີ່​ຜ່ານມາ ເຮັດໃຫ້​ມີ​ຜູ້​ເສຍຊີວິດ​ເປັນ​ຈຳນວນ​ຫລາຍ ແລະ​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ປະຊາຊົນ​ກວ່າ 1.6 ລ້ານ​ຄົນ​ທົ່ວ​ປະເທດ
       ຝົນ​ໃນ​ໄລຍະລະດູ​ມໍລະ​ສຸມ​ຂອງ​ທຸກ​ປີ​ແມ່ນ​ຈະ​ຊ່ວຍ​ຕໍ່​ລົມ​ຫາຍ​ໃຈ​ໃຫ້​ກັບ​ບັນດາ​ກະສິກອນ​ແຕ່​ຂະນະ​ດຽວ​ກັນ​ກໍ​ນຳ​ມາ​ຊຶ່ງ​ໄພ​ຮ້າຍແຮງ​ເຖິງ​ຊີວິດ​ດ້ວຍ​ອິດທິພົນ​ຂອງ​ພາ​ຍຸ​ຝົນ​ທີ່​ເຮັດໃຫ້​ເກີດ​ດິ​ນເຈື່ອນ ​ແລະ ​ນ້ຳ​ຖ້ວມ​ກະທັນຫັນຊຶ່ງ​ມັກ​ເກີດ​ຂຶ້ນ​ພ້ອມ​ກັນ
       ເຫດ​ນ້ຳ​ຖ້ວມ​ທີ່ເກີດຂື້ນ​ເມື່ອ​ບໍ່ດົນ​ທີ່​ຜ່ານມາ​ສ້າງ​ຄວາມ​ເສຍ​ຫາຍ​ໃນ​ຫລາຍ​ພື້ນ​ທີ່​ທີ່​ເປັນ​ແຫລ່ງ​ປູກ​ເຂົ້າ​ສຳຄັນ​ຂອງ​ປະເທດ ແລະ​ ກໍ່​ໃຫ້​ເກີດ​ຄວາມ​ວິ​ຕົກກັງວົນ​ເຖິງ​ການ​ເຂົ້າ​ເຖິງ​ການ​ເລືອກ​ຕັ້ງ​ຂອງ​ຜູ້​ມີ​ສິດ​ທິ​ເລືອກ​ຕັ້ງ​ໃນ​ວັນທີ່ 8 ພະຈິກທີ່ຈະມາຮອດນີ້

558000011867101

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...